Saturday, July 27, 2024
Homeຂ່າວໜ້າໜຶ່ງສປປ ລາວ ມີເປົ້າໝາຍ​ລົບລ້າງການ​ຖ່າຍຊະຊາຍ​ໃນ​ປີ 2025

ສປປ ລາວ ມີເປົ້າໝາຍ​ລົບລ້າງການ​ຖ່າຍຊະຊາຍ​ໃນ​ປີ 2025

ສປປ ລາວ ມີຄວາມກ້າວໜ້າໃນວຽກສຸຂາພິບານ ທີ່ມຸ່ງການບັນລຸສະຖານະພາບຢຸດຕິການຖ່າຍຊະຊາຍພາຍໃນປີ 2025 ສປປ ລາວ ມີຜົນສຳເລັດອັນພົ້ນເດັ່ນທີ່ບັນລຸໄດ້ໃນໄລຍະ 2 ທົດສະວັດຜ່ານມາ ເຊິ່ງເຫັນວ່າ ໃນທົ່ວປະເທດໄດ້ເພີ່ມການເຂົ້າເຖິງວິດຖາຍໂດຍພື້ນຖານຈາກ 26% ເປັນ 80% ແລະ ໄດ້ເຮັດໃຫ້ອັດ​ຕາ​ການ​ຖ່າຍຊະຊາຍ ຫຼຸດລົງຈາກ 62% ເປັນ 16% ໃນ​ໄລ​ຍະຊ່ວງປີ 2000 – 2020.

ສປປ ລາວ ​ໄດ້​ປະກາດ​ໃຫ້​ສາມ​ແຂວງເປັນແຂວງຢຸດຕິການຖ່າຍຊະຊາຍ​ຄື: ບໍລິ​ຄຳ​ໄຊ, ນະຄອນຫຼວງ​ວຽງ​ຈັນ ​ແລະ ​ແຂວງ​ວຽງ​ຈັນ ​ໂດຍ​ມີ​ການ​ເຄື່ອນ​ໄຫວ​ທີ່​ດີ​ໃນ​ຫຼາຍ​ແຂວງ​ ເຊິ່ງສາມາດບັນລຸ​ເປົ້າ​ໝາຍ​ສຸຂາ​ພິບານ​ໄດ້. ເພື່ອເລັ່ງການປ່ຽນແປງພຶດຕິກຳດ້ານສຸຂາພິບານ, ກະຊວງສາທາລະນະສຸກ ໂດຍການສະໜັບສະໜູນຈາກອົງການຢູນີເຊັບ ໄດ້ສ້າງແຜນປະຕິບັດເພື່ອບັນລຸສະຖານະຢຸດຕິການຖ່າຍຊະຊາຍແຫ່ງຊາດໃນປີ 2025 ໂດຍເນັ້ນໃສ່ຄອບຄົວທີ່ຍັງເຫຼືອສຸດທ້າຍ. ໃນ​ໂອກາດ​ເຜີຍແຜ່ ແຜນປະຕິບັດເພື່ອຢຸດຕິການຖ່າຍຊະຊາຍ ເຊິ່ງໄດ້ຈັດຂຶ້ນຢູ່​​ນະຄອນຫຼວງ​ວຽງ​ຈັນ ​ໃນ​ວັນ​ທີ 1 ພະຈິກ 2023, ທ່ານ ປອ ດຣ. ບຸນແຝງ ພູມມາໄລສິດ, ລັດຖະມົນຕີກະຊວງສາທາລະນະສຸກ ໄດ້ມີຄໍາເຫັນວ່າ: “ພວກເຮົາສາມາດຈັດຕັ້ງປະຕິບັດວິທີການຊຸມຊົນເປັນເຈົ້າການດ້ານສຸຂານາໄມ ໃນ ສປປ ລາວ ເຮັດໃຫ້ເກີດມີຜົນປະໂຫຍດດ້ານສຸຂາພິບານຢ່າງຫຼວງຫຼາຍໃນທົ່ວປະເທດ. ທ່ານກ່າວຕື່ມວ່າ: “ຂ້າພະເຈົ້າມີຄວາມພາກພູມໃຈທີ່ໄດ້ເຫັນບັນດາຜົນງານທີ່ບັນລຸໄດ້ໃນ 3 ແຂວງ, 75 ເມືອງ ແລະ 7.248 ບ້ານ ແຕ່ພວກເຮົາຍັງຕ້ອງໄດ້ສືບຕໍ່ລະດົມຊຸມຊົນ ແລະ ຮັບປະກັນໃຫ້ທຸກຄອບຄົວ ໂດຍສະເພາະຜູ້ທຸກຍາກ ແລະ ຜູ້ດ້ອຍໂອກາດສາມາດເຂົ້າເຖິງວິດຖ່າຍໄດ້”. ການຂາດສຸຂາພິບານທີ່ດີເຮັດໃຫ້ເດັກນ້ອຍມີຄວາມສ່ຽງຕໍ່ການເປັນພະຍາດໃນໄວເດັກ ແລະ ການຂາດສານອາຫານ ທີ່ສາມາດສົ່ງຜົນກະທົບຕໍ່ການພັດທະນາໂດຍລວມຂອງເຂົາເຈົ້າ, ດ້ານການຮຽນຮູ້ ແລະ ໂອກາດທາງເສດຖະກິດໃນອານາຄົດ.

ດັ່ງນັ້ນ ຈຶ່ງມີຄວາມຈໍາເປັນຕ້ອງ​ຢຸດຕິ​ການ​​ຖ່າຍ​ຊະຊາຍ ​ເຊິ່ງ​ເປັນ​ບາດກ້າວ​ທຳ​ອິດ​ເພື່ອ​ບັນລຸ​ດ້ານສຸຂານາໄມ, ຄວບ​ຄຸມ​ການ​ແຜ່​ລະບາດ​ຂອງ​ພະຍາດ ​ແລະ ​ເພີ່ມ​ທະວີການຮັກສາ​ກຽດສັກສີ​, ຄວາມ​ເປັນ​ສ່ວນ​ຕົວ ​ແລະ ຄວາມ​ປອດ​ໄພ​ຂອງ​ແມ່ຍິງ ​ແລະ ​ເດັກ​ຍິງ.ໃນແຕ່ລະປີ ເດັກນ້ອຍລາວ ອາຍຸຕ່ຳກວ່າ 5 ປີ ປະມານ 700 ຄົນ ເສຍຊີວິດ ຍ້ອນພະຍາດຖອກທ້ອງ ແລະ ເດັກນ້ອຍ 1 ໃນ 3 ໃນປະເທດ ຂາດສານອາຫານຊໍ້າເຮື້ອເຮັດໃຫ້ເດັກເຕ້ຍ. ວຽກສຸຂາພິບານ, ການອະນາໄມ ແລະ ນໍ້າດື່ມທີ່ປອດໄພ ຈະຊ່ວຍຫຼຸດຜ່ອນການຂາດສານອາຫານ ແລະ ເດັກເຕ້ຍ ໂດຍການປ້ອງກັນຈາກພະຍາດທີ່ພົວພັນກັບນໍ້າ ແລະ ຜົນກະທົບຕໍ່ພັດທະນາການຂອງລໍາໄສ້ ເພື່ອໃຫ້ເດັກສາມາດຢູ່ລອດ ແລະ ຈະເລີນເຕີບໂຕ.ທ່ານ ດຣ. ເພຍ ຣີເບໂລ ບຣິດໂຕ ກ່າວວ່າ “ການລົງທຶນຢ່າງຕໍ່ເນື່ອງໃນການບໍລິການສຸຂາພິບານໂດຍຄົວເຮືອນ, ຊຸມຊົນແລະ ລັດຖະບານແມ່ນມີຄວາມຈໍາເປັນເພື່ອປ່ຽນແປງພຶດຕິກໍາຂອງຊຸມຊົນໃຫ້ “ທຸກຄົນນໍາໃຊ້ວິດຖ່າຍ” ກາຍເປັນມາດຕະຖານໃຫມ່ຂອງສັງຄົມ. ທ່ານກ່າວຕື່ມວ່າ “ເນື່ອງໃນໂອກາດ ສະເຫຼີມສະຫຼອງການຮ່ວມມື ກັບລັດຖະບານລາວ ອົງການຢູນີເຊັບ ມີຄວາມມຸ່ງຫມັ້ນສະຫນັບສະຫນູນລັດຖະບານ ໃຫ້ບັນລຸສະຖານະພາບຢຸດຕິການຖ່າຍຊະຊາຍ ໃນປີ 2025 ເພື່ອໃຫ້ເດັກນ້ອຍທຸກໆຄົນໄດ້ຮັບຜົນປະໂຫຍດ. ພວກເຮົາຈຶ່ງຮຽກຮ້ອງໃຫ້ຄູ່ຮ່ວມງານທັງຫມົດເລັ່ງຄວາມພະຍາຍາມເພື່ອບັນລຸເປົ້າຫມາຍສຸຂາພິບານໃຫ້ໄດ້”. 

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments