Home ຂ່າວຕ່າງປະເທດ ສປ ຈີນ ຮັບເລືອກຕັ້ງເປັນສະມາຊິກສະພາມົນຕີສິດທິມະນຸດ ສປຊ

ສປ ຈີນ ຮັບເລືອກຕັ້ງເປັນສະມາຊິກສະພາມົນຕີສິດທິມະນຸດ ສປຊ

0

ຕາມຂ່າວຈາກ ວິທະຍຸ ສາກົນ ແຫ່ງ ສປ ຈີນ,ວັນທີ 10 ຕຸລານີ້, ໃນກອງປະຊຸມ ສະມັດຊາໃຫຍ່ ອົງການ ສະຫະ ປະຊາຊາດ (ສປຊ) ສະໄໝທີ 78. ສປ ຈີນ ໄດ້ຮັບເລືອກຕັ້ງ ເປັນສະມາຊິກ ສະພາມົນຕີ ສິດທິມະນຸດ ຊຸດໃໝ່ ຕື່ມອີກ ວາລະໜຶ່ງ ຊຶ່ງມີໄລຍະ ດຳລົງ ຕຳແໜ່ງ ລະຫວ່າງ ປີ 2024 ຫາ 2026. ສປ ຈີນ ໄດ້ສະແດງ ຄວາມຂອບໃຈ ເປັນຢ່າງສູງ ຕໍ່ສະມາຊິກ ສະພາມົນຕີ ທັງຫລາຍ ທີ່ໄດ້ ໃຫ້ຄວາມເຊື່ອໝັ້ນ ແລະ ການສະໜັບ ສະໜູນ ພ້ອມທັງ ສະແດງ ການຊົມເຊີຍ ຢ່າງສຸດໃຈ ຕໍ່ສະ ມາຊິກ ອື່ນໆ ທີ່ໄດ້ຮັບ ການເລືອກຕັ້ງ ໃນໄລຍະດຽວກັນ. ນີ້ເປັນຄັ້ງທີ 6 ທີ່ ສປ ຈີນ ໄດ້ດຳລົງ ຕຳແໜ່ງ ເປັນສະມາຊິກ ສະພາມົນຕີ ສິດທິມະນຸດ ອົງການ ສະຫະ ປະຊາ ຊາດ, ເປັນໜຶ່ງ ໃນບັນດາ ປະເທດ ທີ່ໄດ້ຮັບ ການເລືອກຕັ້ງ ຈຳນວນ ວາລະຫລາຍ ທີ່ສຸດ ຊຶ່ງສະແດງ ໃຫ້ເຫັນ ຢ່າງເຕັມທີ່ວ່າ: ປະຊາຄົມໂລກ ມີການຮັບຮອງ ຢ່າງເຕັມທີ່ ຕໍ່ຜົນສຳເລັດ ພາລະກິດ ສິດທິມະນຸດ ຂອງ ສປ ຈີນ ແລະ ການເຂົ້າຮ່ວມ ການຮ່ວມມື ສິດທິມະນຸດ ສາກົນ ຂອງ ສປ ຈີນ.ສຳລັບ ສະພາ ມົນຕີ ສິດທິມະນຸດ ສ້າງຕັ້ງຂຶ້ນ ເມື່ອປີ 2006, ເປັນອົງການໜຶ່ງ ຂອງອົງການ ສະຫະ ປະຊາຊາດ ທີ່ຮັບຜິດຊອບ ການຊຸກຍູ້ ແລະ ປົກປ້ອງ ສິດທິມະນຸດ, ເປັນອົງການ ທີ່ສັງກັດ ສະມັດ ຊາໃຫຍ່ ອົງການ ສະຫະ ປະຊາຊາດ ປະກອບດ້ວຍ 47 ປະເທດ ສະມາຊິກ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version