Home ຂ່າວຕ່າງປະເທດ ລັດຖະບານ ຫວຽດນາມ ຈັດກອງປະຊຸມການສ້າງກົດໝາຍເດືອນສິງຫາ

ລັດຖະບານ ຫວຽດນາມ ຈັດກອງປະຊຸມການສ້າງກົດໝາຍເດືອນສິງຫາ

0

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ວັນທີ 24 ສິງຫາ ຜ່ານມາ ຢູ່ ຮ່າໂນ້ຍ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ເປັນປະທານກອງປະຊຸມຫົວຂໍ້ສະເພາະຂອງລັດຖະບານ ກ່ຽວກັບການສ້າງກົດໝາຍເດືອນສິງຫາ 2023.

ກ່າວເປີດກອງປະຊຸມ, ທ່ານ ຟ້າມມິງຈິງ ໃຫ້ຮູ້ວ່າ: ໃນກອງປະຊຸມຄັ້ງນີ້, ລັດຖະບານຈະພິຈາລະນາ ປະກອບຄຳເຫັນໃສ່ ຮ່າງກົດໝາຍ 4 ສະບັບລວມມີ: ຮ່າງກົດໝາຍວ່າດ້ວຍ ນະຄອນຫຼວງ (ສະບັບປັບປຸງ), ຮ່າງກົດໝາຍວ່າດ້ວຍຄວາມເປັນລະບຽບຮຽບຮ້ອຍ ຄວາມປອດໄພການຈໍລະຈອນທາງບົກ, ຮ່າງກົດໝາຍວ່າດ້ວຍທາງບົກ, ຮ່າງກົດໝາຍວ່າດ້າຍອຸດສາຫະກຳການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ລະດົມແຫຼ່ງກຳລັງຈາກອຸດສາຫະກຳ. ນີ້ແມ່ນບັນດາເນື້ອໃນສຳຄັນ, ຫຍຸ້ງຍາກ, ສັບສົນ, ມີຜົນກະທົບຕໍ່ຫຼາຍເປົ້າໝາຍ ດັ່ງນັ້ນຕ້ອງໄດ້ຮັບການຜັນຂະຫຍາຍໂດຍໄວ. ທ່ານສະເໜີໃຫ້ບັນດາຜູ້ແທນປຶກສາຫາລື ກ່ຽວກັບບັນດາບັນຫາສຳຄັນ ແລະ ຍັງມີຫຼາຍຄຳເຫັນທີ່ແຕກຕ່າງກັນ, ຮັບປະກັນຄວາມຄືບໜ້າ ແລະ ຄຸນນະພາບຂອງກອງປະຊຸມ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version