Saturday, July 27, 2024
Homeຂ່າວໜ້າໜຶ່ງຍ່າງເພື່ອສຸຂະພາບສະຫຼອງວັນຄຸ້ມຄອງໄພພິບັດແຫ່ງຊາດ, ອາຊຽນ ແລະ ວັນຫຼຸດຜ່ອນຄວາມສ່ຽງໄພພິບັດສາກົນ 13 ຕຸລາ ປະຈຳປີ 2023

ຍ່າງເພື່ອສຸຂະພາບສະຫຼອງວັນຄຸ້ມຄອງໄພພິບັດແຫ່ງຊາດ, ອາຊຽນ ແລະ ວັນຫຼຸດຜ່ອນຄວາມສ່ຽງໄພພິບັດສາກົນ 13 ຕຸລາ ປະຈຳປີ 2023

ກະຊວງ ແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ໄດ້ຈັດກິດຈະກຳຍ່າງເພື່ອສຸຂະພາບ ສະຫຼອງ ວັນຄຸ້ມຄອງໄພພິບັດແຫ່ງຊາດ, ອາຊຽນ ແລະ ວັນຫຼຸດຜ່ອນຄວາມສ່ຽງໄພພິບັດສາກົນ 13 ຕຸລາ ປະຈຳປີ 2023 ຂຶ້ນໃນວັນທີ 11 ພະຈິກ 2023 ທີ່ບຶງທາດຫຼວງ ນະຄອນຫຼວງວຽງຈັນ , ໂດຍມີ ທ່ານ ບຸນທອງ ຈິດມະນີ ຮອງປະທານປະເທດ, ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ປະທານຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູງກາງ, ທ່ານ ນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງ ຮສສ ຮອງປະທານຜູ້ປະຈຳການ ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູງກາງ, ທ່ານ ທູດ ສ ເກົາຫຼີ ປະຈຳລາວ ພ້ອມດ້ວຍພະນັກງານຈາກພາກລັດ, ເອກະຊົນ ແລະ ມວນຊົນເຂົ້າຮ່ວມຢ່າງຫຼວງຫຼາຍ. ໃນການຈັດກິດຈະກຳໃນຄັ້ງນີ້ ແມ່ນເພື່ອລະນຶກເຖິງວັນ ຄຸ້ມຄອງໄພພິບັດແຫ່ງຊາດ , ອາຊຽນ ແລະ ວັນຫຼຸດຜ່ອນຄວາມສ່ຽງໄພພິບັດສາກົນ 13 ຕຸລາ ປະຈຳປີ 2023 ຕາມກົດໝາຍວ່າດ້ວຍການຄຸ້ມຄອງໄພພິບັດ ໄດ້ກຳນົດໄວ້.

ທ່ານ ລີປາວ ຢ່າງ ຮອງລັດຖະມົນຕີ ກະຊວງ ແຮງງານ ແລະ ສະຫວັດດີການສັງຄົມ ປະທານສະພາບໍລິຫານກອງທຶນຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ກ່າວລາຍງານສະພາບຄວາມເປັນມາ ຂອງວັນດັ່ງກ່າວວ່າ: ໂດຍທີ່ພວກເຮົາຮັບຮູ້ເຖິງຄວາມອັນຕະລາຍ ແລະ ຜົນກະທົບຈາກໄພພິບັດ ທັງຈາກໄພພິບັດທາງທໍາມະຊາດ ແລະ ມະນຸດສ້າງຂຶ້ນ, ທົ່ວໂລກຈຶ່ງໄດ້ຍົກເອົາບັນຫາການຫຼຸດຜ່ອນຄວາມສ່ຽງໄພພິບັດ ແລະ ການຄຸ້ມຄອງໄພພິບັດ ເປັນວຽກໜຶ່ງທີ່ສຳຄັນ ແລະ ເປັນບຸລິມະສິດຕົ້ນຕໍ ໃນເວທີລະດັບໂລກ ແລະ ລະດັບພາກພື້ນ ຊຶ່ງໃນປີ 1989 ສະມັດຊາໃຫຍ່ ອົງການສະຫະປະຊາຊາດ ໄດ້ຮັບຮອງເອົາ ວັນທີ 13 ຕຸລາ ເປັນວັນຫຼຸດຜ່ອນຄວາມສ່ຽງໄພພິບັດສາກົນ, ຕໍ່ມາ ໃນກອງປະຊຸມລັດຖະມົນຕີ ຄຸ້ມຄອງໄພພິບັດອາຊຽນ ປີ 2004 ໄດ້ຮ່ວມກັນປຶກສາຫາລື ແລະ ເອກະພາບກໍານົດເອົາ ວັນທີ 13 ຕຸລາ ເປັນວັນຄຸ້ມຄອງໄພພິບັດອາຊຽນ ແລະ ສປປ ລາວ ກໍໄດ້ກຳນົດ ແລະ ຮັບຮອງເອົາ ວັນທີ 13 ຕຸລາ ຂອງທຸກປີ ເປັນວັນຄຸ້ມຄອງໄພພິບັດແຫ່ງຊາດ ຂອງ ສປປ ລາວ . ຈາກສະພາບຄວາມອັນຕະລາຍ ແລະ ຄວາມເສຍຫາຍຈາກໄພພິບັດ ທີ່ເກີດຂຶ້ນ ນັບມື້ຖີ່ເຂົ້າ ໃນແຕ່ລະປີ ດັ່ງກ່າວ, ບັນດາຜູ້ນຳຫຼາຍປະເທດໃນໂລກ ໄດ້ເອົາໃຈໃສ່ປຶກສາຫາລືກັນ ຊອກຫາວິທີທາງຕ່າງໆ ໃນການປ້ອງກັນ ແລະ ແກ້ໄຂໄພພິບັດ ຢ່າງຈິງຈັງ ແລະ ເປັນລະບົບ ຊຶ່ງໃນໄລຍະຜ່ານມາ ກໍໄດ້ມີການຮັບຮອງເອົາບັນດານິຕິກຳທີ່ສຳຄັນ ແລະ ເປັນບ່ອນອີງໃນການປະສານງານຈັດຕັ້ງປະຕິບັດຮ່ວມກັນເພື່ອຫຼຸດຜ່ອນຄວາມສ່ຽງໄພພິບັດ ເປັນຕົ້ນ, ສັນຍາປາຣີ ວ່າດ້ວຍການປ່ຽນແປງ ດິນຟ້າອາກາດ, ຂອບແຜນງານເຊັນໄດວ່າດ້ວຍການຫຼຸດຜ່ອນຄວາມສ່ຽງໄພພິບັດ ໄປຄຽງຄູ່ກັບວາລະ 2030 ຂອງເປົ້າໝາຍການພັດທະນາແບບຍືນຍົງ.

ສໍາລັບ ສປປ ລາວ ນັບແຕ່ປີ 2005 ເປັນຕົ້ນມາ ພາຍໃຕ້ການຊີ້ນຳ ຢ່າງໃກ້ຊິດຂອງ ສູນກາງພັກ-ລັດຖະບານ ຕໍ່ວຽກຄຸ້ມຄອງໄພພິບັດ ກໍໄດ້ຮ່ວມກັບປະຊາຄົມອາຊຽນ ຈັດຕັ້ງກິດຈະກໍາ ລະນຶກເຖິງວັນຄຸ້ມຄອງໄພພິບັດຂຶ້ນທຸກປີ. ຢ່າງໃດກໍຕາມ, ເນື່ອງຈາກ ໄພພິບັດ ເປັນເຫດການທີ່ເປັນອັນຕະລາຍຮ້າຍແຮງ ທີ່ເກີດຂຶ້ນຈາກທຳມະຊາດ ຫຼື ມະນຸດສ້າງຂຶ້ນ ຊຶ່ງສ້າງຄວາມເສຍຫາຍຢ່າງຫຼວງຫຼາຍ ທັງໃນໄລຍະສັ້ນ ແລະ ໄລຍະຍາວ ມັນຈຶ່ງຮຽກຮ້ອງ ໃຫ້ທຸກຊັ້ນຄົນ ໃຫ້ມີຄວາມຮັບຮູ້, ເຂົ້າໃຈ ແລະ ເຫັນຜົນຮ້າຍ ຂອງໄພພິບັດ ເພື່ອສ້າງຄວາມກຽມພ້ອມ ແລະ ສ້າງຄວາມທົນທານ ໃນການຮັບມືກັບໄພພິບັດ ທີ່ອາດຈະເກີດຂຶ້ນ ແນໃສ່ຫຼຸດຜ່ອນ ຄວາມເສຍຫາຍ ຕໍ່ຊີວິດ, ຊັບສິນ, ເສດຖະກິດ ໃຫ້ໜ້ອຍລົງ ເທົ່າທີ່ສາມາດ ປ້ອງກັນໄດ້. ໃນປີ 2023 ນີ້, ອາຊຽນ ແລະ ສາກົນ ໄດ້ກໍານົດຫົວຂໍ້ຄໍາຂວັນ ຈັດກິດຈະກໍາເພື່ອລະນຶກເຖິງ ວັນຄຸ້ມຄອງໄພ ພິບັດວ່າ: ຫັນຈາກການຕອບໂຕ້ສຸກເສີນເປັນການກຽມພ້ອມລ່ວງໜ້າ ແລະ ສ້າງຄວາມທົນທານຕໍ່ໄພພິບັດ: ສ້າງອາຊຽນໃຫ້ມີຄວາມເປັນຜູ້ນໍາໃນການຄຸ້ມຄອງໄພພິບັດ (From response to anticipatory action and resilience: ASEAN’s journey towards global leadership in disaster management).

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments