Home ຂ່າວໜ້າໜຶ່ງ ສະຫຼອງວັນອາຫານໂລກ, ວັນສາກົນ ແລະ ສັບປະດາແຫ່ງຊາດ ເພື່ອລຶບລ້າງຄວາມທຸກຍາກ

ສະຫຼອງວັນອາຫານໂລກ, ວັນສາກົນ ແລະ ສັບປະດາແຫ່ງຊາດ ເພື່ອລຶບລ້າງຄວາມທຸກຍາກ

0

ກະຊວງກະສິກຳ ແລະ ປ່າໄມ້ (ກປ), ອົງການອາຫານ ແລະ ການກະເສດ (FAO) ປະຈໍາ ສປປ ລາວ ແລະ ອົງການສະຫະປະຊາຊາດ ເພື່ອການພັດທະນາ (UNDP) ປະຈໍາ ສປປ ລາວ ໄດ້ຮ່ວມກັນເປີດງານສະເຫຼີມສະຫຼອງວັນອາຫານໂລກ, ວັນສາກົນ ແລະ ສັບປະດາແຫ່ງຊາດ ເພື່ອລົງລຶບລ້າງຄວາມທຸກຍາກ ຂຶ້ນຢ່າງເປັນທາງການ ໃນວັນທີ 9 ຕຸລາ ນີ້ ທີ່ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ຢູ່ນະຄອນຫຼວງວຽງຈັນ, ໂດຍມີບັນດາທ່ານການນໍາຈາກກະຊວງ, ອົງການຂັ້ນສູນກາງ ແລະ ທ້ອງຖິ່ນ, ບັນດາທ່ານທູດ ແລະ ຄູ່ຮ່ວມພັດທະນາ ພ້ອມພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໃນພິທີ, ຄະນະປະທານ ໂດຍມີ ທ່ານ ເພັດ ພົມພິພັກ ລັດຖະມົນຕີກະຊວງ ກປ, ທ່ານ ນາງ ຮັ່ງ ທິ ແທັງ ຟ້າມ ຮັກສາການຜູ້ຕາງໜ້າ FAO ແລະ ທ່ານ ນາງ ມາຕິນ ເທເຣີ ຜູ້ຕາງໜ້າ UNDP ປະຈໍາ ສປປ ລາວ ໄດ້ຂຶ້ນກ່າວຄໍາເຫັນທີ່ມີເນື້ອໃນສຳຄັນ. ໂດຍສະເພາະທ່ານລັດຖະມົນຕີກະຊວງ ກປ ໄດ້ກ່າວເນື້ອໃນສຳຄັນໃຫ້ຮູ້ວ່າ: ປີນີ້, ການສະເຫຼີມສະຫຼອງວັນອາຫານໂລກ ຄົບຮອບ 43 ປີ (16/10/1980-16/10/2023) ພາຍໃຕ້ຫົວຂໍ້ “ນໍ້າ ປຽບເໝືອນດັ່ງຊີວິດ, ນໍ້າ ຄືແຫຼ່ງກຳເນີດອາຫານຂອງພວກເຮົາ, ພວກເຮົາພ້ອມກັນກ້າວໄປ”; ລະນຶກເຖິງວັນສາກົນລຶບລ້າງຄວາມທຸກຍາກ ຄົບຮອບ 31 ປີ (17/10/1992-17/10/2023) ແລະ ສັບປະດາແຫ່ງຊາດ ເພື່ອລຶບລ້າງຄວາມທຸກຍາກ ຄົບຮອບ 20 ປີ(17-24/10/2003-17-24/10/2023) ພາຍໃຕ້ຄໍາຂວັນ “ພ້ອມກັນຈັດຕັ້ງປະຕິບັດ ໃຫ້ປະກົດຜົນເປັນຈິງ ເພື່ອກຽດສັກສີຂອງທຸກຄົນ”.

ທ່ານ ເພັດ ພົມພິພັກ ຍັງກ່າວຕື່ມວ່າ: ພິທີເປີດງານດັ່ງກ່າວ ຈັດຂຶ້ນຢ່າງເປັນທາງການໃນຄັ້ງນີ້, ພວກເຮົາມາໂຮມຊຸມນຸມກັນ ຢ່າງມີຄວາມໝາຍສຳຄັນ ໂດຍແນໃສ່ປູກຈິດສຳນຶກ ແລະ ສ້າງຄວາມຮັບຮູ້ໃຫ້ແກ່ປະຊາຊົນໃນທົ່ວໂລກ ກໍຄື ປະຊາຊົນລາວ ໄດ້ເຂົ້າໃຈເຖິງຄວາມທຸກຍາກ ແລະ ໄພອຶດຫິວ ເພື່ອໃຫ້ເຂົາເຈົ້າຮູ້ສຶກວ່າ ຕົນເອງມີກຽດສັກສີ, ມີເຫື່ອແຮງ ສະຕິປັນຍາ ຄືຄົນທົ່ວໄປ, ມີຄວາມກ້າຫານ ແລະ ມີຄວາມສາມາດ ບືນຕົວອອກຈາກຄວາມທຸກຍາກ ແລະ ໄພອຶດຫິວໄດ້. ພ້ອມນັ້ນ, ຍັງເປັນສ່ວນສ້າງຄວາມຮັບຮູ້ ແລະ ຮຽກຮ້ອງໃຫ້ທຸກພາກສ່ວນ ມີສ່ວນຮ່ວມໃນການຜະລິດສະບຽງອາຫານ ໃຫ້ມີຄຸນນະພາບ, ພຽງພໍ ໂດຍຖືວ່າເປັນປັດໄຈສຳຄັນຕົ້ນຕໍໃນການຜະລິດກະສິກຳ. ເວົ້າສະເພາະນໍ້າ, ແມ່ນເປັນສິ່ງຫຼໍ່ລ້ຽງປະຊາຊົນ ເປັນປັດໄຈສຳຄັນໃນການນໍາໃຊ້ເຂົ້າໃນການຜະລິດກະສິກໍາ, ບໍ່ພຽງເທົ່ານັ້ນ ຍັງເປັນທ່າແຮງໃນການຜະລິດກະແສໄຟຟ້າ, ການຄົມມະນາຄົມ, ສາຍນໍ້າທີ່ສວຍງາມ ກໍເປັນທ່າແຮງດ້ານແຫຼ່ງທ່ອງທ່ຽວ ແລະ ອື່ນໆ. ຢ່າງໃດກໍຕາມ, ພວກເຮົາຍັງມີຂີດຈໍາກັດ ໃນການບໍລິຫານຈັດການນໍ້າ ໃຫ້ໄດ້ຢ່າງມີປະສິດທິພາບເທົ່າທີ່ຄວນ ຊຶ່ງນໍ້າອາດຈະເຫືອດແຫ້ງ ຫຼື ກໍ່ໃຫ້ເກີດໄພພິບັດຮ້າຍແຮງຕາມມາ. ເພາະສະນັ້ນ, ພວກເຮົາຕ້ອງຮ່ວມແຮງ ຮ່ວມໃຈກັນ ນໍາໃຊ້ນໍ້າຢ່າງປະຢັດ, ໃຫ້ເກີດປະໂຫຍດສູງສຸດ ແລະ ໃຫ້ມີຄວາມຍືນຍົງ.

ສປປ ລາວ ເຮົາ, ຮ່ວມກັບປະຊາຊົນ ບັນດາຜູ້ປະກອບການ ແລະ ຄູ່ຮ່ວມພັດທະນາ ໄດ້ສຸມໃສ່ຈັດຕັ້ງປະຕິບັດ ວຽກງານການຜະລິດສະບຽງອາຫານ ແລະ ພັດທະນາຊົນນະບົດ ແກ້ໄຂຄວາມທຸກຍາກ ຢ່າງເອົາຈິງເອົາຈັງ ໃນໄລຍະ 6 ເດືອນປີນີ້ແມ່ນໄດ້ມີການຂະຫຍາຍຕົວເປັນຢ່າງດີ ໂດຍໂຕເລກທີ່ກະຊວງແຜນການ ແລະ ການລົງທຶນ ໄດ້ປະເມີນວ່າ ຂະແໜງກະສິກຳພວກເຮົາ ມີການຂະຫຍາຍຕົວ 3,8% ກວມເອົາ 14,6% ຂອງລວມຍອດຜະລິດຕະພັນ (GDP) ແລະ ຄາດວ່າໝົດປີນີ້ ຈະປະຕິບັດໄດ້ລື່ນແຜນການ. ຂະນະທີ່ການພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ ສາມາດສ້າງຄອບຄົວພົ້ນທຸກໄດ້ 9 ແສນກວ່າຄອບຄົວ ຫຼື ປະມານ 78%, ຍັງມີຄອບຄົວທຸກຍາກ 2 ແສນກວ່າຄອບຄົວ.

ງານສະເຫຼີມສະຫຼອງດັ່ງກ່າວ, ຈະໄດ້ດຳເນີນໃນລະຫວ່າງວັນທີ 9-13 ຕຸລາ ນີ້ ຊຶ່ງໃນໄລຍະດັ່ງກ່າວ ແມ່ນຍັງໄດ້ມີງານວາງສະແດງສິນຄ້າກະສິກຳ ແລະ ປ່າໄມ້ ຢູ່ ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ເພື່ອຊຸກຍູ້ໃຫ້ຜູ້ຜະລິດພາຍໃນປະເທດເຮົາ. ພ້ອມນີ້, ກໍມີການວາງສະແດງຜົນງານຕ່າງໆ ຂອງວຽກງານກ່ຽວຂ້ອງກັບຂະແໜງການນີ້.

(ຂ່າວ-ພາບ: ສຸກສະຫວັນ)

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version