Home ຂ່າວໜ້າໜຶ່ງ ປະທານປະເທດໂອ້ລົມພະນັກງານຫຼັກແຫຼ່ງເມືອງຊຽງເງີນແຂວງຫຼວງພະບາງ

ປະທານປະເທດໂອ້ລົມພະນັກງານຫຼັກແຫຼ່ງເມືອງຊຽງເງີນແຂວງຫຼວງພະບາງ

0

ວັນທີ 6 ຕຸລາ 2023 ທ່ານ ທອງລຸນ ສີສຸລິດ ປະທານປະເທດ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວເຮັດວຽກຢູ່ເມືອງຊຽງເງີນ ໂດຍໄດ້ພົບປະໂອ້ລົມພະນັກງານຫຼັກແຫຼ່ງຂອງເມືອງ ຢູ່ສະໂມສອນໃຫຍ່ຂອງເມືອງ.

ໂອກາດນີ້ ທ່ານ ສົມແວວເພັດ ເຈົ້າເມືອງຊຽງເງີນໄດ້ລາຍງານຜົນສຳເລັດ ການຈັດຕັ້ງຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງສູນກາງພັກ ມະຕິກອງປະ ຊຸມໃຫຍ່ຄັ້ງທີ VIII ຂອງອົງຄະນະພັກແຂວງ ແລະມະຕິກອງປະຊຸມໃຫຍ່ຄັ້ງທີ VI ຂອງອົງຄະນະພັກເມືອງຊຽງເງິນ ທ່ານກ່າວວ່າ: ໂດຍພາຍໃຕ້ການນຳພາ-ຊີ້ນຳ ຂອງອົງຄະນະພັກເມືອງ ສາມາດຍາດເຮັດໃຫ້ເສດຖະກິດຂອງເມືອງ ໄດ້ມີການເຕີບໂຕຢ່າງຕໍ່ເນື່ອງ ໝັ້ນທ່ຽງ ແລະຖືກທິດ ສະເລ່ຍ 5,9% ຕໍ່ປີ ລາຍຮັບໄດ້ 14 ລ້ານກວ່າກີບ ຫຼື ເທົ່າກັບ 734 ໂດລາສະຫະລັດຕໍ່ຄົນຕໍ່ປີ ສັງຄົມມີຄວາມສະຫງົບ ແລະເປັນລະບຽບຮຽບຮ້ອຍໂດຍພື້ນຖານ ປະຊາຊົນບັນດາເຜົ່າຢູ່ທ່າມທຳມາຫາກິນ ມີວຽກເຮັດງານທຳນັບມື້ນັບຫຼາຍ ຊີວິດການເປັນຢູ່ນັບມື້ນັບມີຄວາມສະດວກສະບາຍ ໂຄງລ່າງພື້ນຖານຫຼາຍດ້ານໄດ້ຮັບການພັດທະນາດີຂຶ້ນ ປັດຈຸບັນມີເສັ້ນທາງເຂົ້າເຖີງແຕ່ລະບ້ານ ທຽວໄດ້ 2 ລະດູກວມ 71,42% ແລະທຽວໄດ້ລະດູດຽວ ກວມ 28,58% ມີບ້ານທີ່ໄດ້ຊົມໃຊ້ໄຟຟ້າແຫ່ງຊາດທັງໝົດ 45 ບ້ານ ກວມ 91,83% ບ້ານຊົມໃຊ້ໄຟຟ້ານອກລະບົບມີ 4 ບ້ານກວມ 8,16% ຜ່ານການປະເມີນມາດຖານຕາມດຳລັດ 348 ປັດຈຸບັນ ຄອບຄົວທຸກຍາກ ຍັງເຫຼືອ 1.297 ຄອບຄົວ ເຫັນວ່າຫຼຸດລົງ 55 ຄອບຄົວ ບ້ານທຸກຍາກຕາມດຳລັດ 348 ຍັງເຫຼືອ 14 ບ້ານ ເຫັນວ່າຫຼຸດລົງ 5 ບ້ານ ມີຄອບຄົວພັດທະນາ 4.397 ຄອບຄົວ ຫຼຸດລົງ 1.128 ຄອບຄົວ ບ້ານພັດທະນາ 11 ບ້ານ ຫຼຸດລົງ 27 ບ້ານ.

ໂອກາດນີ້ ທ່ານ ທອງລຸນ ສີສຸລິດ ໄດ້ເນັ້ນໃຫ້ອົງ ການປົກຄອງເມືອງ ສືບຕໍ່ຊຸກຍູ້ປະຊາຊົນສຸມໃສ່ການຜະລິດໃຫ້ເປັນສີນຄ້າ ຕາມທ່າແຮງບົ່ມຊ້ອນ ເພື່ອເຮັດໃຫ້ເສດຖະກິດຂອງບ້ານ ຂອງເມືອງມີຄວາມເຂັ້ມແຂງ ຄຽງຄູ່ກັບການສຶກສາອົບຮົມລູກຫຼານ ແລະພະນັກງານຮຸ່ນສືບທອດ ເຂົ້າໃຈຕໍ່ແນວທາງຂອງພັກ ຫຼີກເວັ້ນການມົ້ວສຸມຢາເສບຕິດ ແລະການເຊື່ອຖືຂ່າວບິດເບືອນແນວທາງຂອງພັກ-ລັດ ຜ່ານສື່ສັງຄົມອ່ອນລາຍ.

ພາຍຫຼັງສຳເລັດການໂອ້ລົມພະນັກງານຫຼັກແຫຼ່ງຂອງເມືອງຊຽງເງີນ ທ່ານ ທອງລຸນ ສີສຸລິດ ປະທານປະເທດພ້ອມດ້ວຍຄະນະ ໄດ້ເດນທາງໄປຢ້ຽມຢາມໂຮງງານຜະລິດນ້ຳດື່ມມີນິໂຣ ເຊິ່ງຕັ້ງຢູ່ບ້ານດອນກາງ ນະຄອນ ຫຼວງພະບາງ ຕື່ມອີກ.

#VientianeMai

#BM

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version