Home ຂ່າວໜ້າໜຶ່ງ ຍິນດີຕ້ອນຮັບອົງການ UNICEF ເກົາຫຼີ!

ຍິນດີຕ້ອນຮັບອົງການ UNICEF ເກົາຫຼີ!

0

ປະເທດເກົາຫຼີ​ໄດ້​ເປັນ​ຜູ້​ໃຫ້​ທຶນ​ທີ່​ສຳຄັນ​ເປັນ​ເວລາ​ຫຼາຍ​ປີ, ​ໂດຍ​ສະ​ເພາະ​ແມ່ນ​ດ້ານ​ການ​ສຶກສາ ​ແລະ ​ໂຮງຮຽນ.

ອົງການ UNICEF ເກົາຫລີ ແລະ ຜູ້ໃຫ້ທຶນ ລົງຢ້ຽມຢາມ ໂຮງຮຽນປະຖົມສົມບູນດົງຫນ້ອງ, ໂຮງຮຽນປະຖົມສົມບູນຄັນທະລາດ ເມືອງສາລະວັນ ແລະ ໂຮງຮຽນປະຖົມສົມບູນບ້ານຫຸນ, ໂຮງຮຽນປະຖົມສົມບູນຕະລຸງຕະລາວ ເມືອງຕະໂອ້ຍ ແຂວງສາລະວັນ ແລະ ໄດ້ມີການເບິ່ງກິດຈະກຳໃນຫ້ອງກຽມປະຖົມ, ຢ້ຽມຢາມຄົວເຮືອນ ເບິ່ງກິດຈະກຳການຮຽນການສອນບຳລຸງເພີ່ມ.

ສຳລັບເດັກທີ່ມີຜົນການຮຽນຕ່ຳໃນຊັ້ນປະຖົມ ເບິ່ງກິດຈະກຳການຮຽນການສອນຢູ່ກຸ່ມຮຽນຜ່ານການຫຼິ້ນ ຮ່ວມກິດຈະກຳລ້າງມື ແລະ ກິດຈະກຳໂຄສະນາຂອງທີມງານສື່ໄວໜຸ່ມສາລະວັນ ເພື່ອຕິດຕາມຄວາມຄືບໜ້າການປະຕິບັດໂຄງການຂອງອົງການ UNICEF ທີ່ໃຫ້ການສະໜັບສະໜູນລັດຖະບານ ສປປ ລາວ ໃນການຮັບປະກັນວ່າເດັກທຸກໆ ຄົນຈະໄດ້ຮັບຄຸນນະພາບການສຶກສາທີ່ດີ.

#Medialaos Vientiane Capital

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version