Home ຂ່າວຕ່າງປະເທດ ເພີ່ມທະວີກຳລັງແຮງພາຍໃນ, ສ້າງກຳລັງໜູນໃຫ້ແກ່ການພັດທະນາແບບຍືນຍົງ

ເພີ່ມທະວີກຳລັງແຮງພາຍໃນ, ສ້າງກຳລັງໜູນໃຫ້ແກ່ການພັດທະນາແບບຍືນຍົງ

0

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນ 19 ກັນຍາ ຜ່ານມາ ຢູ່ສູນກອງປະຊຸມແຫ່ງຊາດ ຮ່າໂນ້ຍ, ໄດ້ເປີດເວທີປາໄສເສດຖະກິດ – ສັງຄົມ ຫວຽດນາມ 2023. ເວທີປາໄສໂດຍກຳມາທິການເສດຖະກິດຂອງສະພາແຫ່ງຊາດ, ຄະນະເສດຖະກິດສູນກາງ, ສະຖາບັນການເມືອງແຫ່ງຊາດ ໂຮ່ຈິມິນ ແລະ ສະຖາບັນບັນດິດວິທະຍາສາດສັງຄົມ ສົມທົບກັນຈັດຕັ້ງຂຶ້ນ. ເວທີປາໄສໂດຍມີການເຂົ້າຮ່ວມຂອງຜູ້ແທນຫຼາຍ 400 ຄົນ ທີ່ສູນປະຊຸມແຫ່ງຊາດ ແລະ ໄດ້ເຊື່ອມຕໍ່ກັບບາງສະຖາບັນ, ມະຫາວິທະຍາໄລ, ນັກປາຖະກະຖາ, ນັກວິທະຍາສາດຢູ່ພາຍໃນ ແລະ ຕ່າງປະເທດ. ກ່າວເປີດພິທີ ແລະ ຊີ້ນຳໂດຍ ທ່ານ ເວືອງດິ່ງເຫວ້ ປະທານສະພາແຫ່ງຊາດ ຫວຽດນາມ.

ຂ່າວລະບຸວ່າ: ເວທີປາໄສເສດຖະກິດ – ສັງຄົມຫວຽດນາມ 2023 ແມ່ນເຫດການໃຫຍ່ປະຈຳປີ ຂອງສະພາແຫ່ງຊາດ ແລະ ສັງເກດຄືນທຸກບັນຫາຂອງພື້ນຖານເສດຖະກິດ ໂດຍໄດ້ສະແດງອອກໃນຫົວຂໍ້: “ເພີ່ມທະວີກຳລັງແຮງພາຍໃນ, ສ້າງກຳລັງໜູນໃຫ້ແກ່ການເຕີບໂຕ ແລະ ພັດທະນາແບບຍືນຍົງ”. ເວທີປາໄສເພື່ອແນໃສ່ຕີລາຄາສະພາບການໂລກ ແລະ ພາຍໃນປະເທດຢ່າງຮອບດ້ານ, ລະອຽດແມ່ນບັນດາຂໍ້ຈຳກັດ, ຄວາມຫຍຸ້ງຍາກ, ຈາກນັ້ນ ກໍສະເໜີວິທີແກ້ໄຂເພື່ອຮັບມືກັບສະພາບການໃໝ່, ສ້າງກຳລັງໜູນໃຫ້ແກ່ການເຕີບໂຕ ແລະ ພັດທະນາແບບຍືນຍົງ.

ທ່ານ ຫງວຽນດຶກຫຽນ ຮອງຫົວໜ້າຄະນະກຳມະການເສດຖະກິດສູນກາງ ຫວຽດນາມ ໃຫ້ຮູ້ວ່າ: ເວທີປາໄສໄດ້ສຸມໃສ່ແກ້ໄຂບັນດາບັນຫາຮີບດ່ວນໃນໄລຍະສັ້ນໃຫ້ແກ່ການພັດທະນາເສດຖະກິດ – ສັງຄົມ ຂອງ ຫວຽດນາມ ໃນປີ 2023. ໃນນັ້ນໄດ້ເນັ້ນໜັກເຖິງ ບັນຫາກ່ຽວຂ້ອງເຖິງການບຸກລຸກບັນດາແຫຼ່ງຊັບພະຍາກອນ, ລຶບລ້າງຮົ້ວກີດຂວາງໃຫ້ແກ່ການຊຸກຍູ້ການພັດທະນາເສດຖະກິດ, ພິເສດແມ່ນບັນດາບັນຫາກ່ຽວກັບນະວັດຕະກຳ, ວິທະຍາສາດ; ເຕັກໂນໂລຊີ ແລະ ການພັດທະນາແຫຼ່ງຊັບພະຍາກອນມະນຸດ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version