Saturday, July 27, 2024
Homeຂ່າວພາຍໃນຫົວໜ້າ ຄຕພ ຕ້ອນຮັບ ທູດສິງກະໂປ ປະຈຳ ສປປ ລາວ ຄົນໃໝ່

ຫົວໜ້າ ຄຕພ ຕ້ອນຮັບ ທູດສິງກະໂປ ປະຈຳ ສປປ ລາວ ຄົນໃໝ່

ໃນວັນທີ 16 ພະຈິກ ນີ້ ທີ່ ຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ), ທ່ານ ທອງສະຫວັນ ພົມວິຫານ ກໍາມະການສູນກາງພັກ ຫົວໜ້າ ຄຕພ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ຊູເດສ ມາເນຍ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສາທາລະນະລັດ ສິງກະໂປ ປະຈໍາ ສປປ ລາວ ຄົນໃໝ່.

ໃນໂອກາດດັ່ງກ່າວ, ທ່ານຫົວໜ້າ ຄຕພ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍຕໍ່ ທ່ານ ຊູເດສ ມາເນຍ ທີ່ໄດ້ຮັບການແຕ່ງຕັ້ງໃຫ້ດໍາລົງຕໍາແໜ່ງເປັນເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ສິງກະໂປ ປະຈຳ ສປປ ລາວ ຄົນໃໝ່, ເຊື່ອໝັ້ນວ່າ ທ່ານເອກອັກຄະລັດຖະທູດ ຈະປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການພົວພັນຮ່ວມມື ລະຫວ່າງ ສປປ ລາວ ແລະ ສິງກະໂປ ໃຫ້ນັບມື້ນັບແໜ້ນແຟ້ນ ແລະ ມີໝາກຜົນ ເພື່ອນໍາເອົາຜົນປະໂຫຍດຕົວຈິງມາສູ່ ປະຊາຊົນ 2 ຊາດ ລາວ-ສິງກະໂປ ໃຫ້ຫຼາຍຂຶ້ນ.

ທ່ານຫົວໜ້າ ຄຕພ ໄດ້ແຈ້ງສະພາບພົ້ນເດັ່ນ ໃນການສ້າງສາພັດທະນາ ເສດຖະກິດ-ສັງຄົມ ຂອງ ສປປ ລາວ ພາຍໃຕ້ການນໍາຂອງ ພັກ ປປ ລາວ; ແຈ້ງ ທີ່ຕັ້ງ ແລະ ພາລະບົດບາດຂອງ ຄຕພ ໃນການເປັນເສນາທິການໃຫ້ຂັ້ນເທິງຕໍ່ວຽກງານການຕ່າງປະເທດດ້ານພັກ ແລະ ການທູດປະຊາຊົນ; ຕີລາຄາສູງສາຍພົວພັນມິດຕະພາບ ແລະ ການຮ່ວມມື ລາວ-ສິງກະໂປ ຕະຫຼອດໄລຍະຜ່ານມາ ແລະ ໃນປີ 2024 ຈະເປັນປີທີ່ສຳຄັນຂອງ ສປປ ລາວ ຄື: ຈະເປັນປະທານອາຊຽນ, ເປັນປີຄົບຮອບ 50 ປີແຫ່ງການສ້າງຕັ້ງສາຍພົວພັນການທູດຮ່ວມກັນ ຊຶ່ງທັງສອງປະເທດຈະໄດ້ຮ່ວມກັນ ຈັດຫຼາຍກິດຈະກຳສະເຫຼີມສະຫຼອງວັນດັ່ງກ່າວ ພ້ອມທັງຈະເປັນປີທ່ອງທ່ຽວລາວ; ສະແດງຄວາມຂອບໃຈເປັນຢ່າງສູງຕໍ່ການສະໜັບສະໜູນ ແລະ ຊ່ວຍເຫຼືອໃນດ້ານຕ່າງໆຂອງ ສິງກະໂປ ຕໍ່ ສປປ ລາວ ເປັນຕົ້ນແມ່ນ ການສຶກສາ, ສາທາລະນະສຸກ, ດ້ານມະນຸດສະທຳ, ການສ້າງຂີດຄວາມສາມາດໃຫ້ແກ່ພະນັກງານ ພັກ-ລັດ ລາວ, ຫວັງວ່າຝ່າຍສິງກະໂປ ຈະສືບຕໍ່ໃຫ້ການສະໜັບສະໜູນ ສປປ ລາວ ໃນການເປັນປະທານອາຊຽນ, ສົ່ງເສີມການໄປມາຫາສູ່ລະຫວ່າງປະຊາຊົນສອງຊາດໃຫ້ຫຼາຍຂຶ້ນ, ສືບຕໍ່ຊ່ວຍເຫຼືອດ້ານຕ່າງໆລວມທັງການພັດທະນາຊັບພະຍາກອນມະນຸດໃຫ້ແກ່ ສປປ ລາວ ກໍຄື ຄະນະພົວພັນຕ່າງປະເທດສູນກາງພັກຕື່ມອີກໃນຕໍ່ໜ້າ; ສະແດງຄວາມຍິນດີຕໍ່ການຮ່ວມມືດ້ານການຄ້າສອງຝ່າຍ, ການລົງທຶນຂອງສິງກະໂປຢູ່ ສປປ ລາວ ທີ່ມີທ່ວງທ່າຂະຫຍາຍຕົວຂຶ້ນໄປເລື້ອຍໆ. ພ້ອມນັ້ນ, ທ່ານຫົວໜ້າ ຄຕພ ມີຄວາມຍິນດີຈະຮ່ວມກັບ ຝ່າຍສິງກະໂປ ກໍຄື ທ່ານທູດສິງກະໂປຄົນໃໝ່ ເພື່ອພ້ອມກັນປະກອບສ່ວນຊຸກຍູ້ ແລະ ເພີ່ມພູນຄູນສ້າງ ສາຍພົວພັນ ລາວ-ສິງກະໂປ ໃຫ້ແຕກດອກອອກຜົນຍິ່ງໆຂຶ້ນ.

ທ່ານເອກອັກຄະລັດຖະທູດ ໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ການແຈ້ງສະພາບພົ້ນເດັ່ນຂອງພັກ, ລັດລາວ ໃຫ້ຊາບ; ຊົມເຊີຍບັນດາຜົນສໍາເລັດດ້ານຕ່າງໆ ທີ່ປະຊາຊົນລາວຍາດມາໄດ້ ພາຍໃຕ້ການນໍາພາຂອງ ພັກ ປປ ລາວ; ຕີລາຄາສູງຕໍ່ສາຍພົວພັນ ສິງກະໂປ-ລາວ; ສະແດງຄວາມໝາຍໝັ້ນທີ່ຈະສືບຕໍ່ເສີມຂະຫຍາຍການຮ່ວມມືດ້ານຕ່າງໆກັບ ສປປ ລາວ ໃຫ້ດີຂຶ້ນໄປເລື້ອຍໆ; ຈະສະໜັບສະໜູນໃນການເປັນປະທານອາຊຽນ ແລະ ຈະຮ່ວມມືກັບພາກສ່ວນກ່ຽວຂ້ອງ ສປປ ລາວ ສະເຫຼີມສະຫຼອງ 50 ປີແຫ່ງການສ້າງຕັ້ງສາຍພົວພັນການທູດ ສິງກະໂປ-ລາວ ໃນປີ 2024; ແຈ້ງຄວາມສົນໃຈທີ່ຈະຂະຫຍາຍການຮ່ວມມືກັບ ສປປ ລາວ ຕື່ມເຊັ່ນ: ການຮ່ວມມືໃນຂົງເຂດລັດຖະສະພາ, ຄວາມໝັ້ນຄົງທາງດ້ານພະລັງງານໄຟຟ້າ, ປ້ອງກັນຄວາມສະຫງົບ (ສະກັດກັ້ນຢາເສບຕິດ), ການປ່ຽນແປງດິນຟ້າອາກາດ (ກາກບອນເຄຼດິດ), ການສົ່ງອາສາສະໝັກສິງກະໂປມາຊ່ວຍເຫຼືອຢູ່ ສປປ ລາວ; ພ້ອມທັງ ຍິນດີຮ່ວມມືກັບ ຄະນະພົວພັນຕ່າງປະເທດສູນກາງພັກ ໃນການເປັນຂົວເຊື່ອມມິດຕະພາບອັນດີ ລະຫວ່າງ ສິງກະໂປ-ລາວ.

ນອກນັ້ນ, ທັງສອງຝ່າຍຍັງໄດ້ແລກປ່ຽນທັດສະນະຕໍ່ບາງບັນຫາພາກພື້ນ ແລະ ສາກົນ ທີ່ຕ່າງຝ່າຍມີຄວາມສົນໃຈ. ໃນຕອນທ້າຍ, ທ່ານຫົວໜ້າ ຄຕພ ໄດ້ອວຍພອນໃຫ້ ທ່ານເອກອັກຄະລັດຖະທູດ ຈົ່ງປະສົບຜົນສໍາເລັດໃນການປະຕິບັດໜ້າທີ່ຢູ່ ສປປ ລາວ ເພື່ອນໍາເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ ລາວ-ສິງກະໂປ ກໍຄື ເພື່ອສັນຕິພາບ, ມິດຕະພາບ ແລະ ການຮ່ວມມືເພື່ອການພັດທະນາໃນພາກພື້ນ ແລະ ໃນໂລກ.

(ຂ່າວ-ພາບ: ຄຕພ)

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments