Saturday, July 27, 2024
Homeຂ່າວໜ້າໜຶ່ງຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມກອງປະຊຸມວັດທະນະທຳສາກົນ ຄັ້ງທີ IX ຢູ່ປະເທດຣັດເຊຍ

ຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມກອງປະຊຸມວັດທະນະທຳສາກົນ ຄັ້ງທີ IX ຢູ່ປະເທດຣັດເຊຍ

ວັນທີ 16-18 ພະຈິກ 2023 ນີ້ຄະນະຜູ້ແທນ ສປປ ລາວ ນຳພາໂດຍ ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີ ກະຊວງ ຖວທ ສປປ ລາວ ໄດ້ເຂົ້າຮ່ວມກອງປະຊຸມວັດທະນະທຳສາກົນ ຄັ້ງທີ IX ຫົວຂໍ້ “ວັດທະນະທຳໜຶ່ງດຽວ” “United Culture Forum” ທີ່ເຊນປີເຕີສະເບີກ ປະເທດຣັດເຊຍ (Saint Petersburg, Russia).

ໃນຂະນະດຽວກັນ ວັນທີ 16 ພະຈິກ 2023 ທ່ານລັດຖະມົນຕີ ກະຊວງ ຖວທ ສປປ ລາວ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ MOU ກັບທ່ານລັດຖະມົນຕີກະຊວງວັດທະນະທຳຣັດເຊຍ ກ່ຽວກັບການຮ່ວມມືທາງດ້ານວັດທະນະທຳ ລະຫວ່າງປີ 2023-2025. ນອກຈາກນີ້ຍັງຈະໄດ້ເຂົ້າຮ່ວມກອງປະຊຸມປິ່ນອ້ອມທີ່ສຳຄັນ, ກອງປະຊຸມພົບປະ 2 ຝ່າຍ ແລະ ກອງປະຊຸມພົບປະລະຫວ່າງທ່ານລັດຖະມົນຕີກະຊວງວັດທະນະທຳ ຂອງປະເທດຕ່າງໆ ທີ່ເຂົ້າຮ່ວມກອງປະຊຸມ ໃນວັນທີ 18 ພະຈິກ 2023 ນີ້.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments