Saturday, July 27, 2024
Homeຂ່າວໜ້າໜຶ່ງລາວໃຫ້ຄວາມສຳຄັນ ໃນການປະຕິບັດສົນທິສັນຍາວ່າດ້ວຍສິດທິເດັກ

ລາວໃຫ້ຄວາມສຳຄັນ ໃນການປະຕິບັດສົນທິສັນຍາວ່າດ້ວຍສິດທິເດັກ

ພັກ ແລະ ລັດຖະບານ ສປປ ລາວ ຍາມໃດກໍຖືສໍາຄັນ ແລະ ເອົາໃຈໃສ່ທີ່ສຸດໃນການສົ່ງເສີມ, ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທໍາຂອງເດັກ, ເຊິ່ງສະແດງອອກໃນແນວນະໂຍບາຍ ທິດທາງແຜນການຂອງພັກທີ່ວາງອອກ, ໃນກົດໝາຍ ລັດຖະທຳມະນູນຂອງລັດ ແລະ ຢູ່ໃນແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ກໍຄື ຢູ່ໃນແຜນພັດທະນາຂອງແຕ່ລະຂະແໜງການຕະຫລອດຮອດແຜນພັດທະນາຂອງສູນກາງ ແລະ ທ້ອງຖິ່ນ ເພື່ອຮັບປະກັນສິດທິພື້ນຖານຂອງເດັກ ທັງສ້າງເງື່ອນໄຂໃຫ້ເດັກ ໄດ້ຮັບການປົກປ້ອງສົ່ງເສີມພັດທະນາເດັກ ແລະ ສ້າງເງື່ອນໄຂ ໃຫ້ເດັກໄດ້ເຂົ້າຮ່ວມ ແລະ ໄດ້ພັດທະນາຕົນເອງ ຢ່າງຮອບດ້ານ, ເຂົ້າຮ່ວມໃນວຽກງານຕ່າງໆຂອງປະເທດຊາດບ້ານເມືອງ ແລະ ເພື່ອສ້າງເດັກໃນມື້ນີ້ກາຍຜູ້ໃຫຍ່ ທີ່ມີຄຸນນະພາບໃນອະນາຄົດ ເພື່ອປະກອບສ່ວນສ້າງບ້ານແປງເມືອງ ແລະ ບົ່ມເພາະເດັກທີ່ປຽບເໜືອນເມັດພືດສໍາຄັນຂອງປະເທດຊາດ.

ທ່ານ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີ, ປະທານ ຄະນະກຳມາທິການແຫ່ງຊາດ ເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ ໄດ້ໃຫ້ສຳພາດແກ່ສື່ມວນຊົນໃນວັນທີ 15 ພະຈິກ 2023 ທີ່ນະຄອນຫລວງວຽງຈັນວ່າ: ໃນໂອກາດສະເຫລີມສະຫລອງວັນຄົບຮອບ 34 ປີ ຂອງສົນທິສັນຍາ ວ່າດ້ວຍ ສິດທິເດັກ ຫລື ວັນເດັກໂລກ ແລະ ການສະເຫລີມສະຫລອງ 50 ປີ ການພົວພັນຮ່ວມມື ລະຫວ່າງ ສປປ ລາວ ແລະ ອົງການອຸຍນີເຊບທີ່ຈະມາເຖິງນີ້, ພາຍໃຕ້ພັນທະສະມາຊິກຂອງສົນທິສັນຍາ ວ່າດ້ວຍສິດທິເດັກ ສປປ ລາວ ສາມາດຍາດໄດ້ຜົນສຳເລັດຫລາຍດ້ານ ເປັນຕົ້ນ ພາຍຫລັງທີ່ພັກ ແລະ ລັດຖະບານໄດ້ອອກແນວທາງນະໂຍບາຍ, ແຜນການ ແລະ ໄດ້ຫັນເປັນນິຕິກຳ ໂດຍໄດ້ປັບປຸງກົດໝາຍ, ນິຕິກຳ ແລະ ນິຕິກຳລຸ່ມກົດໝາຍສໍາເລັດ ໃນການຈັດຕັ້ງການເຄື່ອນໄຫວ, ການປົກປ້ອງສິດ, ສົ່ງເສີມ ແລະ ຜົນປະໂຫຍດຂອງເດັກ; ອັນໃດທີ່ມັນສອດຄ່ອງ ກໍແມ່ນໄດ້ຈັດຕັ້ງປະຕິບັດ ແລະ ອັນໃດທີ່ບໍ່ສອດຄ່ອງກໍໄດ້ມີການປັບປຸງແກ້ໄຂ ເພື່ອໃຫ້ມັນສອດຄ່ອງກັບສະພາບຄວາມເປັນຈິງ ແລະ ປະຕິບັດໄດ້. ໃນແຕ່ລະໄລຍະ ໄດ້ສ້າງບົດລາຍງານເກັບກຳຂໍ້ມູນ, ສ້າງບົດລາຍງານກ່ຽວກັບການເຄື່ອນໄຫວ ຈັດຕັ້ງປະຕິບັດ ໂດຍສະເພາະ ການສົ່ງເສີມ, ການປົກປ້ອງສິດ ແລະ ຜົນປະໂຫຍດຂອງເດັກຢູ່ ສປປ ລາວ ເພື່ອລາຍງານຕໍ່ອົງການສະຫະປະຊາຊາດໃນທ້າຍປີນີ້. ພ້ອມກັນນີ້, ໄດ້ສ້າງບົດສຶກສາວິໄຈປະເມີນສະຖານະພາບ ຂອງເດັກ ແລະ ປັບປຸງຖານຂໍ້ມູນລະດັບຊາດ ທີ່ກ່ຽວຂ້ອງກັບເດັກ ໂດຍອີງໃສ່ການກະກຽມສຳຫລວດພົນລະເມືອງ ແລະ ການສໍາຫລວດແຮງງານເດັກ ແລະ ການສ້າງແຜນງານແຫ່ງຊາດ ເພື່ອປ້ອງກັນ ແລະ ລຶບລ້າງການນໍາໃຊ້ແຮງງານເດັກ ທັງໄດ້ປັບປຸງລະ ບົບ ແລະ ກົນໄກການປົກປ້ອງເດັກ, ລະບົບຍຸຕິທໍາສຳລັບເດັກ ໃຫ້ມີຄວາມເຂັ້ມແຂງ ແລະ ກົມກຽວກັນແຕ່ສູນກາງລົງຮອດທ້ອງຖິ່ນ.

ທ່ານ ກິແກ້ວ ໄຂຄຳພິທູນ ໃຫ້ຮູ້ອີກວ່າ: ໃນແຕ່ລະປີ ສປປ ລາວ ໄດ້ຈັດຫລາຍໆກິດຈະກຳເປັນຕົ້ນ ສະ ເຫລີມສະຫລອງວັນເດັກສາກົນ ຕິດພັນກັບວັນປູກຕົ້ນໄມ້ແຫ່ງຊາດ (1 ມິຖຸນາ) ແລະ ກິດຈະກຳອື່ນໆ ເຊິ່ງການປູກຕົ້ນໄມ້ 10-20 ປີຈິ່ງໄດ້ໃຊ້, ແຕ່ເພື່ອຜົນປະໂຫຍດຂອງບ້ານເມືອງໃນ 100 ປີຕໍ່ໜ້າ ມັນຕ້ອງເວົ້າເຖິງຄົນ. ສະນັ້ນ, ປູກຄົນແຕ່ດຽວນີ້ ເພື່ອໃຫ້ປະເທດຊາດຂອງພວກເຮົາ ໄດ້ພັດທະນາໄປຕາມຈຸດໝາຍປາຍທາງຕໍ່ໄປ ແລະ ຢູ່ໃນວັນດັ່ງກ່າວນີ້ ພວກເຮົາໄດ້ຈັດກິດຈະກຳຫລາຍຢ່າງ ໂດຍມີສ່ວນຮ່ວມທັງຜູ້ໃຫຍ່ ແລະ ເດັກນ້ອຍ ເຊິ່ງເປັນໂອກາດໃຫ້ເຂົາເຈົ້າໄດ້ສະແດງອອກເຖິງຄວາມຮູ້ຄວາມສາມາດ, ຄວາມຊຳນານຂອງເຂົາເຈົ້າ ທັງເປັນໂອກາດໃຫ້ເດັກໄດ້ມີການພົວພັນກັນ ແລະ ເຂົ້າຮ່ວມກິດຈະກຳຕ່າງໆຢູ່ພາຍໃນ, ພາກພື້ນ ແລະ ສາກົນ. ພ້ອມກັນນີ້, ຍັງໄດ້ຈັດຕັ້ງການສະ ເຫລີມສະຫລອງ ວັນຄົບຮອບສົນທິສັນຍາ ວ່າດ້ວຍສິດທິເດັກ ຫລື ວັນເດັກໂລກ (20 ພະຈິກ) ທັງການສະແດງສັນຍາລັກ ການເປີດໄຟສີຟ້າ ໃສ່ສໍານັກງານອົງການ ແລະ ສະຖານທີ່ສໍາຄັນ ເພື່ອຊຸກຍູ້ສົ່ງເສີມ ແລະ ປົກປ້ອງສິດທິເດັກ ແລະ ເປັນການໂຄສະນາປູກຈິດສຳນຶກ ໃຫ້ທົ່ວປວງຊົນລາວບັນດາເຜົ່າ ແລະ ພ້ອມກັນສະເຫລີມສະຫລອງຮ່ວມກັບປະຊາຄົມໂລກ ແລະ ກິດຈະກຳອື່ນໆ. ນອກຈາກນີ້, ຄະນະກຳມາທິການແຫ່ງຊາດ ເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ ກໍໄດ້ເຄື່ອນໄຫວຢ່າງເປັນປະຈຳ ເຮັດວຽກ, ເຮັດໜ້າທີ່ຂອງຕົນເອງ ແລະ ສາມາດເວົ້າໄດ້ວ່າ ຄະນະກຳມາທິການແຫ່ງຊາດ ເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ ໄດ້ເປັນຕົວແທນໃນການປົກປ້ອງສິດ ແລະ ຜົນປະໂຫຍດຂອງແມ່ຍິງ, ແມ່ ແລະ ເດັກ ໃນຂອບເຂດທົ່ວປະເທດ.

ຂ່າວ: ມະນີທອນ

ພາບ: ຂັນໄຊ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments