Home ຂ່າວໜ້າໜຶ່ງ ແຂວງຫຼວງພະບາງ ສຸມໃສ່ການໂຄສະນາເຜີຍແຜ່ວຽກງານໂພຊະນາການແມ່-ເດັກ

ແຂວງຫຼວງພະບາງ ສຸມໃສ່ການໂຄສະນາເຜີຍແຜ່ວຽກງານໂພຊະນາການແມ່-ເດັກ

0

ພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ແຂວງຫຼວງພະບາງ ເອົາໃຈໃສ່ໃນການໂຄສະນາເຜີຍແຜ່ບັນດາກິດຈະກຳຕ່າງໆ ເພື່ອເຮັດໃຫ້ສັງຄົມຮັບຮູ້ ແລະ ເຂົ້າໃຈກ່ຽວກັບການຮັກສາສຸຂະພາບຫຼາຍຂຶ້ນ.

ທ່ານ ຈັນສະໝອນ ທີບພາວັນ ຮອງຫົວໜ້າພະແນກ (ຖວທ) ແຂວງຫຼວງພະບາງ ໄດ້ໃຫ້ສຳພາດຕໍ່ສືມວນຊົນວ່າ: ພະແນກ ຖວທ ໄດ້ສົມທົບກັບ ພະແນກສາທາລະນະສຸກ ເອົາໃຈໃສ່ໃນການໂຄສະນາເຜີຍແຜ່ບັນດາ ແລະ ກິດຈະກຳຕ່າງໆ ໃນນັ້ນກ່ຽວກັບການໃຫ້ຄວາມຮູ້ດ້ານສຸຂະພາບແກ່ກຸ່ມເປົ້າໝາຍ ແລະ ຄວາມຮູ້ກ່ຽວກັບການປ້ອງການພະຍາດລະບາດ. ນອກນັ້ນ, ຍັງໄດ້ເອົາໃຈໃສ່ໃນການປະກອບສ່ວນເຂົ້າໃນການໂຄສະນາເຜີຍແຜ່ວຽກງານໂພຊະນາການແມ່-ເດັກ ເປັນຕົ້ນການລ້ຽງລູກດ້ວຍນົມແມ່ ການໃຫ້ອາຫານເສີມສຳລັບເດັກ ຜ່ານລາຍການຂ່າວຂອງສະຖານີວິທະຍຸກະຈາຍສຽງແຂວງຫຼາຍລາຍການເຊັ່ນ: ລາຍການຮູ້ໄວ້ໄດ້ປະໂຫຍດ, ຟັງສະບາຍໄດ້ຄວາມຮູ້, ເປີດໃຈໄວໜຸ່ມ ພ້ອມນັ້ນກໍໂຄສະນາຜ່ານໂທລະພາບ ແລະ ສື່ອອນລາຍ ເພື່ອເຮັດໃຫ້ສັງຄົມຮັບຮູ້ ແລະ ເຂົ້າໃຈກ່ຽວກັບການຮັກສາສຸຂະພາບຫຼາຍຂຶ້ນ.

ທ່ານໃຫ້ຮູ້ຕື່ມວ່າ: ເພື່ອເປັນການສືບຕໍ່ປະກອບສ່ວນເຂົ້າໃນການໂຄສະນາວຽກງານໂພຊະນາການແມ່-ເດັກ ໃຫ້ໄດ້ຮັບປະສິດທິຜົນ ພະແນກພວກເຮົາຈະພະຍາຍາມສຸມໃສ່ທຸກຊ່ອງທາງ ເຮັດໃຫ້ມີລາຍການກ່ຽວກັບສຸຂະພາບຫຼາຍຂຶ້ນ ເພີ່ມທະວີຄວາມອາດສາມາດຂອງພະນັກງານໃນການສະໜອງຂໍ້ມູນຂ່າວສານ ກ່ຽວກັບການຮັກສາສຸຂະພາບໃຫ້ກັບປະຊາຊົນ ເພື່ອໃຫ້ເຂົາເຈົ້າເປັນສ່ວນໜຶ່ງໃນການຈັດຕັ້ງປະຕິບັດວຽກງານໂພຊະນາການແມ່ -ເດັກໃຫ້ໄດ້ຮັບປະສິດທິຜົນ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version