Home ສາລະໜ້າຮູ້ 6 ສະໝຸນໄພຕ້ານໄຂ້ຫັວດ

6 ສະໝຸນໄພຕ້ານໄຂ້ຫັວດ

0
Various spices and herbs for cooking on black background

ໄຂ້ຫັວດໃຫຍ່ມັກລະບາດໃນໄລຍະລະດູຝົນ ແລະ ລະດູໜາວ ພະຍາດຊະນິດນີ້ ເກີດຈາກເຊື້ອໄຂ້ຫັວດໃຫຍ່ (Influenza Virus) ເຊິ່ງຈຳແນກໄດ້ 3 ຊະນິດທີ່ພົບຫຼາຍທີ່ສຸດ ໄດ້ແກ່: ຊະນິດ A (H1N1) (H3N2) ຮອງລົງມາຄື: ຊະນິດ B ແລະ C ເພື່ອປ້ອງກັນພະຍາດດັ່ງກ່າວແນະນຳໃຫ້ນຳໃຊ້ສະໝຸນໄພພື້ນບ້ານດັ່ງກ່າວນີ້:

  1. ຟ້າທະລາຍໂຈນ: ອອກລິດຕ້ານໄວຣັສໄຂ້ຫັວດໃຫຍ່ ດ້ວຍ 4 ກົນໄກຄື:
  2. ປ້ອງກັນບໍ່ໃຫ້ໄວຣັສເຂົ້າຈຸລັງ.
  3. ຫຼຸດການແບ່ງໂຕໄວຣັສພາຍໃນຈຸລັງ.
  4. ເພີ່ມພູມຄຸ້ມກັນຊ່ວຍຕໍ່ສູ້ກັບໄວຣັສ.
  5. ຫຼຸດການອັກເສບຢູ່ປອດຈາກການຕິດເຊື້ອໄວຣັສ.
  6. ຜັກທຽມ: ການກິນຜັກທຽມສົດສາມາດປ້ອງກັນ ແລະ ຫຼຸດໄລຍະເວລາການເປັນຫັວດລົງໄດ້.
  7. ຫົວສີໄຄ: ສະໄໝກ່ອນມີການໃຊ້ຫົວສີໄຄປົວໄຂ້ຫັວດ, ແກ້ໄຂ້, ແກ້ເຈັບຫົວ-ເຈັບທ້ອງທີ່ມີລິດເພີ່ມພູມຄຸ້ມກັນໄດ້ດີມີລິດຕ້ານທານອະນຸມູນອິດສະລະມີລິດຕ້ານອັກເສບ ແລະ ຕ້ານໄວຣັສໄຂ້ຫັວດ.
  8. ຂີງ: ຂີງມີສານຫຼາຍຊະນິດທີ່ມີລິດຂ້າເຊື້ອໄວຣັສໄຂ້ຫັວດໃຫຍ່ ເຊີ່ງມີການທົດລອງແລ້ວພົບວ່າ: ການຕົ້ມນໍ້າຂີງໃຫ້ຟົດ 30 ນາທີ ແລ້ວນຳມາດື່ມຈະເຮັດໃຫ້ເມັດເລືອດຊະນິດແມັກໂຄຼເຟຈ ສາມາດຈັບກິນເຊື້ອໄວຣັສໄຂ້ຫັວດໃຫຍ່ໄດ້ດີຂື້ນ.
  9. ຫົວຜັກບົ່ວ: ຫົວຜັກບົ່ວໃຫຍ່ ຫຼື ຫົວຜັກບົ່ວນ້ອຍ ມີສານ Quercetin ມີລິດຕ້ານໄວຣັສໄຂ້ຫັວດໃຫຍ່, ລິດເພີ່ມພູມຄຸ້ມກັນ, ລິດຕ້ານອາການແພ້ ແລະ ຊ່ວຍຂະຫຍາຍຫຼອດລົມ.
  10. ຜັກກະເພົາ: ເຊີ່ງເປັນຜັກ ແລະ ສະໝຸນໄພພື້ນບ້ານ ນິຍົມໃຊ້ເປັນຢາດີຫັວດ, ດີໄອ, ແກ້ອືດຍື່ງທ້ອງດີເຈັບແອວ, ຂັບລົມ, ມີລິດເສີມພູມຄຸ້ມກັນ, ຕ້ານອັກເສບ, ຕ້ານອະນຸມູນອິດສະລະ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version