ໃນຖານະຜູ້ນໍາ ຂອງແນວລາວຮັກຊາດ ກໍ່ຄືຂອງພັກເຮົາຮຸ່ນທໍາອິດ ປະທານ ຄໍາໄຕ ສີພັນດອນ ໄດ້ປະກອບສ່ວນຢ່າງຕັ້ງໜ້າໃນການຈັດຕັ້ງນໍາພາ ຂະບວນການຕໍ່ສູ້ຂອງປະຊາຊົນເຮົາ ຕ້ານລັດທິຈັກກະພັດລ່າເມືອງຂຶ້ນແບບເກົ່າ ແລະ ແບບໃໝ່, ເຮັດໃຫ້ການປະ ຕິວັດລາວເຕີບໃຫຍ່ຂະຫຍາຍຕົວ ແລະ ຍາດໄດ້ໄຊຊະນະນີ້ຕໍ່ໃສ່ໄຊຊະນະໃໝ່ໃຫຍ່ຫລວງກວ່າເກົ່າ. ຈົນເຖິງໄຊຊະນະສົມບູນ ປົດປ່ອຍທົ່ວປະເທດ ແລະ ສະຖາປະນາສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນໃນວັນທີ 02 ທັນວາ ປີ 1975.ໃນການສ້າງເຂດ ທີ່ໝັ້ນການປະຕິວັດ ໂດຍສະເພາະຢູ່ເຂດລາວໃຕ້ນັ້ນ, ປະທານ ຄໍາໄຕ ສີພັນດອນ ໄດ້ຖືສໍາຄັນການກໍ່ສ້າງຮາກຖານການເມືອງ ແລະ ການກໍ່ສ້າງເຂດທີ່ໝັ້ນກອງຫລອນດ້ວຍ ການກໍາ ແໜ້ນປະຊາຊົນ, ອີງໃສ່ປະຊາຊົນ ແລະ ປຸກລະດົມປະຊາຊົນ ເຂົ້າຮ່ວມການ ຕໍ່ສູ້ປົດປ່ອຍຊາດ, ເຮັດໃຫ້ການຕໍ່ຕ້ານເປັນພາລະກິດຂອງທົ່ວປວງຊົນ.
ແນວຄິດຊີ້ນໍາຂອງເພິ່ນໃນການສ້າງເຂດທ່ີໝັ້ນການປະຕິວັດແມ່ນ ການສ້າງເຂດທີ່ໝັ້ນໃນ “ດວງໃຈ” ຂອງປະຊາຊົນ, ໂດຍເອົາເຂດບ້ານ ເຈັງອິນທິ, ບ້ານປຸຍ, ບ້ານສົ້ມປ່ອຍ, ບ້ານອຸກ, ບ້ານໃໝ່, ບ້ານຫີນລາດ ເປັນໃຈການຂອງເຂດທີ່ ຫມັ້ນ. ເພາະສະນັ້ນ ເພື່ອກໍ ເອົາປະຊາຊົນໃຫ້ໄດ້ ແລະ ເຮັດໃຫ້ປະຊາຊົນມີຄວາມຕື່ຕົວເຂົ້າຮ່ວມການຕໍ່ຕ້ານ, ປະທານ ຄໍາໄຕ ສີພັນດອນ ຈິ່ງໄດ້ຈັດຕັ້ງກໍາລັງກອງໄຊຈັກກະພັດເປັນກອງໂຄສະນາປະກອບອາວຸດ ແລະ ໜ່ວຍປະຕິບັດງານ ແຕ່ຫົວທີໂລດ, ແລ້ວກະຈາຍລົງສູ່ຮາກຖານປະຊາຊົນ. ໃນປີ 1952-1954 ປະທານ ຄຳໄຕ ສີພັນດອນ ໄດ້ຮັບໜ້າທີ່ເປັນປະທານ ຄະນະກໍາມະການຕໍ່ຕ້ານຢູ່ເຂດກາງ; ຊີ້ນໍາ-ປັບປຸງຂະບວນການຕໍ່ຕ້ານຕີເອົາຊະນະກອງທະຫານຜູ້ຮຸກຮານ. ເຂດ ກາງໃນເວລານັ້ນເອີ້ນກັນທົ່ວໄປ ຢ່າງກວ້າງຂວາງວ່າພາກຕາເວັນອອກ ຫລື ເຂດຕາເວັນອອກ ມີພື້ນທີ່ກວມເອົາ 2 ແຂວງຄື: ແຂວງຄໍາມ່ວນ ແລະ ແຂວງສະຫວັນນະເຂດ ຊຶ່ງມີທີ່ຕັ້ງຍຸດທະສາດສໍາຄັນໃນການເຊື່ອມຕໍ່ເຂດຕໍ່ຕ້ານພາກເໜືອກັບພາກໃຕ້. ໃນເວລາ ນີ້ ປະທານ ຄໍາໄຕ ສີພັນ ດອນ ຍັງເປັນຫົວໜ້າຫ້ອງການລັດຖະບານລາວຕໍ່ຕ້ານ ແລະ ກໍາມະການສູນກາງແນວລາວອິດສະຫລະ ຊຶ່ງໜ້າທີ່ຕົ້ນຕໍແມ່ນປັບປຸງ; ກໍ່ສ້າງຄະນະຊີ້ນໍາ ແລະ ບັນຊາຂັ້ນຕ່າງໆ. ໂດຍເອີ້ນວ່າ “ຄະນະບັນຊາສາມຂາ” ຫລື ເອີ້ນຊື່ລັບວ່າ: “ບສຂ” ຊຶ່ງຖືກແຕ່ງຕັ້ງໃຫ້ເປັນປະທານຄະນະກໍາມະການຕໍ່ຕ້ານ ແລະ ທັງເປັນຜູ້ຕາງໜ້າລັດຖະບານແນວລາວອິດສະຫລະ ຂັ້ນສູນກາງທີ່ຮັບຜິດຊອບເຂດກາງ.ເມື່ອລົງມາເຂດກາງ, ປະທານ ຄໍາ ໄຕ ສີພັນດອນ ໄດ້ຈັດປະຊຸມ ຄະນະກໍາ ມະການຕໍ່ຕ້ານເຂດກາງ ເພື່ອຮັບຟັງການລາຍງານ – ກໍາສະພາບການ ແລະ ຖອດຖອນບົດຮຽນຮ່ວມກັບພະນັກ ງານຫລັກແຫລັງແກ່ນສານຂອງເຂດກາງ.
ຈາກພຶດຕິກໍາ ແລະ ບົດຮຽນທີ່ ເພິ່ນເຄີຍໄດ້ຊີ້ນໍາ-ບັນຊາຢູ່ເຂດໃຕ້, ເພິ່ນໄດ້ມີຄໍາເຫັນຕໍ່ຄະນະດັ່ງກ່າວ ວ່າ: “ພວກເຮົາຕ້ອງ ຫັນທິດຍຸດທະສາດ ຕໍ່ຕ້ານແຕ່ຫົວທີຄືເອົາກໍາລັງຖອນອອກຈາກຕົວເມືອງໄປສູ່ຊົນນະບົດ ແລະ ພູດອຍ, ສຸມໃສ່ ການຂົນຂວາຍມະຫາຊົນ, ກໍ່ສ້າງຮາກຖານການເມືອງ, ກ່ໍສ້າງກໍາລັງ, ກໍ່ສ້າງຖານທີ່ໝັ້ນປະຕິວັດ ເພື່ອດໍາເນີນການຕໍ່ຕ້ານ ຍາວນານ, ເພາະວ່າຮາກຖານປະຕິວັດເຮົາຢູ່ຊົນນະບົດຍັງມີໜ້ອຍ ແລະ ຍັງບໍ່ທັນເຂັ້ມແຂງ; ກົງກັນຂ້າມສັດ ຕູພັດມີກໍາລັງ ທີ່ເຂັ້ມແຂງກວ່າພວກເຮົາ, ຍ້ອນແນວນັ້ນວຽກງານທີ່ສໍາຄັນ ແລະ ຮີບດ່ວນກວ່າໝູ່ໝົດແມ່ນການສຶກສາອົບຮົມການເມືອງ-ແນວຄິດ, ເຮັດໃຫ້ພະນັກງານ, ທະຫານ ແລະ ປະຊາຊົນເຊື່ອມ ຊຶມກໍາແໜ້ນແນວ ທາງຕໍ່ ຕ້ານຂອງພວກເຮົາ; ພ້ອມກັນນັ້ນ ກໍຕ້ອງໄດ້ສັບຊ້ອນ-ປັບປຸງການຈັດຕັ້ງ, ປັບປຸງຄະນະຊີ້ນໍາ-ບັນຊາໃນທຸກດ້ານ”.ດ້ວຍການນໍາພາອັນຖືກຕ້ອງ ແລະ ສະຫລາດສ່ອງໃສ ແລະ ເດັດດ່ຽວໜຽວແໜ້ນຂອງສູນກາງພັກ ຊຶ່ງມີປະທານ ໄກສອນ ພົມວິຫານ ເປັນຜູ້ນໍາໜ້າ ໂດຍມີການປະກອບສ່ວນອັນສໍາຄັນຂອງປະທານ ຄໍາໄຕ ສີພັນດອນ ໃນຖານະຜູ້ບັນຊາການສູງສຸດ ແລະ ໝູ່ຄະນະການນໍາໃນກໍາລັງປະກອບອາວຸດ ຝ່າຍປະເທດລາວ ທີ່ໄດ້ຊີ້ນໍາ-ບັນຊາການຈັດຕັ້ງປະ ຕິ ບັດແຜນ ນະໂຍບາຍ ຫັນທິດຕໍ່ສູ້ດ້ວຍຄວາມເປັນເຈົ້າການສູງ, ທັງຕີສັດຕູ ທັງກ່ໍສ້າງກໍາລັງຈຶ່ງເຮັດໃຫ້ການປະຕິວັດເຮົາພົ້ນຈາກສະພາວະຄັບຂັນສ່ຽງເປັນສ່ຽງຕາຍໃນຊຸມປີ 1959-1960 ກັບຄືນຢູ່ໃນທ່າ ເປັນເຈົ້າການບຸກໂຈມຕີສັດຕູ, ຍາດເອົາໄຊຊະນະ ແລະ ພາການປະຕິວັດກ້າວສູ່ບາດກ້າວຂະຫຍາຍຕົວໃໝ່ ດ້ວຍຖ່ວງທ່າ ແລະ ກໍາລັງທີ່ເຂັ້ມແຂງກວ່າເກົ່າ, ໄຊຊະນະຂອງການຫັນທິດຕໍ່ສູ້ແມ່ນໄຊຊະນະອັນຍິ່ງໃຫຍ່ຂອງກອງທັບ ແລະ ປະຊາຊົນລາວ, ແມ່ນບາດກ້າວຂະ ຫຍາຍຕົວທີ່ມີລັກສະນະກ້າວກະໂດດ ແລະ ເຮັດໃຫ້ການປະຕິວັດລາວ ມີພື້ນຖານອັນໝັ້ນແກ່ນ ສໍາລັບການສືບຕໍ່ຕໍ່ສູ້ຍາດເອົາໄຊຊະນະທີ່ຍິ່ງໃຫຍ່ກວ່າເກົ່າ.