Home ຂ່າວໜ້າໜຶ່ງ ຮອງປະທານປະເທດ ເຄື່ອນໄຫວຕິດຕາມສະພາບການແກ້ໄຂຟື້ນຟູຜົນກະທົບ ຈາກໄພພິບັດທີ່ເກີດຂື້ນ ຢູ່ເມືອງ ຄູນຄໍາ

ຮອງປະທານປະເທດ ເຄື່ອນໄຫວຕິດຕາມສະພາບການແກ້ໄຂຟື້ນຟູຜົນກະທົບ ຈາກໄພພິບັດທີ່ເກີດຂື້ນ ຢູ່ເມືອງ ຄູນຄໍາ

0

ວັນທີ 27 ສິງຫາ 2023 ທ່ານ ບຸນທອງ ຈິດມະນີ ກໍາມະການກົມການເມືອງສູນກາງພັກ, ຜູ້ປະຈໍາການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ ແຫ່ງ ສປປລາວ, ພ້ອມດ້ວຍຄະນະຕິດຕາມຈາກສູນກາງ ໄດ້ເຄື່ອນໄຫວຕິດຕາມ ສະພາບການແກ້ໄຂຟື້ນຟູ ຜົນກະທົບ ຈາກເຫດການດິນເຈື່ອນ ແລະ ນໍ້າຖ້ວມ ຢູ່ເມືອງ ຄູນຄໍາ ແຂວງຄໍາມ່ວນ ໂດຍການໃຫ້ກຽດຕ້ອນຮັບຂອງ ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງ ຄໍາມ່ວນ, ພ້ອມດ້ວຍບັນດາຄະນະການນໍາຂັ້ນແຂວງ ແລະ ເມືອງ ຄູນຄໍາ.

ໃນໂອກາດນີ້ ທ່ານ ຮອງປະທານປະເທດ ແລະ ຄະນະໄດ້ຮັບຟັງລາຍງານສະພາບລວມ ຂອງເມືອງ ແລະ ສະພາບສອງເຫດການໄພພິບັດທີ່ເກີດຂື້ນຢູ່ເມືອງ ຄູນຄໍາ ຄື: ເຫດການນໍ້າຖ້ວມ ແລະ ດິນເຊາະເຈື່ອນ ເຊິ່ງໄດ້ສ້າງຜົນກະທົບເສຍຫາຍຢ່າງໜັກໜ່ວງ ຕໍ່ການດໍາລົງຊີວິດ, ວັດຖຸຊັບສິນຂອງປະຊາຊົນ, ສໍາລັບບ້ານທີ່ຖືກນໍ້າຖ້ວມ ມີ 14 ບ້ານ, ຂອງຈໍານວນທັງໝົດ 22 ບ້ານໃນທົ່ວເມືອງ, ໃນນັ້ນ ຖືກນໍ້າຖ້ວມໜັກ ມີ 9 ບ້ານ, ປະຊາຊົນໄດ້ຮັບຜົນກະທົບທັງໝົດ 12.767 ຄົນ, ຍິງ 6.320 ຄົນ, ມີ 2.182 ຄອບຄົວ. ສ່ວນເນື້ອທີ່ທໍາການຜະລິດຖືກນໍ້າຖ້ວມ ທັງໝົດ 22 ບ້ານ, ມີເນື້ອທີ່ 6.138 ເຮັກຕາ; ນາປີຖືກຖ້ວມ 3.924 ເຮັກຕາ, ເສຍຫາຍ 2.372 ເຮັກຕາ; ສວນມັນຕົ້ນ 1.849 ເຮັກຕາ, ເສຍຫາຍ 1.747 ເຮັກຕາ; ສວນກ້ວຍ ເສຍຫາຍ 289 ເຮັກຕາ, ສວນຢາງພາລາເສຍຫາຍ 66 ເຮັກຕາ ແລະ ເນື້ອທີ່ສວນພືດຜັກຕ່າງໆ 10 ເຮັກຕາ. ນອກນັ້ນຍັງ ມີພາຫະນະ, ກົນຈັກເພື່ອນໍາໃຊ້ເຂົ້າໃນການຜະລິດ ແລະ ສັດລ້ຽງຂອງປະຊາຊົນ ເສຍຫາຍເປັນຈໍານວນຫຼາຍ, ລວມເຖິງລະບົບຊົນລະປະທານ, ເສັ້ນທາງຄົມມະນາຄົມ ແລະ ພື້ນຖານໂຄງລ່າງດ້ານການສຶກສາ, ສາທາລະນະສຸກ ແລະ ຫົວໜ່ວຍທຸລະກິດຫ້າງຮ້ານກໍ່ໄດ້ຮັບຜົນກະທົບຢ່າງໜັກ, ໃນຊ່ວງໄລຍະເກີດໄພນໍ້າຖ້ວມທາງເມືອງໄດ້ກໍານົດເອົາ 2 ຈຸດເປັນສູນພັກຊົ່ວຄາວ ໃຫ້ແກ່ປະຊາຊົນ ຄື: ຫ້ອງການ ບ້ານ ຄູນມະນີ ແລະ ບ້ານ ພູຊາດ ໂດຍໄດ້ຮັບຄວາມເອົາໃຈໃສ່ຈາກການນໍາພັກ-ລັດທຸກຂັ້ນ, ພ້ອມດ້ວຍອົງການຈັດຕັ້ງທຸກພາກສ່ວນໃນສັງຄົມ ທັງພາຍໃນ ແລະ ຕ່າງປະເທດ ກໍ່ໄດ້ໃຫ້ການຊ່ວຍເຫຼືອ ນັບທັງວັດຖຸ, ປັດໃຈ ແລະ ເຂົ້າຂອງເຄື່ອງອຸປະໂພກ-ບໍລິໂພກຕ່າງໆ ດ້ວຍດີຕະຫຼອດມາ ພ້ອມດຽວກັນນັ້ນ ຍັງໄດ້ລາຍງານເຖິງສະພາບ ແຜນການທີ່ຈະຟື້ນຟູ ໃນສະເພາະໜ້າ ແລະ ຍາວນານ.

ສໍາລັບເຫດການ ດິນເຊາະເຈື່ອນເສັ້ນທາງເລກ 8 A ຢູ່ເຂດພູໄຮ ລະຫວ່າງ ບ້ານ ຄູນຄຳ, ເມືອງ ຄູນຄໍາ ແຂວງ ຄໍາມ່ວນ ຫາ ບ້ານ ໜອງກອກ ເມືອງ ຄຳເກີດ ແຂວງ ບໍລິຄຳໄຊ ມີຄວາມຍາວທັງໝົດ 11 ກິໂລແມັດ, ປະຈຸບັນຍັງມີລົດຕິດຄ້າງ 7 ຄັນ, ສ່ວນການ ສ້ອມແປງເສັ້ນທາງເຂດດັ່ງກ່າວ ເຖິງວ່າ ການບຸກເບີກຈະເຊື່ອມຈອດຫາກັນໄດ້ ແຕ່ກໍ່ຍັງຕ້ອງໄດ້ປັບປຸງປົວແປງຕື່ມ ເພື່ອໃຫ້ສາມາດນໍາໃຊ້ໄດ້ໂດຍໄວ. ສ່ວນການຊົມໃຊ້ໄຟຟ້າ ປະຈຸບັນສາມາດແກ້ໄຂໄຟຟ້າຊົມໃຊ້ໄດ້ແລ້ວຈໍານວນ 9 ບ້ານ ໂດຍຂໍນຳໃຊ້ໄຟຟ້າຈາກບໍລິສັດເທີນ-ຫີນບູນ ຊົ່ວຄາວ.

ໃນໂອກາດດຽວກັນ ທ່ານ ບຸນທອງ ຈິດມະນີ ຍັງໄດ້ມີຄໍາເຫັນສະແດງຄວາມເປັນຫ່ວງເປັນໄຍຕໍ່ປະຊາຊົນທີ່ໄດ້ຮັບຜົນກະທົບ ແລະ ທັງໄດ້ຍົກໃຫ້ເຫັນ ຄວາມເອົາໃຈໃສ່ ຂອງການນຳພັກ ແລະ ລັດຖະບານ ຕະຫຼອດຮອດອົງການປົກຄອງທ້ອງຖິ່ນ ແລະ ທຸກພາກສ່ວນອົງການຈັດຕັ້ງສັງຄົມ ທີ່ໄດ້ເປັນເຈົ້າການເອົາໃຈໃສ່ຮ່ວມກັນແກ້ໄຂຕໍ່ສະພາບບັນຫາທີ່ເກີດຂື້ນ ດ້ວຍຄວາມຮັບຜິດຊອບ, ທັງຮຽກຮ້ອງໃຫ້ສືບຕໍ່ໃນການຊ່ວຍເຫຼືອ ປັບປຸງພື້ນຖານໂຄງລ່າງ ແລະ ຊ່ວຍເຫຼືອ ແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນທີ່ຖືກຜົນກະທົບ ອີງໃສ່ທ່າແຮງຂອງແຕ່ລະທ້ອງຖິ່ນ ເພື່ອໃຫ້ປະຊາຊົນໄດ້ທໍາການຜະລິດ ເຮັດໃຫ້ການຟື້ນຟູຊີວິດການເປັນຢູ່ ເຂົ້າສູ່ສະພາບປົກກະຕິໂດຍໄວ, ຕະຫຼອດຮອດການກະກຽມພື້ນຖານໂຄງລ່າງທາງດ້ານການສຶກສາ ໃຫ້ແກ່ການໄຂສົກຮຽນໃໝ່ ແລະ ການຮັກສາສຸຂະພາບຕ່າງໆ, ພ້ອມດຽວກັນນັ້ນ ພາກສ່ວນການຈັດຕັ້ງທຸກຂັ້ນກໍ່ຕ້ອງເພີ່ມທະວີຄວາມຮັບຜິດຊອບເປັນເຈົ້າການສືບຕໍ່ໃນການນໍາພາ-ຊີ້ນໍາປະຊາຊົນ ແລະ ເຝົ້າລະວັງຕໍ່ສະພາບບັນຫາໄພພິບັດທາງດ້ານທໍາມະຊາດ, ໃນໂອກາດດຽວກັນນັ້ນ ທ່ານຍັງໄດ້ມອບເຄື່ອງຊ່ວຍເຫຼືອ ທີ່ປະກອບມີເຄື່ຶອງບໍລິໂພກ, ຢາປົວພະຍາດ ແລະ ອຸປະກອນການສຶກສາ, ພ້ອມທັງເງິນສົດ ຈໍານວນ 200 ລ້ານກີບ ໃຫ້ແກ່ເມືອງຄູນຄໍາ. ຈາກນັ້ນ, ກໍ່ໄດ້ສືບຕໍ່ເຄື່ອນໄຫວພົບປະກັບບັນດາພໍ່ແມ່ປະຊາຊົນ ຜູ້ທີ່ຖືກຜົນກະທົບຈາກໄພນໍ້າຖ້ວມ ຢູ່ບ້ານ ມ່ວງນໍ້າສາງ, ທັງໄດ້ເປັນກຽດໃຫ້ທິດຊີ້ນໍາຕໍ່ພໍ່ແມ່ປະຊາຊົນ ແລະ ໄດ້ມອບເຄື່ອງບໍລິໂພກມູນຄ່າ 348 ລ້ານກີບໃຫ້ແກ່ບ້ານດັ່ງກ່າວອີກດ້ວຍ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version