Home ຂ່າວພາຍໃນ ສະຖານທູດໄທ ປະຈຳ ລາວ ຈັດງານສະແດງດົນຕີມິດໄມຕີສອງຝັ່ງຂອງ

ສະຖານທູດໄທ ປະຈຳ ລາວ ຈັດງານສະແດງດົນຕີມິດໄມຕີສອງຝັ່ງຂອງ

0

ໃນວັນທີ 14 ກັນຍາ 2023 ຜ່ານມາ, ສະຖານທູດໄທ ປະຈຳ ສປປ ລາວ ຮ່ວມກັບ ກະຊວງຖະ ແຫລງຂ່າວ, ວັດທະນາທຳ ແລະ ທ່ອງທ່ຽວ(ຖວທ), ວິທະຍາໄລດຸຣິຍາງຄະສິນ, ມະຫາວິທະຍາໄລມະຫິດົນ ຣາຊະອານາຈັກໄທ ໄດ້ຈັດງານດົນຕີມິດໄມຕີສອງຝັ່ງຂອງຂຶ້ນ ຢູ່ວິທະຍາໄລສິລະປະແຫ່ງຊາດ ນະຄອນຫລວງ ວຽງຈັນ ໂດຍມີ ທ່ານນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງ ຖວທ, ບັນດາຫົວໜ້າກົມ, ຮອງກົມ, ພ້ອມດ້ວຍຄູ-ອາຈານ, ນັກຮຽນ-ນັກສຶກສາ ເຂົ້າຮ່ວມ.

ໂອກາດດັ່ງກ່າວ, ທ່ານນາງ ມໍຣະກົດ ສີສະຫວັດ ເອກອັກຄະຣາຊະທູດໄທ ປະຈຳ ສປປ ລາວ ກ່າວວ່າ: ງານດົນຕີມິດໄມຕີສອງຝັ່ງຂອງ ຈັດຂຶ້ນເພື່ອສົ່ງເສີມການພັດທະນາທັກສະ ແລະ ເຕັກນິກການຫລິ້ນດົນຕີສາກົນ ຂອງເຍົາວະຊົນ ແລະ ເຕັກນິກການສອນຂອງຄະນະຄູດົນຕີຂອງ ສປປ ລາວ ໂດຍມີ ຄະນະຄູຈາກວິທະຍາ ໄລດຸຣິຍາງຄະສິນ ມະຫາວິທະຍາໄລມະຫິດົນ ແລະ ຄະນະຄູ-ນັກຮຽນ ຈາກວິທະຍາໄລສິລະປະແຫ່ງຊາດ ໄດ້ບັນເລງດົນຕີຮ່ວມກັນ. ໃນນັ້ນ, ໄດ້ບັນເລງເພງທີ່ເປັນສັນຍາລັກຂອງຄວາມສຳພັນ ໄທ-ລາວ ແລະ ເພງສຳຄັນ ຂອງ ສປປ ລາວ ເຊັ່ນ: ເພງມິດຕະພາບລາວ-ໄທ, ເພງຈຳປາລາວ. ນອກນັ້ນ, ຍັງມີການສະແດງຈາກຄະນະນັກຮ້ອງປະສານສຽງວົງ AEC Harmony ຈາກວິທະຍາໄລສິລະປະສຶກສາ ທີ່ຮ່ວມກໍ່ຕັ້ງຂຶ້ນໂດຍ ທ່ານນາງ ນັດວະດີ ພວງສຸວັນ ອາສາສະໝັກເພື່ອນໄທ. ພ້ອມນັ້ນ, ຍັງໄດ້ຈັດການຊຸດຝຶກອົບຮົມ ເພື່ອຖ່າຍທອດຄວາມຮູ້ ແລະ ປະສົບ ການຂອງຄະນະຄູ ຈາກວິທະຍາໄລດຸຣິຍາງຄະສິນ ມະຫາວິທະຍາໄລມະຫິດົນ ທັງເປັນການ ພັດທະນາບຸກຄະລາ ກອນດ້ານການສະແດງດົນຕີ ຕື່ມອີກ.

ງານດົນຕີມິດໄມຕີສອງຝັ່ງຂອງ, ຍັງເປັນການຮັດແໜ້ນ ການພົວພັນຮ່ວມມືດ້ານສິລະປະການສະແດງ ລະຫວ່າງສອງປະເທດ ລາວ-ໄທ ໃຫ້ໄດ້ຮັບການພັດທະນາ ແລະ ສືບຕໍ່ໃຫ້ການສະໜັບສະໜູນ, ຊ່ວຍເຫລືອ, ແລກປ່ຽນຄວາມຮູ້ດ້ານສິລະປະດົນຕີ ແລະ ອື່ນໆ ເຊິ່ງກັນ ແລະ ກັນ ໃນອະນາຄົດ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version