Home ຂ່າວໜ້າໜຶ່ງ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ອົດສະຕຣາລີ

ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ອົດສະຕຣາລີ

0

ໂດຍຕອບສະໜອງຕາມການເຊື້ອເຊີນຂອງກະຊວງການຕ່າງປະເທດ ແຫ່ງ ອົດສະຕຣາລີ, ທ່ານ ທອງສະຫວັນ ພົມວິຫານ, ກຳມະການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຢ້ຽມຢາມມິດຕະພາບ ແລະ ເຮັດວຽກ ຢູ່ ອົດສະຕຣາລີ ໃນລະຫວ່າງວັນທີ 28 ຕຸລາ ເຖິງ 1 ພະຈິກ 2023 ເພື່ອເສີມຂະຫຍາຍສາຍພົວພັນດ້ານການທູດປະຊາຊົນລະຫວ່າງ ລາວ-ອົດສະຕຣາລີ.

ໃນໂອກາດຢ້ຽມຢາມດັ່ງກ່າວ, ທ່ານ ທອງສະຫວັນ ພົມວິຫານ ໄດ້ພົບປະສອງຝ່າຍກັບການນໍາຂັ້ນສູງຂອງປະເທດອົດສະຕຣາລີ ເປັນຕົ້ນແມ່ນ ໄດ້ພົບປະເຮັດວຽກສອງຝ່າຍກັບ ທ່ານ ນາງ ເພັນນີ ວ່ອງ, ສະມາຊິກວຸດທິສະພາ ທັງເປັນລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ອົດສະຕຣາລີ; ໄດ້ພົບປະກັບ ທ່ານ ແພດ ຄອນຣອຍ, ສະມາຊິກສະພາແຫ່ງຊາດ ທັງເປັນລັດຖະມົນຕີກະຊວງອຸດສະຫະກໍາປ້ອງກັນປະເທດ, ລັດຖະມົນຕີກະຊວງພັດທະນາສາກົນ ແລະ ວຽກງານຂົງເຂດປາຊີຟິກ ແຫ່ງ ອົດສະຕຣາລີ. ໃນການພົບປະ, ທັງສອງຝ່າຍໄດ້ຕີລາສູງຕໍ່ສາຍພົວພັນມິດຕະພາບອັນເປັນມູນເຊື້ອຍາວນານ ລະຫວ່າງ ລາວ ແລະ ອົດສະຕຣາລີ ຕະຫຼອດໄລຍະເວລາຫຼາຍກວ່າ 70 ປີ ແຫ່ງສາຍພົວພັນທາງການທູດນໍາກັນ ເຊິ່ງໄດ້ປະກອບສ່ວນຢ່າງສໍາຄັນເຂົ້າໃນການສ້າງສາພັດທະນາ ສປປ ລາວ ໂດຍຜ່ານບັນດາໂຄງການຮ່ວມມື ແລະ ຊ່ວຍເຫຼືອຕ່າງໆ ເປັນຕົ້ນແມ່ນ ການພັດທະນາຊັບພະຍາກອນມະນຸດ, ການກໍ່ສ້າງພື້ນຖານໂຄງລ່າງ, ການຫຼຸດຜ່ອນຄວາມທຸກຍາກ ແລະອື່ນໆ; ທັງສອງຝ່າຍໄດ້ແລກປ່ຽນສະພາບການພັດທະນາເສດຖະກິດ-ສັງຄົມໃຫ້ກັນຊາບ; ເຫັນດີເປັນເອກະພາບກັນໃນການສືບຕໍ່ເສີມຂະຫຍາຍສາຍພົວພັນທາງດ້ານເສກຖະກິດ, ການຄ້າ, ການລົງທຶນ, ການທ່ອງທ່ຽວ, ຍິນດີສືບຕໍ່ສະໜັບສະໜູນຍຸດທະສາດການຫັນ ສປປ ລາວ ເປັນປະເທດເຊື່ອມຍົງເຊື່ອມຈອດກັບພາກພື້ນ ແລະ ສາກົນ ພ້ອມທັງຊອກຫາທ່າແຮງບົ່ມຊ້ອນຕ່າງໆໃນການຮ່ວມມືສອງຝ່າຍ ລາວ-ອົດສະຕຣາລີໃຫ້ຫຼາຍຂຶ້ນໄປເລື້ອຍໆ. ໃນການພົບປະຄັ້ງນີ້, ຝ່າຍລາວໄດ້ສະແດງຄວາມຂອບໃຈຕໍ່ການສະໜັບສະໜູນ ແລະ ການຊ່ວຍເຫຼືອຕ່າງໆໃນຂອບສອງຝ່າຍ ແລະ ຫຼາຍຝ່າຍຂອງອົດສະຕຣາລີຕໍ່ ສປປ ລາວ. ພ້ອມນັ້ນ, ໃນໂອກາດທີ່ ສປປ ລາວ ຈະເປັນປະທານໝູນວຽນອາຊຽນ ໃນປີ 2024 ຝ່າຍອົດສະຕຣາລີ ຍັງໄດ້ໃຫ້ຄຳໝາຍໝັ້ນຈະສະໜັບສະໜູນ ສປປ ລາວ ໃນການເປັນປະທານອາຊຽນໃຫ້ຮັບຜົນສໍາເລັດຢ່າງຈົບງາມ.

ພິເສດໃນການຢ້ຽມຢາມອົດສະຕຣາລີຄັ້ງປະຫວັດສາດຂອງຄະນະຜູ້ແທນຄະນະພົວພັນຕ່າງປະເທດສູນກາງພັກໃນຄັ້ງນີ້, ທ່ານ ທອງສະຫວັນ ພົມວິຫານ ໄດ້ຮ່ວມກັບ ທ່ານ ນາງ ເພັນນີ ວ່ອງ ລົງນາມໃນບົດບັນທຶກຄວາມເຂົ້າໃຈວ່າດ້ວຍການສ້າງຕັ້ງສະມາຄົມມິດຕະພາບ ລາວ-ອົດສະຕຣາລີ ແລະ ອົດສະຕຣາລີ-ລາວ ເພື່ອສົ່ງເສີມສາຍພົວພັນການທູດລະຫວ່າງປະຊາຊົນກັບປະຊາຊົນ, ເພີ່ມທະວີຄວາມເຂົ້າໃຈ, ຄວາມໄວ້ເນື້ອເຊື່ອໃຈໃນການຮ່ວມມືສອງຝ່າຍ ແລະ ສ້າງສະພາບແວດລ້ອມທີ່ເອື້ອອໍານວຍໃຫ້ແກ່ການຮ່ວມມືດ້ານລັດໃນຕໍ່ໜ້າ ເພື່ອນຳເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ ກໍຄື ເພື່ອສົ່ງເສີມສັນຕິພາບ, ມິດຕະພາບ, ການຮ່ວມມືເພື່ອການພັດທະນາໃນພາກພື້ນ ແລະ ໃນໂລກ

ໃນໄລຍະເຄື່ອນໄຫວຢ້ຽມຢາມດັ່ງກ່າວ ຄະນະຜູ້ແທນລາວ ຍັງມີໂອກາດໄດ້ພົບປະໂອ້ລົມກັບພີ່ນ້ອງຄົນເຊື້ອຊາດລາວທີ່ດໍາລົງຊີວິດຢູ່ປະເທດອົດສະຕຣາລີ ດ້ວຍບັນຍາກາດອັນສະໜິດສະໜົມຮັກແພງ ໂດຍຖືສະເໝີວ່າ ພີ່ນ້ອງຄົນເຊື້ອຊາດລາວແມ່ນວົງຄະນາຍາດຂອງຊາດທີ່ບໍ່ສາມາດຕັດແຍກອອກຈາກກັນໄດ້, ພ້ອມທັງຮຽກຮ້ອງໃຫ້ພີ່ນ້ອງເຊື້ອຊາດລາວເພີ່ມທະວີຄວາມສາມັກຄີຊ່ວຍເຫຼືອເຊິ່ງກັນແລະກັນ, ປົກປັກຮັກສາຄຸນຄ່າຂອງວັດທະນະທໍາລາວ ເພື່ອພ້ອມກັນປະກອບສ່ວນເຂົ້າໃນການພົວພັນລະຫວ່າງຕ່າງປະເທດກັບ ສປປ ລາວ ໃຫ້ຈະເລີນຮຸ່ງເຮືອງ. ນອກນັ້ນ, ຄະນະຍັງໄດ້ ພົບປະໂອ້ລົມ-ຊີ້ນໍາກັບບັນດານັກສຶກສາ ແລະ ນັກຝຶກອົບຮົມລາວທີ່ກໍາລັງຮຽນຢູ່ອົດສະຕຣາລີ ພ້ອມທັງໄດ້ ທັດສະນະສຶກສາ ແລະ ຢ້ຽມຊົມສະຖານທີ່ທ່ອງທ່ຽວທາງປະຫວັດສາດ, ວັດທະນະທໍາ, ທໍາມະຊາດ ຢູ່ ຊິດນີ, ແຄນເບີລາ ແລະ ເມວເບີນ ຈໍານວນໜຶ່ງ.

ການມາຢ້ຽມຢາມອົດສະຕຣາລີຂອງຫົວຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກໃນຄັ້ງນີ້ ປະສົບຜົນສໍາເລັດຕາມຄາດໝາຍ, ຖືເປັນບາດກ້າວໃໝ່ທີ່ສຳຄັນໃນການເສີມຂະຫຍາຍສາຍພົວພັນມິດຕະພາບທີ່ມີມູນເຊື້ອອັນດີງາມ ແລະ ກະກຽມໃຫ້ແກ່ການຍົກລະດັບສາຍພົວພັນການທູດລະຫວ່າງ ສປປ ລາວ ແລະ ອົດສະຕຣາລີ ຂຶ້ນສູ່ການເປັນຄູ່ຮ່ວມມືແບບກວມລວມໃນປີໜ້າ.

ແຫຼ່ງ​ຂ່າວ: ຄ​ຕ​ພ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version