Home ຂ່າວໜ້າໜຶ່ງ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພົບປະກັບນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພົບປະກັບນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ

0

ໃນວັນທີ 20 ຕຸລາ 2023, ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ພົບປະກັບ ສະຫາຍ ຟ້າມ ມິງ ຈິງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ, ໃນໂອກາດນໍາພາຄະນະຜູ້ແທນ ຂອງ ສປປ ລາວ ເດີນທາງເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ-ສະພາການຮ່ວມມືເຂດອ່າວ (ອາຊຽນ-ຈີຊີຊີ) ທີ່ ນະຄອນຫລວງ ຣີຢາດ, ຣາຊະອານາຈັກ ອາຣັບບີ ຊາອຸດິດ.

ການພົບປະກັນຄັ້ງນີ້, ສອງຝ່າຍ ໄດ້ເຫັນດີເປັນເອກະພາບຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນຍິ່ງ ໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ອ້າຍນ້ອງ ທີ່ສືບຕໍ່ໄດ້ຮັບການເພີ່ມພູນຄູນສ້າງ ແລະ ຈະເລີນງອກງາມຂຶ້ນເລື້ອຍໆ. ຝ່າຍລາວ ໄດ້ຕີລາຄາສູງທີ່ເຫັນວ່າ ຫລາຍໂຄງການຮ່ວມມື ລະຫວ່າງສອງປະເທດ ແມ່ນໄດ້ຮັບການຈັດຕັ້ງປະຕິບັດຢ່າງມີຜົນ ສຳເລັດ ແລະ ສະເໜີໃຫ້ສືບຕໍ່ຊຸກຍູ້ພາກສ່ວນກ່ຽວຂ້ອງຂອງສອງຝ່າຍ ປຶກສາຫາລືຮ່ວມກັນ ເພື່ອຈັດຕັ້ງປະຕິບັດ ບັນດາໂຄງການທີ່ຍັງຄົງຄ້າງ ໃຫ້ເປັນຮູບປະທຳໂດຍໄວ, ຊຶ່ງສອງຝ່າຍ ເຫັນດີຈະຮ່ວມກັນສືບຕໍ່ຊຸກຍູ້ໂຄງການຮ່ວມ ມືຕ່າງໆ ໃຫ້ມີປະສິດທິຜົນຍິ່ງຂຶ້ນ ເປັນຕົ້ນ ໂຄງການໂຮງໝໍມິດຕະພາບ, ການສະເໜີອຸທິຍານແຫ່ງຊາດຫີນໜາມໜໍ່ ເປັນມໍລະດົກໂລກທາງທໍາມະຊາດ, ການດັດປັບລາຄາໄຟຟ້າ ໂຄງການໄຟຟ້ານໍ້າຕົກ ເຊຂະໝານ 3, ໂຄງການຂຸດຄົ້ນ ແລະ ປຸງແຕ່ງເກືອໂປຕາສ, ໂຄງການທ່າທຽບເຮືອຫວຸງອາງ 1, 2 ແລະ 3, ໂຄງການກໍ່ສ້າງເສັ້ນທາງລົດໄຟ ທ່າແຂກ-ມຸຢາ-ເດີ່ນເອີບ-ຫວຸງອາງ, ການຄໍ້າປະກັນທາງດ້ານພະລັງງານເຊື້ອໄຟໃຫ້ແກ່ລາວ, ໂຄງການໄຟຟ້າແສງຕາເວັນຢູ່ ເມືອງຊານໄຊ ແຂວງອັດຕະປື, ບັນດາໂຄງການໄຟຟ້າພະລັງງານລົມ ຂອງວິສາຫະກິດຫວຽດນາມຢູ່ລາວ, ການສົ່ງ ອອກສິນຄ້າຜ່ານດ່ານປະເພນີຂອງທັງສອງປະເທດ, ໂຄງການກໍ່ສ້າງຕຶກອາຄານກົງສຸນໃຫຍ່ ແຫ່ງ ສປປ ລາວ ທີ່ ໂຮ່ຈີ່ມິນ ຫລັງໃໝ່ ແລະ ອື່ນໆ.

ນອກນີ້, ສອງຝ່າຍ ມີຄວາມຍິນດີສືບຕໍ່ໃຫ້ການສະໜັບສະໜູນຊ່ວຍເຫລືອ ເຊິ່ງກັນ ແລະ ກັນ ໃນເວທີ ພາກພື້ນ ແລະ ສາກົນ, ໃນນັ້ນ ຝ່າຍຫວຽດນາມ ໄດ້ຢືນຢັນຄືນຄວາມໝາຍໝັ້ນ ແລະ ຍິນດີໃນການສະໜັບສະ ໜູນຊ່ວຍເຫລືອ ສປປ ລາວ ເພື່ອກະກຽມການເປັນປະທານອາຊຽນ ໃນປີ 2024 ໃຫ້ປະສົບຜົນສຳເລັດຕາມລະ ດັບຄາດໝາຍ.

ການພົບປະຄັ້ງນີ້, ສອງນາຍົກລັດຖະມົນຕີ ລາວ ແລະ ຫວຽດນາມ ສະແດງໃຫ້ເຫັນເຖິງຄວາມເອົາໃຈໃສ່ ກໍຄື ໄມຕີຈິດມິດຕະພາບ ອັນຍິ່ງໃຫຍ່ ລະຫວ່າງສອງຊາດ ລາວ-ຫວຽດນາມ, ຊຶ່ງສອງຝ່າຍ ຕ່າງກໍ່ອວຍພອນໃຫ້ ສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ, ຫວຽດນາມ-ລາວ ຈົ່ງໝັ້ນຄົງຂະໜົງແກ່ນຕະຫລອດກາລະນາ.

ຂ່າວ-ພາບ: ກຕທ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version