Saturday, July 27, 2024
Homeຂ່າວໜ້າໜຶ່ງປະເທດເຢຍລະມັນ ມອບທຶນ 24 ລ້ານເອີໂຣ ຊ່ວຍ ສປປ ລາວ ໃນການຍົກລະດັບການເຊື່ອມຈອດ ແລະ ການພັດທະນາເສດຖະກິດແບບຍືນຍົງ

ປະເທດເຢຍລະມັນ ມອບທຶນ 24 ລ້ານເອີໂຣ ຊ່ວຍ ສປປ ລາວ ໃນການຍົກລະດັບການເຊື່ອມຈອດ ແລະ ການພັດທະນາເສດຖະກິດແບບຍືນຍົງ

…………

ລັດຖະບານ ສສ ເຢຍລະມັນ ໄດ້ປະກາດສືບຕໍ່ການຮ່ວມມືສອງຝ່າຍ ກັບ ລັດຖະບານ ສປປ ລາວ ໂດຍການມອບທຶນສະໜັບສະໜູນ ຈຳນວນ 18 ລ້ານເອີໂຣ ພາຍໃຕ້ແຜນງານພັດທະນາຊົນນະບົດ ໄລຍະທີ 4 ແລະ ທຶນສະໜັບສະໜູນ ຈຳນວນ 6 ລ້ານເອີໂຣ ພາຍໃຕ້ໂຄງການສະໜັບສະໜູນການເງິນອາຊີວະສຶກສາ.

ຫວ່າງບໍ່ດົນມານີ້, ກະຊວງແຜນການ ແລະ ການລົງທຶນ(ຜທ) ໄດ້ຈັດພິທີຖະແຫຼງຂ່າວກ່ຽວກັບການມອບຮັບທຶນໃໝ່ຈາກລັດຖະບານ ສສ ເຢຍລະມັນ ຮ່ວມກັບສະຖານທູດເຢຍລະມັນ ປະຈຳ ສປປ ລາວ ຊຶ່ງເຂົ້າຮ່ວມ ໂດຍ ທ່ານ ສະຖາບັນດິດ ອິນສີຊຽງໃໝ່ ຮອງລັດຖະມົນຕີ ກະຊວງ ຜທ, ທ່ານ ນາງ ອາແນດ ຄະໂນບລອກ ເອກອັກຄະລັດຖະທູດເຢຍລະມັນ ປະຈຳ ສປປ ລາວ ແລະ ຜູ້ຕາງໜ້າຈາກ ກະຊວງການຕາງປະເທດ, ກະຊວງສຶກສາທິການ ແລະ ກິລາ, ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ທະນາຄານສິນເຊື່ອເພື່ອການພັດທະນາ ແຫ່ງ ສສ ເຢັນລະມັນ (KFW). ທຶນສະໜັບສະໜູນໃໝ່ ຈໍານວນ 24 ລ້ານເອີໂຣ ເປັນການສືບຕໍ່ການຮ່ວມມືທີ່ມີມູນເຊື້ອອັນຍາວນານ ລະຫວ່າງ ສປປ ລາວ ແລະ ສສ ເຢຍລະມັນ ຊຶ່ງສຸມໃສ່ການສົ່ງເສີມການພັດທະນາເສດຖະກິດ-ສັງຄົມ ແລະ ການລຶບລ້າງຄວາມທຸກຍາກ ໃນຂົງເຂດຊົນນະບົດ ຂອງ ສປປ ລາວ. ເພື່ອເປັນການປະກອບສ່ວນເຂົ້າໃນການບັນລຸເປົ້າໝາຍນີ້, ໄດ້ມີການອອກແຜນງານພັດທະນາຊົນນະບົດ ໄລຍະ 4 ຊຶ່ງມີຈຸດປະສົງຟື້ນຟູເສັ້ນທາງ ແລະ ພື້ນຖານໂຄງລ່າງອື່ນໆໃນແຂວງຫົວພັນ ແລະ ແຂວງຜົ້ງສາລີ ໃຫ້ມີຄວາມທົນທານຕໍ່ການປ່ຽນແປງຂອງດິນຟ້າອາກາດ. ແຜນງານດັ່ງກ່າວຈະສຸມໃສ່ການສ້າງຄວາມເຂັ້ມແຂງໃຫ້ແກ່ສະຖາບັນໂຍທາທິການ ແລະ ຂົນສົ່ງ ແລະ ພະແນກໂຍທາທິການ ແລະ ຂົນສົ່ງຂອງແຂວງ. ນອກຈາກນີ້, ຍັງຈະມີການສ້າງຄວາມອາດສາມາດໃຫ້ແກ່ບ້ານເປົ້າໝາຍ ໃນການສ້າງຄະນະກຳມະທິການຄຸ້ມຄອງຂັ້ນບ້ານ ເພື່ອບູລະນະສ້ອມແປງເສັ້ນທາງ. ແຜນງານພັດທະນາຊົນນະບົດ ໄລຍະທີ 4 ນອນຢູ່ພາຍໃຕ້ ແຜນງານຮ່ວມມືລະຫວ່າງ ສປປ ລາວ ແລະ ທີມເອີຣົບ ໃນການພັດທະນາການຄ້າ, ການລົງທຶນ ແລະ ການເຊື່ອມຈອດໃນຂະແໜງກະສິກຳ ແລະ ປ່າໄມ້ (TICAF).

ທ່ານຮອງລັດຖະມົນຕີ ກະຊວງ ແຜນການ ແລະ ການລົງທຶນ ໄດ້ກ່າວວ່າ: ລັດຖະບານ ສປປ ລາວ ແລະ ລັດຖະບານ ສສ ເຢຍລະມັນ ມີສາຍສຳພັນ ການຮ່ວມມືອັນຍາວນານ ແລະ ແໜ້ນແຟ້ນ ນັບແຕ່ປີ 1954 ເປັນຕົ້ນມາ. ການສະໜັບສະໜູນຂອງລັດຖະບານ ສສ ເຢນລະມັນ ມີຄວາມສອດຄ່ອງກັບບັນດາບຸລິມະສິດຂອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຂອງ ສປປ ລາວ ໂດຍສະເພາະແມ່ນການພັດທະນາພື້ນຖານໂຄງລ່າງໃນເຂດຊົນນະບົດ ແລະ ການສ້າງຄວາມເຂັ້ມແຂງ ໃຫ້ແກ່ຂະແໜງອາຊີວະສຶກສາ.

ທ່ານເອກອັກຄະລັດຖະທູດເຢຍລະມັນ ປະຈຳ ສປປ ລາວ ໄດ້ກ່າວວ່າ: ແຜນງານໃໝ່ນີ້ ເປັນການປະຕິບັດພັນທະຂອງລັດຖະບານ ສສ ເຢຍລະມັນ ທີ່ມີຕໍ່ ສປປ ລາວ ໃນການສະໜັບສະໜູນການພັດທະນາຊົນນະບົດ ໂດຍແນໃສ່ການສ້າງຜົນປະໂຫຍດໃຫ້ແກ່ຊຸມຊົນໃນເຂດທຸກຍາກ, ໂດຍສະເພາະຄອບຄົວຊາວກະສິກອນ. ປັດຈຸບັນ, ລັດ ຖະບານ ສປປ ລາວ ໄດ້ສຸມຄວາມພະຍາຍາມເຂົ້າໃນການເສີມຂະຫຍາຍພື້ນຖານໂຄງລ່າງ ໂດຍສະເພາະເຄືອຂ່າຍເສັ້ນທາງ ເພື່ອຍົກລະດັບການເຊື່ອມຈອດລະຫວ່າງເຂດຊົນນະບົດ ແລະ ເຂດຕົວເມືອງ ແລະ ອຳນວຍຄວາມສະ ດວກໃຫ້ແກ່ການເຂົ້າເຖິງສະຖານທີ່ບໍລິການສາທາລະນະ, ການຄ້າ ແລະ ການສ້າງລາຍໄດ້. ນອກຈາກນີ້, ແຜນງານພັດທະນາຊົນນະບົດ ກໍຍັງເປັນການປະກອບສ່ວນເຂົ້າໃນການປະຕິບັດຂໍ້ລິເລີ່ມຂອງສະຫະພາບເອີຣົບ ທີ່ມີຊື່ວ່າ “Global Gateway”.

(ຂ່າວ: ກະຊວງ ຜທ)

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments