Saturday, July 27, 2024
Homeຂ່າວພາຍໃນລັດຖະບານນິວຊີແລນ ມອບອາຄານຫໍພັກພະນັກງານໃຫ້ແກ່ ຄກລ ແຂວງຊຽງຂວາງ

ລັດຖະບານນິວຊີແລນ ມອບອາຄານຫໍພັກພະນັກງານໃຫ້ແກ່ ຄກລ ແຂວງຊຽງຂວາງ

ພິທີມອບ-ຮັບອາຄານຫໍພັກພະນັງງານໂຄງການເກັບກູ້ລະເບີດແຫ່ງຊາດ (ຄກລ) ປະຈຳແຂວງຊຽງຂວາງ ພາຍໃຕ້ການຊ່ວຍເຫຼືອ ຂອງລັດຖະບານນິວຊີແລນ ໂດຍຜ່ານອົງການສະຫະປະຊາຊາດ (ສປຊ) ເພື່ອພັດທະນາປະຈໍາລາວ ໄດ້ຈັດຂຶ້ນໃນວັນທີ 10 ພະຈິກ ຜ່ານມາ ທີ່ ຄກລ ເມືອງແປກ ແຂວງຊຽງຂວາງ, ໂດຍການກ່າວມອບຂອງທ່ານ ໂຈນາທານ ຄິງສ (Jonathan Kings) ເອກອັກຄະລັດຖະທູດນິວຊີແລນ ປະຈໍາລາວ ແລະ ກ່າວຮັບໂດຍທ່ານ ປະເດີມພອນ ສົນທະນີ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຮອງປະທານຜູ້ປະຈຳການຄະນະກຳມະການແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກ (ຄຊກລ) ໂດຍການເຂົ້າຮ່ວມເປັນສັກຂີພິຍານຂອງທ່ານ ໂພໄຊ ໄຂຄຳພິທູນ ຮອງລັດຖະມົນຕີກະຊວງການຕ່າງປະເທດ, ທ່ານ ສີວິໄລ ແສງຈະເລີນ ຮອງເຈົ້າແຂວງຊຽງຂວາງ ປະທານຄະນະກຳມະການຄຸ້ມຄອງ ແລະ ແກ້ໄຂລະເບີດບໍ່ທັນແຕກແຂວງຊຽງຂວາງ, ມີຜູ້ຕາງໜ້າຈາກອົງການ ສປຊ ເພື່ອການພັດທະນາປະຈຳລາວ, ພະນັກງານ ຄກລ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ການຊ່ວຍເຫຼືອຂອງລັດຖະບານນິວຊີແລນໃນຄັ້ງນີ້ ເປັນອາຄານຫໍພັກຂອງພະນັກງານຍິງ-ຊາຍ 1 ຫຼັງ ປະກອບມີ 8 ຫ້ອງນອນ. ໃນນັ້ນ, ມີຫ້ອງນອນຊາຍ 5 ຫ້ອງ, ຫ້ອງນອນຍິງ 3 ຫ້ອງ ສາມາດບັນຈຸພະນັກງານໄດ້ທັງໝົດ 68 ຄົນ. ພ້ອມນັ້ນ, ມີເຮືອນຄົວ, ຫ້ອງນໍ້າ ແລະ ຍັງມີສິ່ງອຳນວຍຄວາມສະດວກຕ່າງໆເປັນຕົ້ນ ລະບົບນໍ້າ, ຕາຂ່າຍໄຟຟ້າ, ສາງເກັບມ້ຽນດິນລະເບີດ 1 ຫຼັງ ແລະ ອື່ນໆ ລວມມູນຄ່າທັງໝົດ 4 ຕື້ 969 ລ້ານ ກວ່າກີບ ຫຼື 211.187 ໂດລາ ຊຶ່ງອາຄານດັ່ງກ່າວຕັ້ງຢູ່ໃນຂອບເຂດພື້ນທີ່ດຽວກັນກັບຫ້ອງການ ຄກລ ປະຈຳແຂວງຊຽງຂວາງ.

ທ່ານ ປະເດີມພອນ ສົນທະນີ ໄດ້ກ່າວສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນຕໍ່ລັດຖະບານນິວຊີແລນທີ່ເຫັນຄວາມສຳຄັນ ແລະ ໃຫ້ການຊ່ວຍເຫຼືອສະໜັບສະໜູນແກ່ ສປປ ລາວຕະຫຼອດມາ. ການຊ່ວຍເຫຼືອໃນຄັ້ງນີ້ ເປັນການປະກອບສ່ວນທີ່ສຳຄັນ ເຂົ້າໃນວຽກງານການພັດທະນາ ແລະ ຫຼຸດຜ່ອນຄວາມທຸກຍາກ ຂອງ ສປປ ລາວ ກໍຄືການປະກອບສ່ວນໃນການບັນລຸເປົ້າໝາຍການພັດທະນາແບບຍືນຍົງ ທີ 18 (SDG 18 ຊີວິດປອດໄພຈາກລະເບີດບໍ່ທັນແຕກ) ຊຶ່ງເປັນການປະກອບສ່ວນຊ່ວຍເຫຼືອປະຊາຊົນລາວບັນດາເຜົ່າໃນພື້ນທີ່ທີ່ມີຜົນກະທົບຈາກລະເບີດບໍ່ທັນແຕກ ໃຫ້ມີພື້ນທີ່ດຳລົງຊີວິດ ແລະ ທຳມາຫາກິນຢ່າງປອດໄພ. ພ້ອມນີ້, ຍັງມີຄວາມໝາຍຄວາມສຳຄັນຕໍ່ວຽກງານແກ້ໄຂບັນຫາລະເບີດບໍ່ທັນແຕກ ຂອງ ຄກລ ໂດຍສະເພາະຈະຊ່ວຍເຫຼືອໃຫ້ແກ່ຜູ້ທີ່ປະຕິບັດໜ້າທີ່ຢູ່ພາກສະໜາມຕົວຈິງໃນທ້ອງຖິ່ນ ໄດ້ມີທີ່ຢູ່ອາໄສ, ປັບປຸງຊີວິດການເປັນຢູ່ຂອງເຂົາເຈົ້າໃຫ້ດີຂຶ້ນ ແລະ ຍົກສູງຄຸນນະພາບຂອງການປະຕິບັດງານໃຫ້ດີຂຶ້ນກວ່າເກົ່າ. ຫຼັງຈາກນັ້ນ, ຜູ້ເຂົ້າຮ່ວມຍັງເຂົ້າເບິ່ງພາຍໃນອາຄານ ແລະ ເບິ່ງການວາງສະແດງລູກລະເບີດທີ່ໃຊ້ງານບໍ່ໄດ້ ຂອງ ຄກລ.

(ຂ່າວ-ພາບ: ວັນເພັງ)

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments