Home ຂ່າວພາຍໃນ ສະມາຄົມນັກຂ່າວ ລາວ-ໄທ ເພີ່ມທະວີການຮ່ວມມືຫລາຍດ້ານ

ສະມາຄົມນັກຂ່າວ ລາວ-ໄທ ເພີ່ມທະວີການຮ່ວມມືຫລາຍດ້ານ

0

ສະມາຄົມນັກຂ່າວແຫ່ງ ສປປ ລາວ ແລະ ສະມາຄົມນັກຂ່າວໜັງສືພິມແຫ່ງປະເທດໄທ ພົບປະແລກປ່ຽນການພົວພັນຮ່ວມມືກັນໃນຫລາຍດ້ານ ໂດຍສະເພາະການສະໜັບສະໜູນກອງປະຊຸມ, ສໍາມະນາ, ຝຶກອົບຮົມໃນຮູບແບບຜ່ານສື່ເອເລັກໂຕຣນິກ ຫລື ຮູບແບບປະສົມປະສານລະຫວ່າງການຈັດຝຶກອົບຮົມໃນສະຖານທີ່ ແລະ ຮູບແບບຜ່ານສື່ເອເລັກໂຕຣນິກ ເພື່ອຂະຫຍາຍໂອກາດຂອງສື່ມວນຊົນຂອງທັງ 2 ປະເທດໃນການແລກປ່ຽນ ບົດຮຽນເຊິ່ງກັນ ແລະ ກັນ.

ການພົບປະດັ່ງກ່າວ, ຈັດຂຶ້ນໃນວັນທີ 8 ພະຈິກ 2023 ທີ່ສະມາຄົມນັກຂ່າວແຫ່ງ ສປປ ລາວ, ຝ່າຍລາວນຳໂດຍ ທ່ານ ສະຫວັນຄອນ ລາຊະມຸນຕີ ປະທານສະມາຄົມນັກຂ່າວແຫ່ງ ສປປ ລາວ ແລະ ຝ່າຍໄທນໍາໂດຍ ທ່ານ ມົງຄົນ ບາງປຣະພາ ນາຍົກສະມາຄົມນັກຂ່າວນັກໜັງສືພິມແຫ່ງປະເທດໄທ ພ້ອມຄະນະທັງສອງຝ່າຍ ໂດຍຜູ້ຕາງໜ້າທັງສອງສະມາຄົມ ໄດ້ມີການແລກປ່ຽນຮຽນຮູ້ ແລະ ປຶກສາຫາລືກ່ຽວກັບສະຖານະການຂອງສື່ມວນຊົນ ແລະ ການລາຍງານຂ່າວຂອງທັງສອງປະເທດ ລວມເຖິງກິດຈະກໍາທີ່ຕ້ອງປະຕິບັດຮ່ວມກັນໃນສອງປີຕໍ່ໜ້າ; ສອງຝ່າຍຍັງຢືນຢັນທີ່ຈະພັດທະນາຮ່ວມມືດ້ານການຝຶກອົບຮົມ ແລະ ສໍາມະນາ ເພື່ອຖອດຖອນບົດຮຽນຮ່ວມກັນກ່ຽວກັບສື່ ໃໝ່ (NEW MEDIA) ລວມເຖິງຂໍ້ມູນດ້ານເຕັກໂນໂລຊີຂໍ້ມູນຂ່າວສານ (IT) ໃນລະດັບຜູ້ບໍລິຫານອົງການສື່ມວນຊົນ ແລະ ຢືນຢັນຈະມີການແລກປ່ຽນຄະນະຜູ້ແທນ ລະຫວ່າງສອງສະມາຄົມຢ່າງໜ້ອຍປີລະ 1 ຄັ້ງ ເພື່ອໃຫ້ມີການແລກປ່ຽນປະສົບການ ແລະ ການປຶກສາຫາລືໃນລາຍລະອຽດຕ່າງໆທີ່ຈະເປັນການຊ່ວຍສົ່ງເສີມຄວາມສໍາພັນອັນດີຂອງນັກໜັງສືພິມ ແລະ ສື່ມວນຊົນຂອງ 2 ປະເທດ.

ພ້ອມກັນນັ້ນ, ສອງຝ່າຍຍັງໄດ້ຢືນຢັນຮ່ວມມືກັນໃນການສົ່ງເສີມການຍົກລະດັບດ້ານວິຊາຊີບ ໃຫ້ແກ່ນັກຂ່າວນັກໜັງສືພິມຂອງທັງ 2 ປະເທດ ໂດຍຜ່ານຫລັກສູດຝຶກອົບຮົມວິຊາຊີບ ແລະ ທັດສະນະສຶກສາເບິ່ງວຽກງານຕົວຈິງດ້ານສື່ມວນຊົນ ໃນຕໍ່ໜ້າ.

ແຫລ່ງຂ່າວ:ຂປລ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version