Saturday, July 27, 2024
Homeຂ່າວການເມືອງສສຊ ສະເໝີລັດຖະບານ ເລັ່ງແກ້ໄຂພື້ນຖານໂຄງລ່າງ ຄຸ້ມຄອງສື່ອອນລາຍ ແລະ ສ້າງບຸກຄະລາກອນສືບທອດ

ສສຊ ສະເໝີລັດຖະບານ ເລັ່ງແກ້ໄຂພື້ນຖານໂຄງລ່າງ ຄຸ້ມຄອງສື່ອອນລາຍ ແລະ ສ້າງບຸກຄະລາກອນສືບທອດ

ໃນວາລະດຳເນີນກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 31 ຕຸລາ 2023 ນີ້, ພາຍຫລັງຄະນະລັດຖະບານ ຂຶ້ນຜ່ານບົດລາຍງານກ່ຽວກັບ ແຜນພັດທະນາເສດຖະກິດ-ສັງຄົມ ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ບັນດາສະມາຊິກສະພາປະຈຳເຂດເລືອກຕັ້ງຕ່າງ ກໍໄດ້ສູມໃສ່ປະກອບຄຳເຫັນໃສ່ບົດລາຍງານດັ່ງກ່າວ ໃນຫລາຍບັນຫາສຳຄັນ ໂດຍສະເພາະ ທ່ານ ໄຊຍະເດດ ຜຸຍຍະວົງ ສະມາຊິກສະພາແຫ່ງຊາດ ປະຈຳ ເຂດເລືອກຕັ້ງທີ 13 ແຂວງສະຫວັນນະເຂດ ສະເໝີໃຫ້ລັດຖະບານ ເລັ່ງແກ້ໄຂການບຳລຸງຮັກສາພື້ນຖານໂຄງລ່າງ ໃຫ້ມີບາດກ້າວການຫັນປ່ຽນ, ຫາກເສັ້ນທາງຈຸດໃດ ເປ່ເພແບບຊໍ້າຊາກ ໃຊ້ງົບປະມານບຳລຸງຮັກສາສູງ ຄວນຊອກຄົ້ນຫາສາຍເຫດແລ້ວແກ້ໄຂປັນຫາໃຫ້ຕົກໄປ ໂດຍສະເພາະເສັ້ນທາງພູ 9 ຫລັກ ທີ່ມີຄວາມສ່ຽງສູງຕໍ່ການເກີດອຸປະຕິເຫດ, ເກີດໄພພິບັດ ດິນເຊາະເຈື່ອນທຸກໆປີ ເຮັດໃຫ້ສູນເສຍຊີວິດ ແລະ ຊັບສິນ ຂອງປະຊາຊົນ ທີ່ລຳລຽງຂົນສົ່ງສິນຄ້າ ກໍຄື ການສັນຈອນໄປມາ ເຊິ່ງເຫັນຄວນຂຶ້ນແຜນ ແກ້ໄຂໄລຍະຍາວ ໂດຍການດັດແກ້ ສ້າງເປັນຂົວ ຫລື ເຈາະອຸໂມງ.

ທ່ານ ໄຊຍະເດດ ຜຸຍຍະວົງ ຍັງໄດ້ສະເໝີໃຫ້ຂະແໜງການກ່ຽວຂ້ອງ ທີ່ຕິດພັນກັບ ວຽກເຕັກໂນໂລຊີ ແລະ ການສື່ສານເອົາໃຈໃສ່ ຄຸ້ມຄອງສື່ອອນລາຍຕ່າງໆ ໃຫ້ມີຄວາມຮັດກຸມຫລາຍຂຶ້ນ ເພາະໃນໄລຍະຜ່ານມາ ກຸ່ມຄົນບໍ່ດີສວຍໃຊ້ ເປັນບ່ອນໃສ່ຮ້າຍປ້າຍສີ, ໂຄ່ນລົ້ມໂຈມຕີບຸກຄົນ, ນິຕິບຸກຄົນແບບເອກະເທດ ສ້າງຄວາມເສຍຫາຍ ຕໍ່ສັງຄົມ ກໍຄືບົດບາດການນຳພາຂອງພັກ-ລັດ ລວມທັງການນຳຂັ້ນສູງຂອງພວກເຮົາ ກໍຖືກເຂົາໃສ່ຮ້າຍປ້າຍສີ ຢ່າງຫລີກລ່ຽງບໍ່ໄດ້. ສຳລັບເຟສບຸກ ຫາກເຫັນວ່າຄຸ້ມຄອງບໍ່ໄດ້ ຫລື ຄຸ້ມຄອງຍາກ ຄວນມີມາດຕະການປິດກັ້ນ ການນຳໃຊ້ ແລ້ວສ້າງແອັບປລີເຄເຊິນ ຫລື ເວັບໄຊ ຂຶ້ນມານຳໃຊ້ໃນປະເທດຂອງພວກເຮົາ ດັ່ງບົດຮຽນ ຂອງ ສປ ຈີນ. ພ້ອມນັ້ນ ການຄຸ້ມຄອງເບີໂທລະສັບມືຖື ເຫັນຄວນໃຫ້ສະດວກສະບາຍ ກວດກາໄດ້ງ່າຍ ແນໃສ່ສະກັດກັ້ນ ການສວຍໃຊ້ຂອງຄົນບໍ່ດີ ເພື່ອສ້າງປະກົດການຫຍໍ້ທໍ້ໃນສັງຄົມ. ຄວນໃຫ້ມີເວບໄຊ ທີ່ມີຂໍ້ມູນເປີດເຜີຍ ກ່ຽວກັບຜູ້ນຳໃຊ້ທຸກເບີ ຍົກເວັ້ນການນຳຂັ້ນສູງ ຫລື ບຸກຄົນສຳຄັນຂອງສັງຄົມ ດັ່ງທຸກໆປະເທດພວມປະຕິດ.

ພ້ອມດຽວກັນນັ້ນ, ທ່ານ ຍັງສະເໝີໃຫ້ລັດຖະບານ ເລັ່ງປັບປຸງແກ້ໄຂຢ່າງຮີບດ່ວນ ເປັນຕົ້ນ ການສ້າງພະນັກງານ ເພື່ອຮອງຮັບການພັດທະນາເສດຖະກິດ-ສັງຄົມ ໃນໄລຍະຍາວ ເຫັນຄວນສຸ່ມໃສ່ແຕ່ດຽວນີ້, ເນື່ອງຈາກວ່າ ໄລຍະຜ່ານມາ ໄດ້ມີນະໂຍບາຍຫລຸດຜ່ອນ ພະນັກງານ-ລັດຖະກອນ ໃນໄລຍະຫລາຍປີຜ່ານມາ ເຫັນວ່າຈຳນວນພະນັກງານຫລຸດລົງຢ່າງຫລວງຫລາຍ ແຕ່ພະນັກງານໜຸ່ມນ້ອຍຍັງຂາດເຂີນ ເຊິ່ງຈະສົ່ງຜົນກະທົບໄລຍະຍາວ ຕໍ່ຄວາມພ້ອມດ້ານບຸກຄະລາກອນ ເພາະການສ້າງພະນັກງານໃໝ່ ຈະຕ້ອງໃຊ້ເວລາສະເລ່ຍ 6-7 ປີ ຈຶ່ງຈະສາມາດມອບວຽກສຳຄັນໃຫ້ເຂົາ, ຖ້າປະໄວ້ດົນຈະຂາດຄວາມຕໍ່ເນື່ອງ ໃນການສ້າງພະນັກ ງານສືບທອດປ່ຽນແທນ.

ທັງນີ້ກໍເພື່ອເປັນແຮງບັນດານໃຈໃຫ້ນັກຮຽນ, ນັກສຶກສາ ມີກຳລັງໃຈສຶກສາຮໍ່າຮຽນ ລັດຖະບານຄວນ ກຳນົດຕົວເລກພະນັກງານ ເພື່ອທົດແທນຕົວເລກພະນັກງານ ອອກພັກຜ່ອນຮັບເບ້ຍບຳນານ ຕາມຕຳແໜ່ງງານທີ່ຫວ່າງລົງ ເພາະຊາວໜຸ່ມເຍົາວະຊົນລາວ ໄດ້ຖືກປູກຝັງແນວຄວາມຄິດ ຮັກຊາດ-ຮັກຜູ້ນຳ, ມາເຖິງປັດຈຸບັນພວກເຮົາກໍປະສົບຜົນສຳເລັດ ຫລາຍຄົນກໍເຫັນ ປະທານ ໄກສອນ ພົມວິຫານ ແລະ ປະທານ ສຸພານຸວົງ ເປັນຕົວແບບ ແລະ ຢາກເດີນຕາມອຸດົມການຂອງພວກເພິ່ນ ໃນການຮັບໃຊ້ຊາດ ຮັບໃຊ້ສັງຄົມ ສະນັ້ນຄວນເປີດໂອກາດໃຫ້ເຂົາຫລາຍຂຶ້ນ.

.

ຂ່າວ: ກິດຕາ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments