Saturday, July 27, 2024
Homeຂ່າວໜ້າໜຶ່ງລັດຖະມົນຕີກະຊວງ ຖວທ ຕ້ອນຮັບທູດຕ່າງປະເທດ ປະຈຳລາວ

ລັດຖະມົນຕີກະຊວງ ຖວທ ຕ້ອນຮັບທູດຕ່າງປະເທດ ປະຈຳລາວ

ວັນທີ 7 ພະຈິກ 2023 ນີ້, ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະແຫລງ ຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ຊູເດັດ ມາເນຍ ເອກອັກຄະລັດຖະທູດ ແຫ່ງສິງກະໂປຄົນໃໝ່ ປະຈຳ ສປປ ລາວ (Sudesh Maniar) ເອກະອັກຄະລັດ ຖະທູດ ແຫ່ງ ສາທາລະນະ ລັດ ສິງກະໂປ ປະຈຳ ສປປ ລາວ ແລະ ທ່ານ ນາງ Grata Endah Werdaningtyas ເອກະອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ອິນໂດເນເຊຍ ປະຈຳ ສປປ ລາວ. ເນື່ອງໃນໂອກາດທີ່ຖືກແຕ່ງຕັ້ງມາດຳລົງຕໍາແໜ່ງເປັນເອກອັກຄະລັດຖະທູດ ຄົນໃໝ່ ປະຈໍາລາວ.

ໂອກາດນີ້ ທ່ານ ນາງ ສວນສະຫວັນ ວິຍະເກດ ກໍໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ທ່ານທູດທັງສອງປະເທດ ທີ່ໄດ້ຖືກແຕ່ງຕັ້ງເປັນເອກອັກຄະລັດ ຖະທູດ ຄົນໃໝ່ ປະຈຳລາວ, ພ້ອມທັງອວຍພອນໃຫ້ທ່ານທູດ ຈົ່ງປະສົບຜົນສຳເລັດ ໃນການປະຕິບັດໜ້າທີ່ການທູດ ສປປ ລາວ ເຊິ່ງຈະເປັນການສືບຕໍ່ເສີມສ້າງສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງປະເທດໃນຫລາຍດ້ານ ລະຫວ່າງສອງປະເທດ ລາວ ແລະ ສິງກະໂປ ທີ່ເຄີຍມີມາແລ້ວນັ້ນ ໃຫ້ນັບມື້ຂະຫຍາຍຕົວກ້າວສູ່ລ່ວງເລິກ ແລະ ແໜ້ນແຟ້ນຍິ່ງໆຂຶ້ນ ໂດຍສະເພາະດ້ານການຮ່ວມມືໃນຂົງເຂດວັດທະນະທໍາ ແລະ ທ່ອງທ່ຽວ ໃຫ້ນັບມື້ມີການຂະຫຍາຍຕົວ ຍິ່ງໆຂຶ້ນ.

ພ້ອມກັນນີ້, ທ່ານທູດ ຕ່າງກໍໄດ້ສະແດງຄວາມຂອບໃຈເປັນຢ່າງສູງຕໍ່ທ່ານ ລັດຖະມົນ ຕີ ຖວທ ທີ່ໄດ້ໃຫ້ການຕ້ອນຮັບອັນອົບອຸ່ນ ແລະ ໃຫ້ຄຳສັນຍາວ່າ ຈະໃຫ້ສືບຕໍ່ສຸມທຸກຄວາມພະຍາຍາມ ເພື່ອປະກອບສ່ວນເຂົ້າໃນການຮັດແໜ້ນສາຍພົວພັນທີ່ດີລະຫວ່າງປະເທດທີ່ມີມາແລ້ວນັ້ນໃຫ້ເຕີບໃຫຍ່ຂຶ້ນເລື້ອຍໆ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments