Sunday, September 8, 2024
Homeຂ່າວໜ້າໜຶ່ງລາວ-ຫວຽດນາມ ລົງກວດກາສະຫຼຸບຕີລາຄາກ່ຽວກັບວຽກງານດ່ານຊາຍແດນ

ລາວ-ຫວຽດນາມ ລົງກວດກາສະຫຼຸບຕີລາຄາກ່ຽວກັບວຽກງານດ່ານຊາຍແດນ

ໃນວັນທີ 14 ພະຈິກ ຜ່ານມາ, ຄະນະກຳມະການຊາຍແດນ ລາວ-ຫວຽດນາມ ໄດ້ລົງກວດກາດ່ານຊາຍແດນ ແດນສະຫວັນ-ລາວບາວ ແລະ ຈັດກອງປະຊຸມສະຫຼຸບຕີລາຄາຜົນຂອງການຈັດຕັ້ງປະຕິບັດການເຮັດທົດລອງຮູບແບບກວດກາ “ປະຕູດຽວ, ຄັ້ງດຽວ” ຢູ່ຄູ່ດ່ານສາກົນແດນສະຫວັນ (ສະຫວັນນະເຂດ)-ລາວບາວ (ກວາງຈິ) ທີ່ ເທດສະບານເມືອງດົງຮ່າ ແຂວງກວາງຈິ ສສ ຫວຽດນາມ, ຄະນະຜູ້ແທນຝ່າຍລາວ ນໍາໂດຍ ທ່ານ ໂພໄຊ ໄຂຄໍາພິທູນ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ເປັນຫົວໜ້າຄະນະ ແລະ ຄະນະຜູ້ແທນຝ່າຍ ສສ ຫວຽດນາມ ນໍາໂດຍ ທ່ານ ໂດ້ ຮຸ່ງ ຫວຽດ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ ຫວຽດນາມ ແລະ ມີຜູ້ຕາງໜ້າຈາກຂະ ແໜງການ ທີ່ກ່ຽວຂ້ອງ ຈາກສູນກາງ ແລະ ທ່ອງຖິ່ນ. ກອງປະຊຸມໄດ້ດໍາເນີນໄປພາຍໃຕ້ບັນຍາກາດອັນສະໜິດສະໜົມ, ບົນຈິດໃຈມິດຕະພາບ, ຄວາມສາມັກຄີພິເສດອ້າຍນ້ອງ, ເຂົ້າອົກເຂົ້າໃຈ ແລະ ເຊື່ອໝັ້ນຊຶ່ງກັນ ແລະ ກັນ, ສອງຝ່າຍໄດ້ເຫັນດີເປັນເອກະພາບກັນສືບຕໍ່ຈັດຕັ້ງປະຕິບັດຮູບແບບກວດກາ “ປະຕູດຽວ, ຄັ້ງດຽວ” ຢູ່ຄູ່ດ່ານສາກົນ ແດນສະຫວັນ (ສະຫວັນນະເຂດ)-ລາວບາວ (ກວາງຈິ) ເພື່ອແນໃສ່ສ້າງເງື່ອນໄຂອັນສະດວກໃຫ້ແກ່ການແລກປ່ຽນສິນຄ້າ, ການຄົມມະນາຄົມໄປມາຫາສູ່ ລະຫວ່າງ ປະຊາຊົນສອງຊາດ ແລະ ພາກສ່ວນທຸລະກິດຂອງສອງປະເທດ ກໍຄືບັນດາປະເທດອະນຸພາກພື້ນແມ່ນໍ້າຂອງ, ປະກອບສ່ວນໃນການຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ, ເພີ່ມທະວີສາຍພົວພັນໃຫ້ ແໜ້ນແຟ້ນຍິ່ງຂຶ້ນ ລະຫວ່າງປະຊາຊົນຂອງສອງຊາດ. ພ້ອມນີ້, ຍັງເປັນດ່ານໜ້າຂອງແລວທາງເສດຖະກິດຕາເວັນອອກ-ຕາເວັນຕົກ, ໝູນໃຊ້ທ່າແຮງ ທີ່ເປັນຈຸດໃຈກາງຂອງສູນກາງອາຊຽນໃຫ້ກາຍເປັນແລວທາງຂອງຂົງເຂດພາກພື້ນ ຊຶ່ງໄດ້ຈັດຕັ້ງປະຕິບັດຮູບແບບດັ່ງກ່າວເລີ່ມແຕ່ ປີ 2015 ເປັນຕົ້ນມາ.

ກອງປະຊຸມໄດ້ຕີລາຄາຄືນ ຜົນການຈັດຕັງປະຕິບັດການເຮັດທົດລອງຮູບແບບກວດ ກາ “ປະຕູດຽວ, ຄັ້ງດຽວ” ຢູ່ຄູ່ດ່ານສາກົນແດນສະຫວັນ (ສະຫວັນນະເຂດ)-ລາວບາວ (ກວາງຈິ), ໄລຍະຜ່ານມາ ມີຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກ ທີ່ຈະຕ້ອງໄດ້ແກ້ໄຂ ແລະ ພ້ອມກັນ ວາງແຜນການໃນຕໍ່ໜ້າຮ່ວມກັນໃນການຈັດຕັ້ງປະຕິບັດ. ຄູ່ດ່ານສາກົນແດນສະຫວັນ-ລາວບາວ ເປັນຄູ່ດ່ານແຫ່ງທໍາອິດໃນຈໍານວນ 7 ຄູ່ດ່ານ ທີ່ໄດ້ຍົກຂຶ້ນໃນສົນທິສັນຍາ ເພື່ອສ້າງເງື່ອນໄຂສະດວກ ໃຫ້ແກ່ການຂົນສົ່ງສິນຄ້າ ແລະ ຜູ້ຄົນຊົມໃຊ້ຂ້າມຜ່ານຊາຍແດນ ລະຫວ່າງ ບັນດາປະເທດໃນຂົງເຂດອະນຸພາກພື້ນລຸ່ມແມ່ນໍ້າຂອງ ໃນການຈັດຕັ້ງປະຕິບັດຮູບແບບກວດກາ “ປະຕູດຽວ, ຄັ້ງດຽວ” ວຽກງານດັ່ງກ່າວນີ້, ບໍ່ພຽງແຕ່ມີຄວາມສໍາຄັນໃຫ້ແກ່ການປະຕິບັດໜ້າທີ່, ແຕ່ຍັງເປັນໜ້າທີ່ຄວາມຮັບຜິດຊອບຂອງບັນດາປະເທດ ທີ່ໄດ້ລົງນາມໃນສັນຍາ GMS-CBTA ເປັນການປະຕິຮູບວິທີການດຳເນີນເອກະສານຂົງເຂດພາສີ, ຂົງເຂດການບໍລິການຫັນໄປສູ່ທັນສະໄໝວ່ອງໄວ ແລະ ໂປ່ງໃສ, ພ້ອມທັງ ເປັນການນຳເອົາບາດກ້າວບົດຮຽນປະສົບການ ທີ່ໄດ້ຈັດຕັ້ງປະຕິບັດນໍາໃຊ້ຮູບແບບກວດກາ “ປະຕູດຽວ, ຄັ້ງດຽວ” ໄປສູ່ບັນດາດ່ານຊາຍແດນອື່ນໆອີກ ຈໍານວນ 6 ດ່ານ ຢູ່ໃນພາກພື້ນປະເທດລຸ່ມແມ່ນໍ້າຂອງໃນຂັ້ນຕໍ່ໄປ.

ຂ່າວ-ພາບ: ກະຊວງການຕ່າງປະເທດ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments