Home ສຶກສາ ກະຊວງສຶກສາທິການ ແລະ ກິລາ ລົງນາມບົດບັນທຶກຄວາມເຂົ້າໃຈໂຄງການຮຽນອ່ານ ໄລຍະ II

ກະຊວງສຶກສາທິການ ແລະ ກິລາ ລົງນາມບົດບັນທຶກຄວາມເຂົ້າໃຈໂຄງການຮຽນອ່ານ ໄລຍະ II

0

ວັນທີ 3 ພະຈິກ 2023, ໄດ້ມີພິທີລົງນາມບົດບັນທຶກຄວາມເຂົ້າໃຈໂຄງການຮຽນອ່ານ ໄລຍະ II, ມີ ທ່ານ ນາງ ສີສຸກ ວົງວິຈິດ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ. ໂອກາດນີ້, ທ່ານ ນາງ ໜໍ່ຄຳ ສຸພານຸວົງ ຜູ້ອໍານວຍການອົງການຣູມທູຣີດ ກ່າວ ວ່າ: ໂຄງການຮ່ວມມືກ່ຽວກັບການຮຽນອ່ານ ໄລຍະ II ແຕ່ວັນ 29 ກັນຍາ 2023 -30 ພຶດສະພາ 2025 ຢູ່ແຂວງຈໍາປາສັກ ແລະ ແຂວງອັດຕະປື, ການຮ່ວມມືດັ່ງກ່າວ ສອດຄ່ອງກັບບູລິມະສິດຂອງຂະແໜງການສຶກສາທັງສອງແຂວງ ໄດ້ເພີ່ມເມືອງເປົ້າໝາຍແຂວງລະ 1 ເມືອງ ຄື: ເມືອງປາກຊ່ອງ ໃນແຂວງຈໍາປາສັກ ລວມເປັນ 5 ເມືອງ ແລະ ເມືອງໄຊເສດຖາ ໃນແຂວງອັດຕະປື ລວມເປັນ 4 ເມືອງ, ລວມເມືອງເປົ້າໝາຍທັງໝົດຂອງໂຄງການຮຽນອ່ານ ໄລຍະ II ແມ່ນ 9 ເມືອງ.

ທ່ານ ນາງ ສີສຸກ ວົງວິຈິດ ກ່າວວ່າ: ຈຸດປະສົງຂອງໂຄງການແມ່ນເພື່ອສືບຕໍ່ຊຸກຍູ້ສົ່ງເສີມການອ່ານພາສາລາວ ເຊິ່ງເປັນພື້ນຖານໃຫ້ແກ່ການຮຽນວິຊາອື່ນ. ສໍາລັບເດັກປົກກະຕິ ແລະ ເດັກພິການ ໂດຍຜ່ານກິດຈະກໍາຝຶກອົບຮົມຄູ, ການພັດທະນາສື່ການຮຽນ-ການສອນ, ປັບປຸງຫຼັກສູດການສິດສອນພາສາລາວ ສໍາລັບເດັກທີ່ບໍ່ເວົ້າພາສາລາວມາແຕ່ກໍາເນີດ ຄຽງຄູ່ກັບການສ້າງສະພາບແວດລ້ອມ ການຮຽນຮ່ວມທີ່ມີປະສິດທິພາບ ແລະ ເໝາະສົມສໍາລັບເດັກທຸກຄົນ.

ການຮ່ວມລົງນາມຄັ້ງນີ້, ລະຫວ່າງທ່ານ ນາງ ສິລິນທອນ ສັກລໍຄໍາ ຫົວໜ້າກົມພົວ ພັນກັບຕ່າງປະເທດ ກະຊວງສຶກສາທິການ ແລະ ກິລາ (ສສກ) ແລະ ທ່ານລຸກ ແອັບ ຫົວໜ້າອົງການຊ່ວຍເຫຼືອເດັກສາກົນ ປະຈໍາ ສປປ ລາວ, ທ່ານ ນາງ ໜໍ່ຄຳ ສຸພານຸວົງ ຜູ້ອຳນວຍການອົງການຣູມທູຣີດ ປະຈຳ ສປປ ລາວ ແລະ ທ່ານລີເນຍ ຄາລາເບນ ຕາງໜ້າອົງການມະນຸດສະທໍາ. ຂ່າວ: ບຸນຖິນ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version