Home ຂ່າວພາຍໃນ ລາວ – ສ ເກົາຫຼີ ຮັດແໜ້ນການຮ່ວມມືດ້ານລະບົບການຊື້-ຂາຍການປ່ອຍອາຍກາກບອນ

ລາວ – ສ ເກົາຫຼີ ຮັດແໜ້ນການຮ່ວມມືດ້ານລະບົບການຊື້-ຂາຍການປ່ອຍອາຍກາກບອນ

0

ກອງປະຊຸມລາຍງານຂອງໂຄງການແລກປ່ຽນຄວາມຮູ້ (Knowledge Sharing Programme ຫຼື KSP) ປະຈຳສົກປີ 2022/23 ເທື່ອສຸດທ້າຍ ພາຍໃຕ້ຫົວຂໍ້: “ການສ້າງແຜນແມ່ບົດໃນການຈັດຕັ້ງປະຕິບັດລະບົບການຊື້-ຂາຍການປ່ອຍອາຍກາກບອນຢູ່ລາວ” ໄດ້ຈັດຂຶ້ນຢູ່ນະຄອນຫຼວງວຽງຈັນ ເມື່ອບໍ່ດົນມານີ້ ໂດຍພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ຄິມ ແຈຮົງ (Kim Jaehong) ທີ່ປຶກສາອາວຸດໂສຂອງໂຄງການ KSP ຂອງ ສ ເກົາຫຼີ, ທ່ານ ສີອຳພອນ ແສງຈັນດາລາ ຫົວໜ້າກົມການປ່ຽນແປງດິນຟ້າອາກາດ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ.

ກອງປະຊຸມດັ່ງກ່າວແມ່ນເປັນເຈົ້າພາບຮ່ວມກັນລະຫວ່າງ ກະຊວງເສດຖະກິດ ແລະ ການເງິນຂອງ ສ ເກົາຫຼີ ແລະ ກະຊວງຊັບພະຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມຂອງລາວ. ເຂົ້າຮ່ວມມີຜູ້ຕາງໜ້າຈາກບັນດາກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ກະຊວງອຸດສາກຳ ແລະ ການຄ້າຂອງ ສປປ ລາວພ້ອມດ້ວຍຜູ້ອຳນວຍການຂະແໜງການພັດທະນາດ້ານການຮ່ວມມືຂອງການສົ່ງເສີມການຄ້າ ແລະ ການລົງທຶນຂອງ ສ ເກົາຫຼີ (KOTRA) ແລະ ແຂກຖືກເຊີນເຂົ້າຮ່ວມ ໂຄງການແລກປ່ຽນຄວາມຮູ້ຄັ້ງນີ້ຈະເປັນຈຸດເລີ່ມຕົ້ນໃນການຊື້-ຂາຍການປ່ອຍອາຍກາກບອນລະຫວ່າງ ສ ເກົາຫຼີ ແລະ ລາວ ໃນອະນາຄົດ ລວມທັງການພັດທະນາໃນຂະແໜງການພະລັງງານທົດແທນ, ການຫຼຸດຜ່ອນການປ່ອຍອາຍເຮືອນແກ້ວຈາກການຕັດໄມ້ທໍາລາຍປ່າ ແລະ ຂະແໜງການອື່ນໆ ໂດຍອີງໃສ່ສິດທິໃນການປ່ອຍອາຍກາກບອນ. ໂຄງການນີ້ຈະເປັນໂອກາດໃນການເສີມຂະຫຍາຍທຸລະກິດ ແລະ ການຮ່ວມມືຂອງທັງສອງປະເທດໃຫ້ຫຼາຍຂຶ້ນ.

ທ່ານ ສີອຳພອນ ແສງຈັນດາລາ ກ່າວວ່າ: ຈຸດປະສົງໃນການສ້າງແຜນແມ່ບົດສຳລັບການຊື້-ຂາຍອາຍກາກບອນຢູ່ລາວຈະກ່ຽວເນື່ອງ ແລະ ເຊື່ອມຈອດກັບແຜນແມ່ບົດຂອງແຕ່ລະຂະແໜງການ ລວມທັງ ການຫຼຸດຜ່ອນການປ່ອຍອາຍເຮືອນແກ້ວຈາກການຕັດໄມ້ທໍາລາຍປ່າ, ພະລັງງານ ແລະ ການຂົນສົ່ງ, ແລະ ຂະແໜງການອື່ນໆ ເພື່ອຊຸກຍູ້ການຮ່ວມມືລະຫວ່າງບັນດາກະຊວງທີ່ກ່ຽວຂ້ອງ. ພາຍໃຕ້ແຜນແມ່ບົດດັ່ງກ່າວ ກົດໝາຍວ່າດ້ວຍການປ່ຽນແປງດິນຟ້າອາກາດຈະຖືກປະກາດໃຊ້ເພື່ອເປັນພື້ນຖານໃນການຈັດຕັ້ງປະຕິບັດແຜນແມ່ບົດ ແລະ ຄວາມສຳຄັນຂອງກົນໄກການເກັບກຳຂໍ້ມູນ ແລະ ການຄຸ້ມຄອງ ລວມທັງລະບົບການຢືນຢັນ ແລະ ກວດກາຂໍ້ມູນ. ແຜນແມ່ບົດຈະມີຜົນດີຕໍ່ການຄຸ້ມຄອງການປ່ຽນແປງດິນຟ້າອາກາດໃນລາວ ເນື່ອງຈາກແຜນດັ່ງກ່າວແມ່ນສອດຄ່ອງກັບຍຸດທະສາດຂອງລັດຖະບານກ່ຽວກັບການຫຼຸດຜ່ອນອາຍເຮືອນແກ້ວ. ດ້ວຍການຈັດຕັ້ງປະຕິບັດແຜນແມ່ບົດດັ່ງກ່າວ, ຈະສາມາດບັນລຸໃດ້ເປົ້າ ໝາຍແຜນຍຸດທະສາດການເຕີບໂຕສີຂຽວແຫ່ງຊາດຮອດປີ 2030.

ຂ່າວ-ພາບ: ພູວຽງຄຳ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version