Saturday, July 27, 2024
Homeຂ່າວການເມືອງທ່ານເຈົ້າຄອງນະຄອນຫຼວງວຽງຈັນ ຕ້ອນຮັບເຈົ້າເມືອງ ໄຊຕະມະ

ທ່ານເຈົ້າຄອງນະຄອນຫຼວງວຽງຈັນ ຕ້ອນຮັບເຈົ້າເມືອງ ໄຊຕະມະ

ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ໄດ້ຕ້ອນຮັບການເຂົ້າຢ້ຽມຄຳນັບຂອງທ່ານ ຮະຢະໂຕ ຊິມິຊຶ ເຈົ້າເມືອງໄຊຕະມະ ໃນວັນທີ 14 ພະຈິກ 2023 ຢູ່ຫ້ອງວ່າ ການປົກຄອງ ນວ ໃນໂອກາດທີ່ທ່ານພ້ອມຄະນະ ໄດ້ເດີນທາງມາຢຽ້ມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ.

ໂອກາດນີ້ ທ່ານ ເຈົ້າຄອງນະຄອນຫຼວງວຽງຈັນ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍ ຕໍ່ທ່ານ ຮະຢະໂຕ ຊິມິຊຶ ເຈົ້າເມືອງໄຊຕະມະ ພ້ອມຄະນະ ທີ່ໄດ້ເດີນທາງມາເຮັດວຽກ ຢູ່ ສປປ ລາວ ຄັ້ງນີ້ ເຊິ່ງເປັນການປະກອບສ່ວນສຳຄັນ ເຂົ້າໃນການເສີມຂະຫຍາຍ ສາຍພົວພັນຮ່ວມມືລະຫວ່າງ ສປປ ລາວ- ຢີ່ປຸ່ນ ເວົ້າລວມ ເວົ້າສະເພາະ ແມ່ນການຊຸກສົ່ງເສີມການຕິດຕໍ່ ພົວພັນຮ່ວມມືໃນດ້ານຕ່າງໆລະຫວ່າງ ນະຄອນຫຼວງວຽງຈັນ ບັນດາແຂວງຂອງປະເທດຢີ່ປຸ່ນ ໂດຍສະເພາະ ການຮ່ວມມືກັບເມືອງໄຊຕະມະ ໃນດ້ານການພັດທະນາພື້ນຖານໂຄງລ່າງຂອງລະບົບນ້ຳປະປາ ແລະ ອື່ນໆ ໃຫ້ມີຄວາມເຂັ້ມແຂງ ແລະ ເຕີບໃຫຍ່ຂະຫຍາຍຕົວຍິ່ງຂຶ້ນ ພ້ອມນີ້ ທ່ານ ເຈົ້າຄອງ ຍັງໄດ້ລາຍງານສະພາບຈຸດພິເສດຂອງການພັດທະນາ ຢູ່ນະຄອນຫຼວງວຽງຈັນ ແລະ ການພົວພັນຮ່ວມມື ລະຫວ່າງນະຄອນຫຼວງວຽງຈັນ ກັບແຂວງຕ່າງໆຂອງປະເທດຢີ່ປຸ່ນ ໃຫ້ທ່ານເຈົ້າເມືອງໄຊຕະມະຊາບ ໃນໄລຍະຜ່ານມາອີກດ້ວຍ.

ທ່ານ ເຈົ້າເມືອງໄຊຕະມະ ໄດ້ກ່າວສະແດງຄວາມຂອບໃຈຕໍ່ການຕ້ອນຮັບ ອັນອົບອຸ່ນຂອງທ່ານ ເຈົ້າຄອງນະຄອນຫຼວງວຽງຈັນ ພ້ອມທັງຍິນດີຈະສືບຕໍ່ໃຫ້ການຊຸກຍູ້ສົ່ງເສີມ ການພົວພັນຮ່ວມມືກັບ ສປປ ລາວ ກໍຄື ນະຄອນຫຼວງວຽງຈັນ ໃນດ້ານຕ່າງໆ ໂດຍສະເພາະການພັດທະນາພື້ນຖານໂຄງລ່າງຂອງລະບົບນ້ຳປະປາ ກໍຄື ການປະສານງານ ການເຝິກອົບຮົມ ດ້ານວິຊາການ ແລະ ອື່ນໆ ໃນຕໍ່ໜ້າໃຫ້ມີຜົນສຳເລັດຫລາຍຂຶ້ນ ພ້ອມນີ້ ຍັງໄດ້ລາຍງານໂຄງການສ້າງຄວາມເຂັ້ມແຂງ ໃຫ້ແກ່ຂະແໜງນ້ຳປະປາ ສປປ ລາວ (ໂຄງການຮາກຫຍ້າ ໄລຍະທີ 2) ໃຫ້ກັບທ່ານເຈົ້າຄອງຊາບຕື່ມອີກ.

ຂ່າວ:ວຽງສະຫວັນ ພາບ:ອ່າຍຄຳ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments