Friday, October 18, 2024
Homeຂ່າວໜ້າໜຶ່ງສ້າງຄວາມເຂັ້ມກ່ຽວກັບວຽກງານສັງຄົມສົງເຄາະໃນ ສປປ ລາວ

ສ້າງຄວາມເຂັ້ມກ່ຽວກັບວຽກງານສັງຄົມສົງເຄາະໃນ ສປປ ລາວ

ພິທີເສວະນາການສ້າງຄວາມເຂັ້ມກ່ຽວກັບວຽກງານສັງຄົມສົງເຄາະໃນ ສປປ ລາວ ຈັດຂຶ້ນວັນທີ 8 ພະຈິກ 2023 ທີໂຮງແຮມດອນຈັນ ມີທ່ານ ນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ທ່ານ ອາທຸໂຣ ລອມບໍລີ ວ່າການຜູ້ຕາງອົງການອຸຍນີເຊບ ປະຈໍາ ສປປ ລາວ ທ່ານ ຈັງ ຢອງ ຊູ ເອກອັກຄະລັດຖະທູດ ແຫ່ງ ສ ເກົາຫຼີ ປະຈຳ ສປປ ລາວ ທ່ານ ເດຊານຸລາດ ແສນດວງເດດ ຮອງອະທິການບໍດີມະຫາວິທະຍາໄລແຫ່ງຊາດພ້ອມດ້ວຍນັກສຶກສາຄະນະວິທະຍາສາດສັງຄົມເຂົ້າຮ່ວມ.

ທ່ານ ນາງ ໃບຄຳຂັນທິຍະ ກ່າວວ່າ ເວທີເສວະນາໃນຫົວຂໍ້ ການສ້າງຄວາມເຂັ້ມແຂງກ່ຽວກັບວຽກງານສັງຄົມສົງເຄາະຢູ່ ສ ປປ ລາວ ເພື່ອເປັນການພົບປະ ແລກປ່ຽນຂໍ້ມູນຂ່າວສານ ປະສົບການທາງດ້ານວຽກງານສັງຄົມສົງເຄາະລະຫວ່າງອົງການລັດ ຄູ່ຮ່ວມພັດທະນາ ບັນດານັກສຶກສາ ເພື່ອສ້າງຄວາມຮັບຮູ້ ຄວາມເຂົ້າໃຈທີ່ຫຼາກຫຼາຍທາງດ້ານທິດສະດີ ແລະ ພຶດຕິກຳຕົວຈິງໃຫ້ແກ່ທຸກໆພາກສ່ວນທີ່ມາຮ່ວມງານໃນຄັ້ງນີ້.

ວຽກງານສັງຄົມສົງເຄາະເປັນໜຶ່ງໃນການຜັນຂະຫຍາຍແນວທາງຂອງພັກ ແລະ ນະ ໂຍບາຍຂອງລັດຖະບານກ່ຽວກັບການສ້າງສັງຄົມສາມັກຄີ ປອງດອງ ສີວິໄລ ແລະ ຍຸຕິທຳ ທັງເປັນການປະຕິບັດຍຸດທະສາດຂອງ UN ກ່ຽວກັບການບໍ່ປະຖິ້ມຜູ້ໃດຢູ່ເບື້ອງຫຼັງຂອງການພັດທະນານອກນີ້ຍັງເປັນການກະຈາຍລາຍໄດ້ ກະຈາຍໝາກຜົນຂອງການພັດທະນາໄປສູ່ທຸກກຸ່ມເປົ້າໝາຍໃນສັງຄົມ ສະນັ້ນ ເພື່ອເປັນການຜັນຂະຫຍາຍທັດສະນະດັ່ງກ່າວເປັນອັນລະອຽດ ແລະ ຈັດຕັ້ງປະຕິບັດໃຫ້ເປັນຮູບປະທຳ ລັດຖະບານກໍ່ຄືກະຊວງ ຮສສ ໄດ້ກຳນົດວິໄສທັດ ຍຸດທະສາດ ແຜນດຳເນີນງານ ປັບປຸງ ແລະ ສ້າງໃໝ່ນິຕິກຳທີ່ຕິດພັນກັບການຊ່ວຍເຫຼືອສັງຄົມເຊັ່ນ ກົດໝາຍປະກັນສັງຄົມ ກົດໝາຍຄຸ້ມຄອງໄພພິບັດ ດໍາລັດວ່າດ້ວຍສັງຄົມສົງເຄາະ (ກໍາລັງຈະສ້າງເປັນກົດໝາຍວ່າດ້ວຍສັງຄົມສົງເຄາະ) ຍຸດທະສາດປົກປ້ອງສັງຄົມແຫ່ງຊາດ ເຊິ່ງປະກອບມີ 3 ເສົາຄໍ້າຕົ້ນຕໍເຊັ່ນ ການປະກັນສຸຂະພາບ ການປະກັນສັງຄົມ ແລະ ວຽກງານສະຫວັດດີການສັງຄົມ ໂດຍການສະໜັບສະໜູນຢ່າງແຂງແຮງຂອງບັນດາຂະແໜງການທັງສູນກາງ ແລະ ທ້ອງຖິ່ນດ້ວຍການຮ່ວມມືຢ່າງໃກ້ຊິດຂອງບັນດາປະເທດຄູ່ຮ່ວມພັດທະນາ ແລະ ອົງການຈັດຕັ້ງສາກົນໃນການຊ່ວຍເຫຼືອປະຊາຊົນຜູ້ທຸກຍາກ ເດັກກຳພ້າກຳພອຍ ເດັກນ້ອຍທີ່ຖືກປະປ່ອຍ ດ້ອຍໂອກາດ ຜູ້ທີ່ປະສົບເຄາະຮ້າຍຈາກໄພພິບັດ ລູກລະເບີດບໍ່ທັນແຕກຕົກຄ້າງ ຜູ້ມີຄວາມສ່ຽງ ແລະ ຕົກເປັນເຫຍື່ອຂອງການຄ້າມະນຸດ ຢາເສບຕິດ ແລະ ອື່ນໆ.

#vientianemai

# Onh

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments