Home ຂ່າວໜ້າໜຶ່ງ ນາຍົກລັດຖະມົນຕີີ ສືບຕໍ່ເຄື່ອນໄຫວຊີ້ນຳວຽກງານຢູ່ແຂວງຊຽງຂວາງ

ນາຍົກລັດຖະມົນຕີີ ສືບຕໍ່ເຄື່ອນໄຫວຊີ້ນຳວຽກງານຢູ່ແຂວງຊຽງຂວາງ

0

ເມື່ອບໍ່ດົນຜ່ານມາ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ພ້ອມຄະນະ ໄດ້ສືບຕໍ່ເຄື່ອນໄຫວຊີ້ນໍາວຽກງານ ຢູ່ແຂວງຊຽງຂວາງ ໂດຍມີທ່ານ ບຸນຈັນ ສີວົງພັນ ເຈົ້າແຂວງຊຽງຂວາງ ພ້ອມດ້ວຍຄະນະນຳຂອງແຂວງ ໃຫ້ການຕ້ອນຮັບ.

ໂອກາດນີ້, ທ່ານ ສອນໄຊ ສີພັນດອນ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຢ້ຽມຢາມ ກຸ່ມປູກຜັກສະອາດ ຢູ່ບ້ານຫອຍ ແລະ ບ້ານຖໍ້າ ເມືອງຄູນ ໂດຍໄດ້ຮັບຟັງການລາຍງານຈາກທ່ານ ນາງ ສີພັນ ພົມມະວົງ ຮອງຫົວໜ້າຫ້ອງ ການກະສິກຳ ແລະ ປ່າໄມ້ ເມືອງຄູນ ເຫັນວ່າ: ປັດຈຸບັນ ກຸ່ມປູກຜັກດັ່ງກ່າວມີ 30 ກວ່າຄອບຄົວ, ເນື້ອທີ່ປູກໃນລະດູຝົນ ແມ່ນ 18 ເຮັກຕາ, ສ່ວນລະດູແລ້ງມີເນື້ອທີ່ປູກ ປະມານ 30 ກວ່າເຮັກຕາ ໂດຍມີການປູກໜູນວຽນພືດຫລາຍຊະນິດ ເປັນຕົ້ນ ຫອມປ້ອມ, ຜັກກາດຂາວ, ຜັກກະລໍາປີ, ໝາກເຜັດ ແລະ ພືດຜັກອື່ນໆ ເຊິ່ງຮູບແບບການປູກ ແມ່ນປູກຢູ່ໃນເນື້ອທີ່ດິນຂອງໃຜລາວ ທີ່ເຫັນວ່າມີຄວາມເໜາະສົມ ຂອງພືດຜັກແຕ່ລະຊະນິດ. ສຳລັບການຈຳໜ່າຍ ແມ່ນຂາຍກັບທີ່ ໂດຍມີພໍ່ຄ້າຄົນກາງ ມາຊື້ເພື່ອນຳໄປຂາຍຕໍ່ຢູ່ຕະຫລາດພາຍໃນແຂວງ ແລະ ສົ່ງອອກໄປຂາຍຢູ່ຕ່າງແຂວງ. ຜ່ານການປູກພືດຜັກດັ່ງກ່າວ ເຮັດໃຫ້ບັນດາສະມາຊິກພາຍໃນກຸ່ມ ມີລາຍຮັບເພີ່ມຂຶ້ນ ແລະ ສາມາດແກ້ໄຂຊີວິດການເປັນຢູ່ຂອງຕົນເອງດີຂຶ້ນ.

ຈາາກນັ້ນ, ທ່ານ ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ສືບຕໍ່ໄປຢ້ຽມຢາມ ກອງຮ້ອຍລ້ຽງສັດໃຫຍ່ພູເກັງ ເມືອງແປກ ໂດຍໄດ້ຮັບຟັງການລາຍງານ ສະພາບລວມຂອງກອງຮ້ອຍດັ່ງກ່າວຈາກ ທ່ານ ພັນໂທ ດາວວຽນ ອິນທະພົນ ຮອງຫົວໜ້າກອງຜະລິດກະສິກຳເລກ 3 ເຫັນວ່າ: ກອງຮ້ອຍລ້ຽງສັດໃຫຍ່ພູເກັງ ໄດ້ຮັບການຊີ້ນໍາໂດຍກົງ ແລະ ຮອບດ້ານ ຈາກກົມຜະລິດກະສິກຳ, ກົມໃຫຍ່ພະລາທິການ, ກະຊວງປ້ອງກັນປະເທດ ເຊິ່ງມີໜ້າທີ່ເບິ່ງແຍງ, ບົວລະບັດ, ຂະຫຍາຍພັນສັດ ເພື່ອເປັນຄັງແຮສະບຽງອາຫານ ໃນພາວະສຸກເສີນ. ນອກນັ້ນ ຍັງໄດ້ສຸມໃສ່ປັບປຸງພື້ນຖານໂຄງລ່າງ ເປັນຕົ້ນ ຄອກສັດ, ສ້າງທົ່ງຫຍ້າ, ລະບົບການຈັດການຟາມ, ການຈັດການສຸຂະພາບສັດ, ການປະສົມພັນທຽມ ແລະ ອື່ນໆ. ປັດຈຸບັນ ຢູ່ກອງຮ້ອຍລ້ຽງສັດໃຫຍ່ພູເກັງ ມີງົວພັນທັງໝົດ 101 ໂຕ, ງົວລາດ 117 ໂຕ ແລະ ແກະ 800 ກວ່າໂຕ.

ໃນມື້ດຽວກັນ, ທ່ານ ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ຍັງໄດ້ສືບຕໍ່ໄປຢ້ຽມຢາມບໍລິສັດ ຍອດງື່ມພາວເວີ ມະຫາຊົນ ຕັ້ງຢູ່ທີ່ບ້ານຍອດງື່ມ ເມືອງແປກ ໂດຍມີຄະນະຜູ້ບໍລິຫານຂອງບໍລິສັດ ນຳໂດຍທ່ານ ສົມຫວັງ ຄູລູຣັດ ປະທານບໍລິສັດ ຍອດງື່ມພາວເວີ ມະຫາຊົນ ໃຫ້ການຕ້ອນຮັບ ແລະ ລາຍງານໃຫ້ຊາບ ກ່ຽວກັບ ສະພາບການຈັດຕັ້ງປະຕິບັດວຽກງານ ໃນໄລຍະຜ່ານມາ ລວມທັງ ຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ບັນຫາຂໍ້ສະເໜີ ເພື່ອຂໍທິດຊີ້ນຳ ຈາກລັດ ຖະບານ. ປັດຈຸບັນ ບໍລິສັດໄດ້ນຳເຂົ້າວັດຖຸດິບຫລັກ ຈາກຕ່າງປະເທດ ມາປຸງແຕ່ງເປັນນໍ້າມັນກາຊວນ ແລະ ນ້ຳມັນແອັດຊັງ ສຳເລັດຮູບ ເພື່ອຈໍາໜ່າຍ ຢູ່ພາຍໃນແຂວງຊຽງຂວາງ ແລະ ບັນດາແຂວງໃກ້ຄຽງ. ໃນຕໍ່ໜ້າບໍລິສັດ ມີແຜນຈະເລັ່ງຜະລິດ-ປຸງແຕ່ງ ນໍ້າມັນແອັດຊັງທໍາມະດາ ເພື່ອສະໜອງໃຫ້ແກ່ ລັດວິສາຫະກິດນ້ຳມັນເຊື້ອໄຟລາວ ກໍຄື ບັນດາບໍລິສັດຈຳໜ່າຍນ້ຳມັນເຊື້ອໄຟອື່ນໆ ລວມທັງ ປໍ້າໃຫ້ບໍລິການນ້ຳມັນ ຢູ່ພາຍໃນຂວງຊຽງຂວາງ, ຫົວພັນ, ໄຊສົມບູນ ແລະ ຈະຂະຫຍາຍການຈຳໜ່າຍໄປຍັງແຂວງອື່ນໆໃຫ້ທົ່ວເຖິງ ເພື່ອຫລຸດຜ່ອນການນຳເຂົ້ານ້ຳມັນຈາກຕ່າງປະເທດ.

ການລົງຢ້ຽມຢາມແຕ່ລະສະຖານທີ່, ທ່ານ ນາຍົກລັັດຖະມົນຕີ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດ ໃນການຈັດຕັ້ງປະຕິບັດວຽກງານ ໃນໄລຍະຜ່ານມາ, ພ້ອມທັງ ມີຄຳເຫັນໂອ້ລົມ ແລະ ໃຫ້ທິດຊີ້ນຳ ຂະແໜງການກ່ຽວຂ້ອງ ແລະ ຜູ້ປະກອບການເອົາໃຈໃສ່ຕື່ມ ເປັນຕົ້ນ ໃຫ້ບັນດາຂະແໜງການກ່ຽວຂ້ອງ ຢູ່ສູນກາງ ແລະ ທ້ອງຖິ່ນ ສືບຕໍ່ພັດທະນາ, ປັບປຸງການຜະລິດ ຢ່າງມີຈຸດສຸມ ແລະ ຮັບປະກັນປະສິດທິຜົນ; ໃຫ້ກະຊວງກະສິກຳ ແລະ ປ່າໄມ້ ຊີ້ນຳພະນັກງານວິຊາການ ລົງຊຸກຍູ້, ຕິດຕາມ ຮ່ວມກັບກຸ່ມການຜະລິດ ແລະ ຜູ້ປະກອບການ ຢ່າງໃກ້ຊິດ ແລະ ຖອດຖອນບົດຮຽນການປູກ-ການລ້ຽງ ກັບບັນດາປະເທດເພື່ອນມິດ, ພ້ອມທັງ ຊ່ວຍຄົ້ນຄວ້າ ການສະໜອງນໍ້າ ເຂົ້າຮັບໃຊ້ການປູກ-ການລ້ຽງ ຂອງປະຊາຊົນ ຢູ່ກຸ່ມເປົ້າໝາຍຕ່າງໆ ໃຫ້ພຽງພໍ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version