Saturday, July 27, 2024
Homeຂ່າວການເມືອງພິຈາລະນາກົດໝາຍວ່າດ້ວຍການບັນຊີ

ພິຈາລະນາກົດໝາຍວ່າດ້ວຍການບັນຊີ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ຜ່ານບົດສະເໜີເນື້ອໃນໂດຍຫຍໍ້ ກ່ຽວກັບ ການປັບປຸງກົດໝາຍວ່າດ້ວຍ ການບັນຊີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 14 ພະຈິກ 2023 ໂດຍການເປັນປະທານຂອງທ່ານນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ.

ທ່ານ ສັນຕິພາບ ພົມວິຫານ ກ່າວວ່າ:ຜ່ານການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍການບັນຊີ ມາຮອດປັດຈຸບັນ ເຫັນວ່າ ກົດໝາຍສະບັບນີ້ ໄດ້ເປັນເຄື່ອງມືທີ່ສຳຄັນ ແລະ ຈຳເປັນ ໃນການຄຸ້ມຄອງການເງິນແຫ່ງລັດ ໂດຍສະເພາະການຄຸ້ມຄອງ ຕິດຕາມ ແລະ ກວດກາ ການຈັດຕັ້ງປະຕິບັດວຽກງານບັນຊີ ຢ່າງລວມສູນ ແລະ ເປັນເອກະພາບ ໃນຂອບເຂດທົ່ວປະເທດ ໃຫ້ມີປະສິດທິພາບ ແລະ ປະສິີດທິຜົນ ເພື່ອເປັນພື້ນຖານໃນການຄຸ້ມຄອງເກັບລາຍຮັບ ແລະ ລາຍຈ່າຍ ງົບ ປະມານແຫ່ງລັດ ໃຫ້ມີຄວາມຖືກຕ້ອງ ໂປ່ງໃສ ທັນເວລາ ແລະ ສາມາດກວດສອບໄດ້ ເຖິງແນວໃດກໍຕາມ ອີງໃສ່ສະພາບການຂະຫຍາຍຕົວຂອງເສດຖະກິດ-ສັງຄົມ ກົດໝາຍວ່າດ້ວຍ ການບັນຊີ ສະບັບນີ້ ໄດ້ນຳໃຊ້ມາເກືອບ 10 ປີແລ້ວ ເຫັນວ່າ ມີບາງເນື້ອໃນບໍ່ສອດຄ່ອງກັບສະພາບການຂະ ຫຍາຍຕົວຂອງເສດຖະກິດ-ສັງຄົມ ໃນປັດຈຸບັນ ແລະ ບັນດາກົດໝາຍ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານບັນຊີ ໄດ້ມີການປັບປຸງ ຈຶ່ງເຮັດໃຫ້ມີບາງເນື້ອໃນ ຂອງກົດໝາຍວ່າດ້ວຍການບັນຊີ ບໍ່ທັນສອດຄ່ອງ ແລະ ກົມກຽວກັນເທົ່າທີ່ຄວນ.

ຜ່ານການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍການບັນຊີ ເຫັນວ່າ ກົດໝາຍສະບັບດັ່ງກ່າວ ຍັງມີບາງເນື້ອໃນເປັນອຸປະສັກໃນການຈັດຕັ້ງປະຕິບັດວຽກງານບັນຊີ ຂອງຫົວໜ່ວຍຖືບັນຊີ ເປັນຕົ້ນ ຂໍ້ກຳນົດ ກ່ຽວກັບການຈັດ ຕັ້ງປະຕິບັດມາດຕະຖານການລາຍງານການເງິນ ຂອງຫົວໜ່ວຍຖືບັນຊີວິສາຫະກິດແຕ່ປະເພດ ຕ້ອງມີຄວາມຄົບຖ້ວນ ຊັດເຈນ ແລະ ສອດຄ່ອງກັບສະພາບການຈັດຕັ້ງປະຕິບັດຕົວຈິງ ກົນໄກການຄຸ້ມຄອງ ຕິດຕາມການຈັດ ຕັ້ງປະຕິບັດວຽກງານບັນຊີ ຂອງຫົວໜ່ວຍຖືບັນຊີ ຫົວໜ້າບັນຊີ ແລະ ພະນັກງານບັນຊີ ຕ້ອງມີຄວາມຈະແຈ້ງ ແລະ ຄົບຖ້ວນ ການພັດທະນາວຽກງານບັນຊີ ຕ້ອງຮັບປະກັນໃຫ້ສອດຄ່ອງກັບບັນດາປະເທດພາກພື້ນ ແລະ ສາກົນ.

ສະນັ້ນ ຈຶ່ງມີຄວາມຈຳເປັນຕ້ອງມີການຄົ້ນຄວ້າປັບປຸງກົດໝາຍດັ່ງກ່າວ ເພື່ອໃຫ້ມີເນື້ອໃນຈະແຈ້ງ ຄົບຖ້ວນ ຮັດກຸມ ແນໃສ່ເປັນເຄື່ອງມືໃນການຄຸ້ມຄອງ ຕິດຕາມ ກວດກາ ການຈັດຕັ້ງປະຕິບັດວຽກງານບັນຊີຂອງຫົວໜ່ວຍຖືບັນຊີ ຖືກຕ້ອງ ໂປ່ງໃສ ແລະ ສອດຄ່ອງຕາມກົດໝາຍກຳນົດ ພ້ອມກັນນັ້ນ ເພື່ອຍົກສູງປະສິດທິພາບ ໃນການຄຸ້ມຄອງວຽກງານບັນຊີ ສາມາດຮອງຮັບການຫັນປ່ຽນໃໝ່ ດ້ານການພັດທະນາເສດຖະກິດ-ສັງຄົມ ພາຍໃນປະເທດ ສອດຄ່ອງກັບການຂະຫຍາຍຕົວດ້ານເສດຖະກິດ ຂອງພາກພື້ນ ແລະ ສາກົນ ແຕ່ລະໄລຍະ ຊຸກຍູ້ ແລະ ສົ່ງເສີມ ຫົວໜ່ວຍທຸລະກິດ ຖືບັນຊີ ຖືບັນຊີຖືກຕ້ອງ ຄົບຖ້ວນ ແລະ ຫັນເປັນທັນສະໄໝ ກ້າວສູ່ລະບົບດິຈິຕອລ ປັບປຸງໃຫ້ສອດຄ່ອງກັບຫຼັກແຫ່ງກົດໝາຍ ແລະ ກົດໝາຍອື່ນທີ່ກ່ຽວຂ້ອງ ທີ່ໄດ້ຜ່ານການຮັບຮອງ ແລະ ປະກາດໃຊ້ໃນປັດຈຸບັນ.

ໂຄງປະກອບ ແລະ ເນື້ອໃນ ຂອງຮ່າງກົດໝາຍວ່າດ້ວຍ ການບັນຊີ ຮ່າງກົດໝາຍສະບັບນີ້ ປະກອບມີ 10 ພາກ ມີ 12 ໝວດ ແລະ ມີ 89 ມາດຕາ ໃນນີ້ ໄດ້ປັບປຸງ ມີ 67 ມາດຕາ ສ້າງໃໝ່ 1 ມາດຕາ.

ຢ່າງໃດກໍຕາມ ເມື່ອກົດໝາຍສະບັບນີ້ ໄດ້ຖືກຮັບຮອງ ແລະ ປະກາດໃຊ້ຢ່າງເປັນທາງການແລ້ວ ຄາດຄະເນຜົນໄດ້ຮັບ ແມ່ນເຮັດໃຫ້ກົດໝາຍວ່າດ້ວຍການບັນຊີ ມີເນື້ອໃນຄົບຖ້ວນ ຊັດເຈນ ມີປະສິດທິຜົນສູງຂຶ້ນ ເປັນບ່ອນອີງໃນການກຳນົດນະໂຍບາຍຊຸກຍູ້ ສົ່ງເສີມ ແລະ ສ້າງແຮງຈູງໃຈ ໃຫ້ຫົວໜ່ວຍຖືບັນຊີເຄື່ອນໄຫວຖືກຕ້ອງຕາມກົດໝາຍ ມາດຕະຖານບັນຊີ ລົບລ້າງການຖືບັນຊີ 2 ຫຼື ຫຼາຍລະບົບ ພ້ອມທັງຊຸກຍູ້ໃຫ້ມີການຖືບັນຊີຫຼາຍຂຶ້ນ ເພື່ອເປັນພື້ນຖານໃຫ້ແກ່ການຄຸ້ມຄອງລາຍຮັບ ແລະລາຍຈ່າຍງົບປະມານແຫ່ງລັດ ຕ້ານ ແລະ ສະກັດກັ້ນປະກົດຫຍໍ້ທໍ້ ດ້ານການເງິນ ແລະ ການບັນຊີ ເຮັດໃຫ້ການຄຸ້ມຄອງ ແລະ ຍົກລະດັບຄວາມຮູ້ຄວາມສາມາດ ໃຫ້ນັກບັນຊີ ຂອງພາກລັດ ແລະ ເອກະຊົນ ມີຄວາມເຂັ້ມແຂງ ແລະ ເປັນມືອາຊີບ.

ພາຍຫຼັງທີ່ທ່ານລັດຖະມົນຕີ ກະຊວງການເງິນ ໄດ້ລາຍງາຍ ບັນດາທ່ານສະມາຊິກສະພາແຫ່ງຊາດ ກໍໄດ້ສຸມໃສ່ປະກອບຄໍາຄິດ ຄຳເຫັນ ຢ່າງກົງໄປ ກົງມາ ເພື່ອເຮັດໃຫ້ຮ່າງກົດໝາຍປັບປຸງດັ່ງກ່າວນີ້ ສາມາດນໍາໄປຈັດຕັ້ງປະຕິບັດໄດ້ຢ່າງໂລ່ງລ່ຽນ ປະກອບສ່ວນຄຸ້ມຄອງການຈັດຕັ້ງປະຕິບັດ ແຜນງົບປະມານແຫ່ງລັດ ໃຫ້ມີປະສິດທິ ພາບ ແລະ ປະສິດທິຜົນສູງ.

#VientianeMai

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments