Sunday, September 8, 2024
Homeຂ່າວຕ່າງປະເທດສະຖານີວິທະຍຸ​ຫວຽດນາມ​ ນັບມື້ເຕີບໃຫຍ່ເຂັ້ມແຂງ

ສະຖານີວິທະຍຸ​ຫວຽດນາມ​ ນັບມື້ເຕີບໃຫຍ່ເຂັ້ມແຂງ

ສະຖານີວິທະຍຸກະຈາຍສຽງຫວຽດນາມ (VOV)​ ແມ່ນໜຶ່ງໃນ​ 6 ສຳນັກຂ່າວຕົ້ນຕໍຂອງ ສສຫວຽດນາມ,​ທີ່ໄດ້ຮັບການສ້າງຕັ້ງຂຶ້ນໃນປີ 1945 ຕາມທິດຊີ້ນຳຂອງປະທານໂຮ່ຈີ່ມິງ.​ມາຮອດປັດຈຸບັນມີການພັດທະນາ ແລະ​ ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ,​ສາມາດເຮັດໜ້າທີ່ການເມືອງທີ່ພັກ-ລັດມອບໝາ​ຍໃຫ້​ ໃນການປະຕິບັດໜ້າທີ່ໂຄສະນາແນວທາງນະໂຍບາຍຂອງພັກ-ລັດ,​ ໂຄສະນາການພັດທະນາເສດຖະກິດ-ສັງຄົມ.​ຍິ່ງໃນຍຸກແຫ່ງການຫັນເປັນດີຈິຕອນ ວິທະຍຸຫວຽດນາມ ກໍຍິ່ງພັດທະນາຕົນເອງໃກ້ເຕີບໃຫຍ່ເຂັ້ມແຂງ​ ດ້ວຍການຜະລິດສື່ໂຄສະນາຫລາກຫລາຍ​ຜະລິດຕະພັນ​ ເພື່ອຕອບສະໜອງຄວາມຕ້ອງການຂອງສັງຄົມ.​

ໃນໂອກາດທີ່ຄະນະນຳສື່ມວນຊົນລາວ​ຈຳນວນ​ 15​ ທີ່ເຂົ້າຮ່ວມຝຶກອົບຮົມວຽກງານການຄຸ້ມຄອງສື່ມວນຊົນ ໄດ້ໄປທັດສະນະສຶກສາຕົວຈິງຢູ່ສະຖານີວິທະຍຸຫວຽດນາມ​ ໃນວັນທີ​ 02​ ພະຈິກ​ 2023​,​ ທ່ານ​ ໂງມິງຫຽນ ຮອງຜູ້ອຳນວຍການໃຫຍ່ສະຖານີວິທະຍຸຫວຽດນາມ ກໍຍົກໃຫ້ເຫັນເຖິງບາດກ້າວການເຕີບໃຫຍ່ຂະຫຍາຍຕົວຂອງສະຖານີວິທະຍຸຫວຽດນາມ ຊຶ່ງໃນປັດຈຸບັນສະຖານີວິທະຍຸຫວຽດນາມ ມີ​ຫລາຍຊ່ອງທາງໃນການເຜີຍແຜ່ຂໍ້ມູນຂ່າວສານ,​ໃນນັ້ນ​ ມີ​ທັງຊ່ອງວິທະຍຸ,​ ຊ່ອງໂທລະພາບ,​ໜັງສືພິມເຈ້ຍ ແລະ​ ໜັງສືພິມ​ເອເລັກໂຕຣນິກ.​ ພ້ອມນີ້,​ຍັງມີຊ່ອງວິທະຍຸ VOV5 ທີ່ກະຈາຍສຽງ 15​ ພາສາຕ່າງປະເທດ ໃນນັ້ນກໍມີພາສາລາວ​ ແລະ​ ໄດ້ມີການຮ່ວມມືກັບບັນດາປະເທດໃນພາກພື້ນ ແລະ​ ສາກົນ​ໂດຍການສ້າງຕັ້ງສຳນັກງານຜູ້ຕາງໜ້າປະຈຳຢູ່ຕ່າງປະເທດເຖິງ 13​​ ແຫ່ງ,​ລວມທັງ​ຢູ່​ ສປປ​ ລາວ.​ ສະຖານີວິທະຍຸຫວຽດນາມມີຕາໜ່າງລາຍການທີ່ຫລາກຫລາຍກວມເອົາທຸກຂົງເຂດວຽກງານ ຊຶ່ງປັດຈຸບັນ ມີລາຍການທີ່ເວົ້າເຖິງການສັນຈອນຕາມທ້ອງຖະໜົນ ພວມໄດ້ຮັບກະແສນິຍົມສູງໃນຫວຽດນາມ.​

ສຳລັບການພົວພັນຮ່ວມມືລະຫວ່າງສະຖານີວິທະຍຸແຫ່ງຊາດລາວ ແລະ​ ຫວຽດນາມ​ ແມ່ນມີມາແຕ່ດົນນານ​ແລ້ວ ສະເພາະໃນໄລຍະອັນໃກ້ນີ້ ສະຖານີວິທະຍຸຫວຽດນາມ ກໍຄືລັດຖະບານຫວຽດນາມໄດ້ໃຫ້ທຶນຊ່ວຍເຫລືອລ້າໃຫ້ວິທະຍຸກະຈາຍສຽງ ແຫ່ງຊາດລາວ​ໃນໂຄງການປ່ຽນຖ່າຍອຸປະກອນເຕັກນິກວິທະຍຸ.​ ພິເສດວິທະຍຸກະຈາຍສຽງຫວຽດນາມ ຍັງໄດ້ຊ່ວຍເຫລືອໂຄງການສ້າງຕັ້ງສະຖານີຖ່າຍທອດສັນຍານວິທະຍຸ-ໂທລະພາບ​ ຢູ່ແຂວງ​ຫລວງພະບາງ​ ແລະ​ ສ​ະຫວັນນະເຂດ​ ຊຶ່ງເປັນຂອງຂວັນອັນລໍ້າຄ່າໃຫ້ແກ່ຂະແໜງສື່ສານມວນຊົນຂອງລາວ.​/

ແຫລ່ງຂ່າວ:ຂປລ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments