Home ຂ່າວຕ່າງປະເທດ ກຳລັງຕິດຕັ້ງໄຟຟ້າແສງຕາເວັນຂອງຈີນ ຫລາຍກວ່າ 500 ລ້ານກິໂລວັດ

ກຳລັງຕິດຕັ້ງໄຟຟ້າແສງຕາເວັນຂອງຈີນ ຫລາຍກວ່າ 500 ລ້ານກິໂລວັດ

0
(230819) -- YINCHUAN, Aug. 19, 2023 (Xinhua) -- This photo taken on April 16, 2023 shows a photovoltaic base on the Tengger Desert in Zhongwei City, northwest China's Ningxia Hui Autonomous Region. TO GO WITH "China Focus: Desert city morphs into oasis of green computing power" (Xinhua)

ຕາມຂ່າວຈາກ ວິທະຍຸ ສາກົນ ສປ ຈີນ, ອົງການ ພະລັງງານ ແຫ່ງຊາດຈີນ ແຈ້ງວ່າ: ແຕ່ເດືອນມັງກອນ ຫາເດືອນ ສິງຫາປີນີ້, ກຳລັງ ຕິດຕັ້ງ ໄຟຟ້າ ແສງ ຕາເວັນ ໃນທົ່ວປະເທດຈີນ ເພີ່ມໃໝ່ ຫລາຍກວ່າ 100 ລ້ານກິໂລວັດ, ກວມປະມານ 57% ຂອງຍອດ ກຳລັງ ຕິດຕັ້ງ ໄຟຟ້າ ທີ່ເພີ່ມໃໝ່ ທັງໝົດ. ນັບມາຮອດ ທ້າຍເດືອນ ສິງຫາປີນີ້, ຍອດກຳລັງ ຕິດຕັ້ງໄຟຟ້າ ແສງຕາເວັນ ຂອງຈີນ ມີທັງໝົດ ປະມານ 510 ລ້ານກິໂລວັດ, ເພີ່ມຂຶ້ນ 44,4% ເມື່ອທຽບໃສ່ ໄລຍະດຽວກັນ ຂອງປີຜ່ານມາ 510 ລ້ານ ກິໂລວັດ ເທົ່າກັບ ຍອດກຳລັງ ຕິດຕັ້ງ ໄຟຟ້າ ຂອງເຂື່ອນຊານເຊຍ 23 ແຫ່ງ. ນັບມາຮອດ ທ້າຍເດືອນ ສິງຫາປີນີ້, ຍອດກຳລັງ ຕິດຕັ້ງ ໄຟຟ້າ ໃນທົ່ວປະເທດຈີນ ມີທັງໝົດ ປະມານ 2,76 ຕື້ກິໂລວັດ, ເພີ່ມຂຶ້ນ 11,9% ເມື່ອທຽບໃສ່ ໄລຍະດຽວກັນ ຂອງປີຜ່ານມາ. ແຕ່ເດືອນມັງກອນ ຫາເດືອນສິງຫາປີນີ້, ໂຄງ ການແຫລ່ງໄຟຟ້າ ຂອງ ວິສາຫະກິດ ຜະລິດໄຟຟ້າ ຕົ້ນຕໍ ໃນທົ່ວປະເທດຈີນ ໄດ້ສຳເລັດການລົງທຶນ 470,3 ຕື້ຢວນ, ເພີ່ມຂຶ້ນ 46,6% ເມື່ອທຽບໃສ່ ໄລຍະດຽວກັນ ຂອງປີ ຜ່ານມາ. ໂຄງການ ເຄືອຂ່າຍໄຟຟ້າ ໄດ້ສຳເລັດ ການລົງທຶນ 270,5 ຕື້ຢວນ, ເພີ່ມຂຶ້ນ 1,4% ເມື່ອທຽບໃສ່ ໄລຍະດຽວກັນ ຂອງປີກາຍ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version