Home ຂ່າວພາຍໃນ ຢາສູບໄຟຟ້າ ເປັນຢາເສບຕິດທີ່ອັນຕະລາຍຕໍ່ສຸຂະພາບ

ຢາສູບໄຟຟ້າ ເປັນຢາເສບຕິດທີ່ອັນຕະລາຍຕໍ່ສຸຂະພາບ

0

ພັກ-ລັດຖະບານ ຍາມໃດກໍເປັນຫ່ວງເປັນໃຍຕໍ່ສຸຂະພາບຂອງສັງຄົມ ກໍຄືໄວໜຸ່ມ-ຊາວໜຸ່ມລາວເຮົາ ໂດຍໄດ້ມີການອອກກົດໝາຍໃນການຄຸ້ມຄອງຢາສູບ ຢູ່ໃນ ສປປ ລາວ ແລະ ຍັງໄດ້ມີການໂຄສະນາຜະລິດຕະພັນຂອງຢາສູບໃນຮູບແບບຕ່າງໆ ເພື່ອໃຫ້ສັງຄົມໄດ້ຮັບຮູ້ເຖິງຜົນຮ້າຍຂອງຢາສູບ ໂດຍສະເພາະຢາສູບຮູບແບບໃໝ່ຄື: ຢາສູບໄຟຟ້າທີ່ກຳລັງນິຍົມຂອງກຸ່ມໄວໜຸ່ມ-ຊາວໜຸ່ມໃນປັດຈຸບັນ ຊຶ່ງເປັນອັນຕະລາຍທີ່ສຸດຕໍ່ສຸຂະພາບ ແລະ ຕໍ່ຊີວິດ.ທ່ານ ທອງພູນ ໝື່ນພິລົມ ຫົວໜ້າພະແນກພາຍໃນໂຮງໝໍມິດຕະພາບ ໄດ້ເປີດເຜີຍໃຫ້ຮູ້ ເມື່ອບໍ່ດົນມານີ້ວ່າ: ຢາສູບໄຟຟ້າ ເປັນຢາເສບຕິດ ທີ່ອັນຕະລາຍທີ່ສຸດຕໍ່ສຸຂະພາບ, ການສູບຢາບໍ່ແມ່ນສິ່ງທີ່ສວຍງາມ, ບໍ່ແມ່ນສິ່ງທີ່ສ້າງບຸກຄະລິກກະພາບຂອງເຮົາດີຂຶ້ນ ແຕ່ມັນອັນຕະລາຍຕໍ່ສຸຂະ ພາບຂອງຜູ້ສູບ ແລະ ຄົນອ້ອມຂ້າງໃນໄລຍະສັ້ນ ແລະ ໃນໄລຍະຍາວ.

ເລີ່ມແຕ່ປີ 2022 ທາງພະແນກເຂດນອກໂຮງໝໍມິດຕະພາບເຫັນວ່າ ມີຈໍານວນຜູ້ປ່ວຍຈາກການສູບຢາເພີ່ມຂຶ້ນ. ໃນມື້ໜຶ່ງມີຜູ້ປ່ວຍ ຍ້ອນຢາສູບໄຟຟ້າມາປິ່ນປົວປະມານ 4-5 ຄົນ/ມື້, ສ່ວນຫຼາຍພົບໄວໜຸ່ມທີ່ມີອາຍຸປະມານ 20-25 ປີ ຊຶ່ງມີບາງກໍລະນີມີອາການເຈັບແໜ້ນໜ້າເອິກ, ຫາຍໃຈຝືດ, ຫາຍໃຈບໍ່ອອກ, ໄອແຫ້ງ, ເຈັບຄໍ ເມື່ອພົບອາການເຊັ່ນນີ້ ທາງໂຮງໝໍໄດ້ນຳໄປເອັກສະເລປອດ ເຫັນວ່າປອດມີຜື່ນຂາວຫຼາຍ 90% ຂອງພື້ນທີ່ປອດ, ເມື່ອສອບຖາມປະຫວັດຄົນປ່ວຍຈຶ່ງຮູ້ວ່າສູບຢາສູບໄຟຟ້າມາໄດ້ 2-3 ປີ ແລ້ວ, ຈຶ່ງເປັນສາເຫດເຮັດໃຫ້ປອດມີການອັກເສບຮຸນແຮງ, ສຸດທ້າຍເຮັດໃຫ້ເສຍຊີວິດ.

ອີງຕາມຂໍ້ມູນຂອງ WHO ໃຫ້ຮູ້ວ່າ: ເລີ່ມແຕ່ວັນທີ 17 ກັນຍາ ປີ 2019 ໄດ້ມີການສຶກສາຜູ້ປ່ວຍເຂົ້າປິ່ນປົວຍ້ອນສູບຢາໄຟຟ້າ ຊຶ່ງກວດເຫັນປອດມີການບາດເຈັບຮຸນແຮງ ໂດຍສຶກສາມາໄດ້ 1 ປີເຫັນວ່າ: ມີຄົນເຈັບເຂົ້າປິ່ນປົວນອນໃນໂຮງໝໍປະມານ 2.000 ກວ່າຄົນໃນ 50 ລັດ ຂອງອາເມລິກາ ມາຮອດ ວັນທີ 18 ເດືອນກຸມພາ ປີ 2020 ມີຄົນເຈັບເຂົ້າໄປປິ່ນປົວປະມານ 2.668 ຄົນ ແລະ ມີການລາຍງານໂຕເລກເສຍຊີວິດ 68 ຄົນ.

ສຳລັບ ຄົນທີ່ສູບຢາໄຟຟ້າຈະມີອາການເລີ່ມຕົ້ນຄື: ປາກແຫ້ງ, ຄໍແຫ້ງ, ປວດຮາກ, ເຈັບຫົວ, ວິນຫົວ; ສຳລັບອາການໄລຍະຍາວຄື: ຈະມີຄວາມສ່ຽງທາງເສັ້ນເລືອດຫົວໃຈແຂງ, ກ້າມຊີ້ນຂອງຫົວໃຈໜາໃຫຍ່ຂຶ້ນ, ພະຍາດທາງລົມຫາຍໃຈ, ປອດອັກເສບຊໍ້າເຮື້ອ, ຫຼອດປອດຕີບ, ມີອາການທາງລະບົບປະສາດ (ຊັກ), ປະສາດຫຼອນ, ໄດ້ຮັບການເບື່ອເມົາຈາກສານຕົກຄ້າງຫຼາຍຂຶ້ນ, ບາງກໍລະນີສູບຢາມາດົນ ກໍພາໃຫ້ເກີດພະຍາດແຊກຊ້ອນໃນປອດເປັນຕົ້ນ ພະຍາດວັນນະໂຣກໃບໄມ້ໃນປອດ ແລະ ກາຍເປັນພະຍາດມະເຮັງປອດ.

ເມື່ອເຫັນໄດ້ຄືດັ່ງນັ້ນ, ພັກ-ລັດຖະບານລາວ ກໍໄດ້ອອກກົດໝາຍເພື່ອຄຸ້ມຄອງຢາສູບຢູ່ ສປປ ລາວ ໃນມາດຕາ 48 (ປັບປຸງ) ຂໍຫ້າມສໍາລັບບໍລິສັດຢາສູບ ແລະ ຜູ້ປະກອບການ ມີພຶດຕິກໍາຄື: 1) ຜະລິດ, ນຳເຂົ້າ, ສົ່ງອອກ, ຈຳໜ່າຍ, ຊື້-ຂາຍ ຜະລິດຕະພັນຢາສູບທີ່ບໍ່ມີຄຳເຕືອນສຸຂະພາບ ແລະ ສະຫຼາກ, ວັັັນ, ເດືອນ, ປີຜະລິດ, ສະແຕັມພາສີ, ອາກອນ, ຢາສູບນອກລະບົບ, ເຖື່ອນ, ເສຍຄຸນ, ຜະລິດຕະພັນຢາສູບຮຽນແບບ ຫຼື ປອມ; 2) ຜະລິດ-ນຳເຂົ້າ, ສົ່ງອອກ, ຈຳໜ່າຍ, ຊື້-ຂາຍ ຜະລິດຕະພັນຢາສູບຮູບແບບໃໝ່ເປັນຕົ້ນ ຢາສູບໄຟຟ້າ, ຢາສູບລະເຫີຍອາຍ, ຢາສູບຊີຊາ ຫຼື ບາຣາກູ.

ທ່ານ ທອງພູນ ໝື່ນພິລົມ ຍັງໄດ້ຝາກເຖິງ ພໍ່ແມ່ປະຊາຊົນ ຜູ້ທີ່ສູບຢາແລ້ວ, ຢາກເຊົາຢາສູບແມ່ນປະຕິບັດຕົນຄື: ຈາກທີ່ເຄີຍສູບຢາ 5 ກອກ/ ມື້ ກໍຫຼຸດມາເປັນ 3 ກອກ/ມື້ ແລະ ຫຼຸດລົງມາເລື້ອຍໆກໍສາມາດຢຸດການສູບຢາໄດ້. ພ້ອມນັ້ນ, ຝາກເຕືອນໄວໜຸ່ມ-ຊາວໜຸ່ມຫ້າມລອງສູບຢາ ຫຼື ສູບຢາໄຟຟ້າ, ບໍ່ໄປຫຍຸ້ງກ່ຽວເດັດຂາດ, ການສູບຢາບໍ່ແມ່ນສິ່ງທີ່ສວຍງາມ, ເຮັດໃຫ້ດູດີ, ບໍ່ແມ່ນສິ່ງທີ່ສ້າງບຸກຄະລິກກະພາບໃຫ້ດີຂຶ້ນ ແຕ່ອັນຕະລາຍຕໍ່ສຸຂະພາບ, ຕໍ່ຊີວິດ. ສິ່ງສຳຄັນ ຖ້າສູບຢາທີ່ສາທາລະນະ ແລະ ເຂດສະຖານທີ່ອື່ນໆທີ່ຫ້າມສູບຢາ ເຈົ້າໜ້າທີ່ພົບເຫັນຈະຖືກກ່າວເຕືອນ ຫຼື ນຳໄປກັກຄັງໄດ້.

ໂດຍ: ວັນເພັງ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version