Saturday, July 27, 2024
Homeຂ່າວໜ້າໜຶ່ງລາວ-ກູບາ ເພີ່ມທະວີການຮ່ວມມືດ້ານວຽກງານສານປະຊາຊົນສູງສຸດ

ລາວ-ກູບາ ເພີ່ມທະວີການຮ່ວມມືດ້ານວຽກງານສານປະຊາຊົນສູງສຸດ

ໃນວັນທີ 16 ພະຈິກ 2023 ທ່ານ ໄຊຊະນະ ໂຄດພູທອນ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ໄດ້ໃຫ້ກຽດຕ້ອນຮັບຄະນະຜູ້ແທນຂອງສານປະຊາຊົນສູງສຸດ ແຫ່ງ ສ ກູບາ ນຳໂດຍ ທ່ານ ລູເບັນ ຣີມິຈິໂອ ເຝີໂອ ປະທານສານປະຊາຊົນສູງສຸດ ແຫ່ງ ສ ກູບາ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ລະຫວ່າງວັນທີ 15-18 ພະຈິກ 2023 ເຂົ້າຮ່ວມພິທີຕ້ອນຮັບໃນຄັ້ງນີ້ ມີທ່ານຫົວໜ້າກົມຕິດຕາມກວດກາທົ່ວໄປ, ຫົວໜ້າກົມກວດກາ ຫົວໜ້າກົມແຜນການ ແລະ ຮ່ວມມືຕ່າງປະເທດ ແລະ ສານປະຊາຊົນສູງສຸດ ແຫ່ງ ສປປ ລາວ ທ່ານ ນາງ ແອນນາ ເອທີວຽນ ວາສເດສ ເອກອັກຄະລັດຖະທູດ ແຫ່ງ ສ ກູບາ ປະຈຳ ສປປ ລາວ.

ໂອກາດນີ້ ທ່ານ ໄຊຊະນະ ໂຄດພູທອນ ສະແດງຄວາມຍິນດີຕ້ອນຮັບ ຢ່າງອົບອຸ່ນທີ່ໄດ້ພົບປະກັບ ຄະນະຜູ້ແທນຂອງສານປະຊາຊົນສູງສຸດ ແຫ່ງ ສ ກູບາ ການພົບປະໃນມື້ນີ້ ມີຄວາມໜາຍສໍາຄັນ ແລະ ກໍເປັນຄັ້ງທໍາອິດ ແລະ ເປັນປະຫວັດສາດ ລະຫວ່າງ ອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສປປ ລາວ ແລະ ສານປະຊາຊົນສູງສຸດ ແຫ່ງ ສ ກູບາ ໄດ້ມີໂອກາດພົບປະເຊິ່ງໄດ້ນໍາເອົາຄວາມສາມັກຄີຮັກແພງ ຢ່າງສະໜິດສະໜົມອັນອົບອຸ່ນ ແລະ ສາຍພົວພັນມິດຕະພາບລະຫວ່າງ ສອງຊາດ ລາວ-ກູບາ ໂດຍສະເພາະ ແມ່ນອົງການໄອຍະການປະຊາຊົນສູງສຸດ ແລະ ສານປະຊາຊົນສູງສຸດ ໄດ້ມີການແລກປ່ຽນບົດຮຽນໃນໄລຍະຜ່ານມາຮ່ວມກັບອົງການໄອຍະການສູງສຸດ ແລະ ອົງການໄອຍະການທະຫານ ແຫ່ງ ສ ກູບາ ສາມາດຖອດຖອນບົດຮຽນອັນລໍ້າຄ່າ ນໍາເອົາບົດຮຽນດັ່ງກ່າວ ເຂົ້າມານໍາໃຊ້ ແລະ ປັບປຸງໃຫ້ແທດເໝາະກັບສະພາບຕົວຈິງ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ວຽກງານໄອຍະການປະຊາຊົນ ຂອງ ສປປ ລາວ ໃຫ້ມີການພັດທະນາດີຂຶ້ນເປັນກ້າວໆ ຮັບປະກັນການປະຕິບັດໜ້າທີ່ວຽກງານໄອຍະການ ໃຫ້ມີປະສິດທິ ພາບສູງ ແນໃສ່ປົກປ້ອງຜົນປະໂຫຍດຂອງລັດ ສັງຄົມ ແລະ ຜົນປະໂຫຍດອັນຊອບທໍາຂອງພົນລະເມືຶອງ ເຮັດໃຫ້ສັງຄົມມີຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍ ເພີ່ມທະວີນິຕິທໍາ ປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ພັດທະນາປະເທດຊາດຢ່າງບໍ່ຢຸດຢັ້ງ.

ຕອນທ້າຍ ທ່ານ ໄຊຊະນະ ໂຄດພູທອນ ກໍໄດ້ສະແດງຄວາມຍິນດີທີ່ເຫັນວ່າ ສາຍພົວພັນມິດຕະພາບລະຫວ່າງສອງພັກ ສອງລັດ ແລະ ປະຊາຊົນສອງປະເທດ ລາວ-ກູບາ ກູບາ-ລາວ ໂດຍສະເພາະແມ່ນ ອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສປປ ລາວ ແລະ ສານປະຊາຊົນສູງສຸດ ແຫ່ງ ສ ກູບາ ສືບຕໍ່ເສີມສ້າງສາຍພົວພັນມິດຕະພາບ ລະຫວ່າງສອງປະເທດ ລາວ ແລະ ສາທາລະນະລັດ ກູບາ ທີ່ເຄີຍມີມາແລ້ວນັ້ນ ໃຫ້ນັບມື້ຂະຫຍາຍຕົວ ແລະ ແໜ້ນແຟ້ນຍິ່ງໆຂຶ້ນ.

ພາບ: ອ່າຍຄຳ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments