Saturday, July 27, 2024
Homeຂ່າວກິລາເພື່ອນຮ່ວມທີມ - ຜູ້ບໍລິຫານ - ອະດີດນັກເຕະຂອງບາເຢິນ ຍົກຍ້ອງ “ເຄນ” ເປັນເຄື່ອງຈັກສັງຫານ

ເພື່ອນຮ່ວມທີມ – ຜູ້ບໍລິຫານ – ອະດີດນັກເຕະຂອງບາເຢິນ ຍົກຍ້ອງ “ເຄນ” ເປັນເຄື່ອງຈັກສັງຫານ

ຫຼັງຈາກທີ່ ແຮຣີ ເຄນ ກອງໜ້າທີມຊາດອັງກິດ ຂອງ ບາເຢິນ ມິວນິກ ທໍາລາຍສະຖິຕິນັກເຕະທີ່ຍິງປະຕູໄດ້ຫຼາຍທີ່ສຸດໃນ ບຸນເດສລີກາ ເຢຍລະມັນ ຫຼັງຜ່ານໄປ 11 ນັດ ດ້ວຍຜົນງານ 17 ປະຕູ ທຳລາຍສະຖິຕິເດີມທີ່ ໂຣເບິດ ເລວານດອຟສະກີ ເຄີຍເຮັດໄດ້ກັບບາເຢິນ ເມື່ອປີ 2019 ທີ່ຍິງໄດ້ 16 ປະຕູ ຈາກ 11 ນັດທໍາອິດຂອງລະດູການ ແລະ ຖ້ານັບທຸກລາຍການໃນລະດູການນີ້ ເຄນ ຍິງໄປແລ້ວ 21 ປະຕູຈາກ 15 ເກມ ນັບເປັນການຍິງປະຕູໃຫ້ສະໂມສອນເກີນ 20 ປະຕູ 10 ລະດູການຕິດຕໍ່ກັນແລ້ວ ແລະ ເປັນການຍິງເຖິງ 20 ປະຕູໄວທີ່ສຸດໃນຊີວິດການຄ້າຝີຕີນນັ້ນ ບັນດາຜູ້ທີ່ກ່ຽວພັນກັບ ບາເຢິນ ໄດ້ຕ່າງອອກມາຊົມເຊີຍ ແລະ ໃຫ້ຄວາມເຊື່ອໝັ້ນກັບກອງໜ້າອາຍຸ30 ປີຢ່າງສູງ.

ໂທມັສ ມຸນເລີ ເພື່ອນຮ່ວມທີມ ບາເຢິນ ມິວນິກ ກ່າວວ່າ ເຊື່ອວ່າ ເຄນ ຈະເຮັດທຸກຢ່າງໄດ້ ພຽງແຕ່ໃຫ້ເຂົາຢູ່ໃນພື້ນທີ່ທີ່ີຈະຍິງປະຕູໄດ້ເທົ່ານັ້ນ ເຄນ ເປັນຄົນທີ່ຍິງປະຕູໄດ້ຈາກທຸກບ່ອນ ທັງໜ້າເຂດໂທດ ແລະ ໃນຂອບເຂດໂທດ ເມື່ອເຂົາຍິງໄກກໍມີໂອກາດສູງຫຼາຍທີ່ຈະເປັນປະຕູ.

ດ້ານ ແຢນ-ຄອນສິຕຽນ ຕຣີເຊ່ນ CEO ຂອງທີມ ບາເຢິນ ມິວນິກ ກ່າວວ່າ ຜົນງານຂອງ ເຄນ ໃນໄລຍະທີ່ຜ່ານມາຍອດຢ່ຽມຫຼາຍ ຮູ້ສຶກມີຄວາມສຸກທີ່ການຍ້າຍທີມນີ້ຄັ້ງນີ້ໄດ້ຜົນອອກມາດີ ແລະ ຫວັງວ່າມັນຈະສືບຕໍ່ເປັນແບບນີ້ໄປເລື້ອຍໆ.

ດິດມາ ຮາມັນ ອະດີດກອງກາງຂອງ ບາເຢິນ ມິວນິກ ກ່າວວ່າ ບໍ່ຄິດວ່າ ເຄນ ຈະຍິງປະຕູໄດ້ຫຼາຍແບບນີ້ ເພາະເຂົາຫາກໍຍ້າຍມາໄດ້ພຽງແຕ່ 3 ເດືອນ ແຕ່ຫຼິ້ນໄດ້ຄືກັບຢູ່ກັບ ບາເຢິນ ເປັນເວລາ 4 ປີ ເຊິ່ງຫຼີ້ນໄດ້ເຂົ້າຂາກັບເພື່ອນຮ່ວມທີມໄດ້ດີຫຼາຍ ທີ່ສໍາຄັນ, ເຄນ ບໍ່ໄດ້ເປັນກອງໜ້າທີ່ມີຄວາມໄວ ແຕ່ສະແດງໃຫ້ເຫັນວ່າ ເຂົາຫຼິ້ນໄດ້ສະຫຼາດ ຖືໄດ້ວ່າ ບາເຢິນ ເຮັດທຸກຢ່າງໄດ້ຖືກຕ້ອງທີ່ຊື້ເຂົາມາຮ່ວມທີມ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments