Home ຂ່າວໜ້າໜຶ່ງ ການລົງທຶນໃສ່ຄູ ເເມ່ນການລົງທຶນໃ​ສ່ອານາຄົດຂອງ ສປປ ລາວ

ການລົງທຶນໃສ່ຄູ ເເມ່ນການລົງທຶນໃ​ສ່ອານາຄົດຂອງ ສປປ ລາວ

0

ການ​ພັດ​ທະ​ນາເຕັກ​ໂນ​ໂລ​ຊີ​ໃນ​ໂລ​ກ​ປະ​ຈຸ​ບັນໄດ້ນັບ​ມື້​ນັບຂະ​ຫຍາຍ​ໂຕ​ ເຮັດໃຫ້ຜູ້ຄົນທົ່ວທຸກມຸມໂລກສາ​ມາດຕິດຕໍ່ສື່ສານ​ເຖີງກັນ​ໄດ້ງ່າຍຂຶ້ນ ເເຕ່ມີຄຳເວົ້າໜື່ງທີ່ຍັງຄົງນຳ​ໃຊ້​ໄດ້ທຸກ​ຍຸກ​ສະ​ໄຫມ: “ປູກເຂົ້າໃຊ້ເວລາໜື່ງປີ, ປູກຕົ້ນໄມ້ໃຫ້ກາຍເປັນຮົ່ມເງົາໃຊ້ເວລາສິບປີ, ເພື່ອສ້າງ​ອາ​ນາ​ຄົດທີ່​ດີ ຕ້ອງໃຫ້ການ​ສຶກ​ສາແກ່ລູກຫຼານຂອງ​ພວກ​ເຮົາ.” ນີ້ຄືເຫດຜົນທີ່ ສປປ ລາວ ​ໄດ້​ໃຫ້​ຄຳ​ໝັ້ນ​ສັນຍາຕໍ່ການພັດທະນາການສືກສາ​ຂອງປະເທດ ໂດຍ​ໃຫ້​ຄວາມ​ສຳ​ຄັນ​ຕໍ່ສິດທິຂອງເດັກ​ທຸກ​ຄົນ​ໃນການ​ຮຽນ​ຮູ້ ເເລະ ເຕີບໂຕ.

ໃນໄລຍະ 50 ປີທີ່ຜ່ານມາ, ລັດຖະບານເເຫ່ງ ສປປ ລາວ ໄດ້ເຮັດວຽກກັບຄູ່ຮ່ວມພັດ​ທະ​ນາຕ່າງໆ ເປັນ​ຕົ້ນ​ແມ່ນອົງການອຸຍນິເຊັບ ແລະ ສະຫະພາບເອີຣົບ ເພື່ອສ້າງລະບົບການສຶກສາທີ່​ເດັກ​ນ້ອຍ​ທຸກ​ຄົນສາມາດເຂົ້າເຖິງໄດ້. ​ນັບ​ຕັ້ງແຕ່​ການສ້າງ​ອາຄານຮຽນ ຈົນ​ໄປ​ເຖິງ​ການປັບ​ປຸງ​ຫຼັກສູດການຮຽນການສອນ​​ ພວກເຮົາໄດ້ສຸມຄວາມ​ພະຍາຍາມ​ຢ່າງບໍ່ຢຸດຢັ້ງຕໍ່ວຽກງານການ​ສຶກ​ສາ ຊື່ງເຮັດ​ໃຫ້ໄດ້​ຮັບໝາກຜົນທີ່​ເພີ່ງພໍໃຈໃນລະດັບໜື່ງ.​ ​ແຕ່​ເຖີງແນວໃດກໍຕາມ, ສີ່ງ​ທີ່ພວກເຮົາຄວນເອົາໃຈໃສ່ຫຼາຍກວ່ານີ້ ແມ່ນຄຸນນະພາບຂອງຄູ.

ຄູ ບໍ່ພຽງເເຕ່ແມ່ນຜູ້ໃຫ້​ການ​ສຶກ​ສາ ແຕ່ພວກເຂົາຍັງເປັນຕົວແບບ ເເລະ ແຮງບັນດານໃຈ ໃຫ້ກັບນັກຮຽນ ນັກ​ສຶກ​ສາ ແລະ ຍັງເປັນ​ຜູ້​ສ້າງອະນາຄົດຂອງພວກເຮົາ. ສຳລັບຫຼາຍໆຄົນ ອາດຈະມີຄູອາຈານຜູ້ໃດໜື່ງທີ່ເຮົາ​ຍັງຈົດ​ຈຳໄດ້ດີ ເເລະ ຜູ້ທີ່ໄດ້ປ່ຽນເເປງຊີວິດຂອງເຮົາ, ແລະ ເປັນຜູ້ທີ່ໄດ້ໃຫ້ບົດຮຽນອັນລ້ຳຄ່າແກ່​ພວກ​ເຮົາມາຮອດທຸກມື້ນີ້.  ບາງ​ຄົນຍັງ​ໄດ້​ຮັບ​ເເຮງບັນດານໃຈ​ເພື່ອເຮັດວຽກເປັນຄູສອນ ຍ້ອນມີ​ຄຸ​ອາ​ຈານ​ເປັນຕົວແບບໃນຊີວິດຂອງພວກເຂົາ.

“ການເປັນຄູແມ່ນຄວາມ​​ໃຝ່ຝັນຂອງ​ຂ້າພະ​ເຈົ້າ. ຕອນ​ທີ່ຍັງ​ນ້ອຍ, ຄູ​​ອາ​ຈານໄດ້​ເປັນຕົວ​ແບບ, ແລະ ເຮັດໃຫ້​ຂ້າ​ພະ​ເຈົ້າເກີດເເຮງບັນດານໃຈ​​ໃນ​ການເປັນຄູໃນມື້ນີ້.” ນີ້ຄືຄຳເວົ້າຈາກ ທ່ານ ສອນ​ໄຊ ຈັນ​ທະ​ມາລາ, ຊື່ງປັດຈຸບັນ ລາວກໍໄດ້ບັນລຸຄວາມຝັນຂອງລາວໂດຍການເປັນຄູສອນຢູ່ທີ່ ໂຮງຮຽນມັດທະຍົມສຶກສາຕອນຕົ້ນສີສັດຕະນາກ, ນະຄອນຫຼວງວຽງຈັນ, ເເລະ ໃນມື້ນີ້ລາວກໍ ເປັນອີກຜູ້ໜື່ງ ທີ່ສືບຕໍ່ສ້າງແຮງບັນດານໃຈ ແລະ ເປັນຕົວເເບບທີ່ດີໃຫ້ກັບຄົນຮຸ່ນຕໍ່ໆໄປ.

ຜົນຈາກການຄົ້ນຄວ້າຮ່ວມກັບ ສະຫະພາບເອີຣົບ ພົບວ່າຄຸນນະພາບຂອງຄູນັ້ນແມ່ນຕົວຊີ້ວັດອັນສຳຄັນ ທີ່ບົ່ງບອກເຖີງຜົນການຮຽນຂອງນັກຮຽນ. ​ຫຼາຍໂຮງຮຽນແມ່ນປະ​ຕິ​ບັດ​ໄດ້​ດີ ໂດຍສຸມໃສ່ການຮຽນຮູ້ສໍາລັບນັກຮຽນທຸກຄົນ, ໂດຍສະເພາະເເມ່ນໃຫ້ຄວາມເອົາໃຈໃສ່ຕໍ່ນັກຮຽນທີ່​ມີຜົນການຮຽນຕໍ່າ.

ຕົວຊີ້ວັດເຫຼົ່ານີ້ຍັງສະທ້ອນເຖິງຄວາມເຂົ້າໃຈໃນ​ລະ​ດັບໂລກກ່ຽວກັບການສຶກສາ. ຕົວຢ່າງ, ລະບົບການສຶກສາຂອງ ປະເທດຟິນແລນ ທີ່ປະສົບຜົນສຳເລັດ ເພາະໄດ້ສຸມໃສ່ຄວາມສະເໝີພາບໃນການຮຽນຮູ້ສຳ​ລັບເດັກທຸກຄົນ, ໂດຍສະເພາະໃນການສະໝັບສະໝູນເດັກນ້ອຍທີ່ດ້ອຍໂອກາດທີ່ສຸດ ເພື່ອຜົນປະໂຍດຂອງທຸກຄົນ.  ຢູ່ ສ.ເກົາຫຼີ ເຊັ່ນ​ດຽວກັນ, ອາຊີບຄູ ເປັນອາຊີບ ທີ່ໄດ້ຮັບຄວາມນັບຖືຢ່າງກວ້າງຂວາງ ເເລະ ມີບົດບາດອັນ​ລ້ຳ​ຄ່າ.

ສ່ວນ​ລະ​ບົບ​ການ​ສຶກ​ສາຂອງປະເທດຫວຽດ​ນາມ ເເມ່ນຖືກຍອມຮັບວ່າປະສົບຜົນສຳເລັດຫຼາຍຄືບັນ​ດາ​ປະ​ເທດຕາເວັນຕົກ​ເຊັ່ນ: ປະເທດອັງກິດ ແລະ ກາ​ນາ​ດາ. ຍ້ອນ​ຫຍັງ? ເຫດຜົນກໍຍ້ອນວ່າພວກເຂົາໄດ້ລົງທຶນໃສ່​ການສ້າງຄວາມອາດສາມາດຂອງຄູ ເເລະ ໄດ້ໃຫ້ການຝຶກອົບຮົມຕ່າງໆເເກ່ຄູອາຈານຢ່າງຕໍ່ເນື່ອງ. ນີ້​ແມ່ນເປັນການ​ຢືນ​ຢັນຄຳເວົ້າທີ່​ວ່າ “ຄູທີ່ດີກໍຄືນັກຮຽນທີ່ດີ”

ສປປ ລາວ ໄດ້​ມ​ີ​ການພັດ​ທະ​ນາ​ລະ​ບົບ​ການ​ສຶກ​ສາ​ຂອງ​ຕົນ​ເອັງ​ມາ​ຢ່າງ​ຕໍ່​ເນື່ອງ ​ ເເລະ ​ເຖີງ​ເວ​ລາ​ທີ່​ຈະກ້າວ​ໄປ​ອີກ​ຂັ້ນ​ຕອນ​ໝື່ງ ນັ້ນ​ກໍຄືການປັບ​ປຸງການສຶກສາເພື່ອເດັກທຸກຄົນ. ໃນປັດຈຸບັນ, ງົບປະມານເພື່ອສະໝັບສະໜຸນຄູອາຈານເເມ່ນຍັງບໍ່ພຽງພໍ ດັ່ງນັ້ນ, ການ​ຈັດ​ສັນ​ງົ​ບ​ປະ​ມານ​ຂອງ​ລັດ​ທີ່​ເພີ່ມ​ຂື້ນ ເພື່ອ​ລົງ​ທືນ​ໃນການຝຶກອົບຮົມ ສ້າງ​ຂີດ​ຄວາມ​ສາ​ມາດຂອງຄູ ແລະ ຮັບປະກັນການ​ສຶກ​ສາ​ທີ່ມີຄຸນ​ນະ​ພາບ ຈື່ງ​ເປັນ​ເປົ້າ​ໝາຍທີ່ສຳ​ຄັນ​ຂອງ​ໂຄງ​ການ​ສະ​ຫນັບ​ສະ​ຫນູນ​ດ້ານ​ງົບ​ປະ​ມານ​ຂອງສະຫະພາບເອີຣົບ ​ໃຫ້ເເກ່ລັດຖະບານ ສປປ ລາວ. ເຖິງເວລາແລ້ວ ທີ່ ສປປ ລາວ ຈະຕ້ອງຈັດລໍາດັບເອົາການສຶກສາເປັນບູລິມະສິດສູງສຸດຂອງປະເທດ, ລວມໄປທັງການຮັບປະກັນວ່າຄູອາຈານໄດ້ຮັບເງິນເດືອນທີ່ເໝາະສົມກັບໜ້າທີ່ພວກເຂົາ ແລະ ສ້າງແຮງຈູງໃຈຕ່າງໆໃຫ້ກັບຄຸ, ຊື່ງທັ້ງໝົດນີ້ກໍຄືການລົງທຶນໃສ່ອານາຄົດຂອງປະເທດຊາດ​ພວກເຮົາຢ່າງແທ້ຈິງ.

ເພື່ອສະ​ໝັບ​ສະໝູນໃຫ້ ສປປ ລາວ ມີ​ຄວາມ​ພ້ອມ​ໃນອະນາຄົດ, ພວກເຮົາຕ້ອງໃຊ້ເເນວທາງ 3 ປະການ: ການລົງທຶນດ້ານງົບປະມານ, ການປັບປຸງນະໂຍບາຍ ແລະ ການປ່ຽນເເປງ​ວັດ​ທະ​ນາ​ທຳໄປ​ສູ່ການ​ຮັບ​ຮູ້ຄວາມສຳຄັນຂອງຄູ. ຜົນປະໂຫຍດຈາກການລົງທຶນໃນວຽກງານດັ່ງ​ກ່າວນີ້ແມ່ນບໍ່​ຈຳ​ກັດ ເເລະ ໃນຂະນະທີ່ພວກເຮົາສືບຕໍ່ສ້າງ​ທ່າ​ແຮງ​​ດ້ານມະ​ນຸດ​ຂອງ​ຊາດ, ​ພວກເຮົາຕ້ອງສຸມຄວາມເອົາໃຈໃສ່ຕໍ່ຜູ້ທີ່ເປັນກຸນເເຈໃນການ​ສ້າງທ່າແຮງນັ້ນໃຫ້ຫຼາຍ​ຂື້ນ ນັ້ນກໍຄືຄູອາຈານຂອງພວກເຮົາ.

ການພັດທະນາປະເທດໃນໄລຍະຍາວເລີ່ມຕົ້ນຢູ່ທີ່ຫ້ອງຮຽນ. ຜ່ານ​ການ​ຈັດ​ຕັ້ງ​ປະ​ຕິ​ບັດວຽກງານ​ການ​ສຶກ​ສາ ໄດ້ສະແດງໃຫ້ເຫັນວ່າ ດ້ວຍຄວາມພະຍາຍາມຮ່ວມກັນ ພວກເຮົາສາມາດ​ຍາດ​ໄດ້ມີຜົນ​ສຳ​ເລັດຫຼາຍ​ດ້ານ. ​ເຖີງຢ່າງໃດກໍຕາມ, ການ​ເດີນ​ທາງ​ແມ່ນ​ຍັງ​ບໍ່​ທັນສີ້ນ​ສຸດ ເເລະ ມັນຮຽກຮ້ອງໃຫ້ພວກເຮົາບໍ່​ປ່ຽນ​ແປງ​ຈຸດ​ຫມາຍ​ປາຍ​ທາງ​  ເພາະສະ​ຫວັດ​ດີ​ການ ແລະ ທ່າ​ແຮງ​ຂອງ​ໄວ​ຫນຸ່ມ 3 ລ້ານຄົນໃນ ສປປ ລາວ ເເມ່ນຂຶ້ນຢູ່ກັບຄວາມເອົາໃຈໃສ່ຂອງພວກເຮົາໃນມື້ນີ້.

ໃນຂະນະທີ່ພວກເຮົາສະເຫຼີມສະຫຼອງໂອກາດຄົບຮອບ 50 ປີ ຂອງການຮ່ວມມືລະຫວ່າງ ລັດຖະບານແຫ່ງ ສປປ ລາວ ແລະ ອົງການອຸຍ​ນີ​ເຊັບ, ພວກເຮົາຕ້ອງຈັດເອົາການລົງທຶນໃສ່ການສຶກສາທີ່ມີຄຸນນະພາບເປັນບູລິມະສິດອັນຮີບດ່ວນທີ່ສຸດ. ອະນາຄົດຂອງ ສປປ ລາວ ແມ່ນຢູ່ໃນຫ້ອງຮຽນຂອງພວກເຮົາໃນມື້ນີ້ ແລະ ອະນາຄົດນັ້່ນແມ່ນເລີ່ມ​ຕົ້ນ​ດ້ວຍການລົງທຶນ​ໃສ່ຄູຂອງພວກເຮົາ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version