Home ຂ່າວໜ້າໜຶ່ງ ທ່ານ ນາຍົກລັດຖະມົນຕີ ຕິດຕາມ, ຊຸກຍູ້ ແລະ ຊີ້ນຳວຽກງານຢູ່ແຂວງຈຳປາສັກ

ທ່ານ ນາຍົກລັດຖະມົນຕີ ຕິດຕາມ, ຊຸກຍູ້ ແລະ ຊີ້ນຳວຽກງານຢູ່ແຂວງຈຳປາສັກ

0

ພາຍຫຼັງສຳເລັດການພົບປະໂອ້ລົມ ແລະ ຊີ້ນຳວຽກງານ ຢູ່ແຂວງສາລະວັນ ໃນຕອນເຊົ້າວັນທີ 11 ພະຈິກ 2023 ແລະ ມາໃນຕອນບ່າຍ ຂອງວັນດຽວກັນ, ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ, ຫົວໜ້າຄະນະສະເພາະກິດ ຮັບຜິດຊອບແກ້ໄຂບັນຫາເຄັ່ງຮ້ອນຂອງ ເສດຖະກິດ-ການເງິນ, ບັນຫາເງິນເຟີ້, ອັດຕາແລກປ່ຽນເງິນຕາ, ລາຄາສິນຄ້າ ແລະ ໜີ້ສິນຕ່າງປະເທດ (ຫົວໜ້າຄະນະສະເພາະກິດ 19/ກມສພ) ພ້ອມດ້ວຍຄະນະ ໄດ້ສືບຕໍ່ພົບປະໂອ້ລົມ ແລະ ຊີ້ນຳວຽກງານເສດຖະກິດ-ການເງິນ ຕໍ່ການນຳ ແລະ ພະນັກງານຫຼັກແຫຼ່ງແຂວງຈຳປາສັກ; ມີທ່ານ ວິໄລວົງ ບຸດດາຄຳ, ເຈົ້າແຂວງຈຳປາສັກ ນຳພາຄະນະເຂົ້າຮ່ວມຟັງ ແລະ ຮັບເອົາທິດຊີ້ນຳ ຈາກການໂອ້ລົມດັ່ງກ່າວ ເພື່ອນຳໄປຈັດຕັ້ງຜັນຂະຫຍາຍສູ່ວຽກງານຕົວຈິງ.

​ໃນໂອກາດນີ້, ທ່ານ ເຈົ້າແຂວງຈຳປາສັກ ໄດ້ລາຍງານໃຫ້ຊາບ ກ່ຽວກັບສະພາບການພັດທະນາເສດຖະກິດ-ສັງຄົມຂອງແຂວງ ຕິດພັນກັບການ​ແກ້​ໄຂ​ບັນຫາ​ເຄັ່ງຮ້ອນ ຂອງ​ເສດຖະກິດ-ການ​ເງິນ ເຫັນວ່າ: ລວມຍອດຜະລິດຕະພັນພາຍໃນຂອງແຂວງ ໄລຍະ 9 ເດືອນຜ່ານມາ ປະຕິບັດໄດ້ 27.290,5 ຕື້ກີບ ເທົ່າກັບ 82,2% ຂອງແຜນການ, ລາຍຮັບສະເລ່ຍໃສ່ຫົວຄົນໄດ້ 35 ລ້ານກີບ/ຄົນ, ການເກັບລາຍຮັບເຂົ້າງົບປະມານ ໄລຍະ 10 ເດືອນ ປະຕິບັດໄດ້ 1.849,19 ຕື້ກີບ ເທົ່າກັບ 96,12% ຂອງແຜນການ, ລາຍຈ່າຍ ປະຕິບັດໄດ້ 627,26 ຕື້ກີບ, ເທົ່າກັບ 78,50% ຂອງແຜນການ, ການລົງທຶນ ປະຕິບັດໄດ້ 8.916,37 ຕື້ກີບ ເທົ່າກັບ 96,97% ຂອງແຜນການ, ໃນນັ້ນ ມູນຄ່າການລົງທຶນຂອງລັດ ກວມ 0,53%, ທຶນຊ່ວຍເຫຼືອລ້າ (ODA) ກວມ 4,24%, ການລົງທຶນພາກເອກະຊົນພາຍໃນ-ຕ່າງປະເທດ ກວມ 31,5% ແລະ ສິນເຊື່ອທະນາຄານ ກວມ 63,73% ຂອງການລົງທຶນທັງໝົດ; ການສົ່ງອອກສິນຄ້າ ປະຕິບັດໄດ້ 296,28 ລ້ານໂດລາ ເທົ່າກັບ 64% ຂອງແຜນການ, ຊຶ່ງສິນຄ້າຫຼັກ ແມ່ນສິນຄ້າກະສິກໍາ, ພືດຜັກທີ່ນອນໃນໂຄງການ Contract Farming, ຜະລິດຕະພັນອຸດສາຫະກໍາປຸງແຕ່ງ ແລະ ອື່ນໆ; ການນໍາເຂົ້າສິນຄ້າ ປະຕິບັດໄດ້ 286,71 ລ້ານໂດລາ ເທົ່າກັບ 77% ຂອງແຜນການ, ​ຊຶ່ງສິນຄ້າຫຼັກ ແມ່ນນໍ້າມັນເຊື້ອໄຟ, ພາຫະນະ-ອາໄຫຼ່, ເຄື່ອງກໍ່ສ້າງ, ເຄື່ອງໂຄງການຮັບໃຊ້ພາຍໃນ ແລະ ອື່ນໆ. ເມື່ອສົມທຽບ ລະຫວ່າງ ການນໍາເຂົ້າທັງໝົດ ແລະ ສົ່ງອອກທັງໝົດ ແຂວງຈໍາປາສັກ ມີມູນຄ່າການຄ້າເກີນດູນ 9,56 ລ້ານໂດລາ.

​ໃນໂອກາດດຽວກັນ, ທ່ານ ນາຍົກລັດຖະມົນຕີ ກໍ່ໄດ້ມີຄຳເຫັນເຈາະຈີ້ມ ແລະ ສະເໜີຂະແໜງການກ່ຽວຂ້ອງ ຂອງແຂວງ ແລະ ສູນກາງ ປະກອບຄຳເຫັນ ບາງວຽກງານເພີ່ມເຕີມ. ຫຼັງຈາກນັ້ນ ກໍ່ໄດ້ໃຫ້ກຽດໂອ້ລົມຕໍ່ຜູ້ເຂົ້າຮ່ວມ ໂດຍໄດ້ຍົກໃຫ້ເຫັນສະພາບພົ້ນເດັ່ນໃນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ການເຄື່ອນໄຫວຊີ້ນຳວຽກງານ ຂອງສູນກາງພັກ ແລະ ລັດຖະບານ, ທັງໄດ້ຊີ້ນຳໃຫ້ອົງການປົກຄອງແຂວງ ເອົາໃຈໃສ່ຕື່ມບາງດ້ານ ເປັນຕົ້ນ ເຂັ້ມງວດແກ້ໄຂບັນຫາການຈັບຈ່ອງໂຄງການ ທີ່ບໍ່ມີການພັດທະນາ ແລະ ໂຄງການທີ່ບໍ່ມີປະສິດທິຜົນ; ສຸມໃສ່ຍົກສະມັດຕະພາບການຜະລິດໃຫ້ສູງຂຶ້ນ, ປັບປຸງຮູບແບບການຜະລິດ ທີ່ມີລັກສະນະອີງໃສ່ທຳມະຊາດ ຫັນໄປສູ່ການຜະລິດ ທີ່ມີວິທະຍາສາດ, ຮັບປະກັນທາງດ້ານປະລິມານ, ຄຸນນະພາບ ແລະ ເສດຖະກິດ, ລວມທັງ ການພັດທະນາໂຄງລ່າງພື້ນຖານການຜະລິດ; ສືບຕໍ່ປະຕິບັດບັນດາວຽກຈຸດສຸມ ແລະ ມາດຕະການໃນການແກ້ໄຂບັນຫາເຄັ່ງຮ້ອນ ຂອງເສດຖະກິດ-ການເງິນ ກໍ່ຄືວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ໃຫ້ມີການຫັນປ່ຽນຢ່າງຈະແຈ້ງ; ສືບຕໍ່ຈັດຕັ້ງປະຕິບັດດຳລັດ ວ່າດ້ວຍລົດຂອງລັດ, ລວມທັງ ບັນດາມາດຕະການປະຢັດ ແລະ ຕ້ານການຟູມເຟືອຍຕ່າງໆ ໃຫ້ໄດ້ຮັບຜົນດີ; ສືບຕໍ່ກວດກາ ແລະ ສ້ອມແປງໂຄງລ່າງເສັ້ນທາງພາຍໃນແຂວງ ໃຫ້ສາມາດໄປມາໄດ້ສະດວກ, ມີການຄຸ້ມຄອງທີ່ດີ, ຫຼີກລ່ຽງສະພາບເສັ້ນທາງເປ່ເພຫຼາຍແລ້ວ ຈຶ່ງສ້ອມແປງ;

ພ້ອມກັນນັ້ນ ກໍ່ປຸກລະດົມປະຊາຊົນ ແລະ ສັງຄົມ ມີສ່ວນຮ່ວມໃນການສ້ອມແປງ ແລະ ກໍ່ສ້າງ ບັນດາເສັ້ນທາງເຂົ້າຫາບ້ານ ແລະ ເສັ້ນທາງຮ່ອມຕ່າງໆ; ເອົາໃຈໃສ່ຕິດຕາມ ແລະ ແກ້ໄຂ ບັນຫາລົດທີ່ນຳເຂົ້າ ແລະ ນຳໃຊ້ບໍ່ຖືກຕ້ອງ ໃຫ້ຂາດຕົວເປັນກ້າວໆ; ຕິດຕາມແກ້ໄຂບັນຫາຫຍໍ້ທໍ້ ໃນສື່ສັງຄົມອອນລາຍ, ລວມທັງ ບັນຫາຫຍໍ້ທໍ້ ໃນຂົງເຂດການສຶກສາ, ແຮງງານ ແລະ ອື່ນໆ; ສືບຕໍ່ຊຸກຍູ້ສົ່ງເສີມວຽກງານການທ່ອງທ່ຽວ ໃຫ້ເປັນຂະ ບວນການກວ້າງຂວາງ ແລະ ແຂງແຮງກວ່າເກົ່າ ໂດຍສະເພາະ ການໂຄສະນາເຜີຍແຜ່, ການພັດທະນາ ແລະ ປັບປຸງໂຄງລ່າງພື້ນຖານການທ່ອງທ່ຽວ, ການສ້າງກິດຈະກຳທ່ອງທ່ຽວ, ການບໍລິການການທ່ອງທ່ຽວ ແລະ ອື່ນໆ; ກະກຽມກິດຈະກໍາ ສະເຫຼີມສະຫຼອງວັນສໍາຄັນ ທາງດ້ານປະຫວັດສາດຂອງຊາດ ໂດຍເນັ້ນໃສ່ດ້ານເນື້ອໃນເປັນສຳຄັນ ໃຫ້ມີລັກສະນະນຳພາ, ປຸກລະດົມ, ສຶກສາອົບຮົມ ແລະ ພັດທະນາທີ່ກ້າວໜ້າ ເຮັດໃຫ້ຄົນລາວ ມີນໍ້າໃຈຮັກຊາດ ແລະ ຮັກບ້ານເກີດເມືອງນອນຂອງຕົນ.

ຂ່າວ ແລະ ພາບ: ກົມປະຊາສຳພັນ ຫສນຍ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version