Home ຂ່າວພາຍໃນ ກະຊວງສາທາລະນະສຸກຈັດກອງປະຊຸມ ປະເມີນການຈັດຕັ້ງປະຕິບັດ ກົດໝາຍວ່າດ້ວຍການປະກັນສຸຂະພາບ

ກະຊວງສາທາລະນະສຸກຈັດກອງປະຊຸມ ປະເມີນການຈັດຕັ້ງປະຕິບັດ ກົດໝາຍວ່າດ້ວຍການປະກັນສຸຂະພາບ

0

ໃນວັນທີ 22-23 ສິງຫາ 2023, ທີ່ໂຮງແຮມ ເອລາວັນ, ແຂວງ ຈຳປາສັກ ໄດ້ຈັດກອງປະຊຸມປະເມີນການຈັດຕັ້ງປະຕິບັດ ກົດໝາຍວ່າດ້ວຍການປະກັນສຸຂະພາບ.ໂດຍການເປັນປະທານຂອງ ດຣ ບຸນແຟງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ, ເຂົ້າຮ່ວມມີບັນດາທ່ານ ຫົວໜ້າ,ຮອງກົມ, ຫ້ອງການອ້ອມຂ້າງ ກະຊວງສາທາລະນະສຸກ; ບັນດາທ່ານ ຕາງໜ້າຈາກກະຊວງ, ສູນກາງ, ຫົວໜ້າ, ຮອງພະແນກສາທາລະນະສຸກແຂວງ, ອຳນວຍການ, ຮອງອຳນວຍການໂຮງໝໍແຂວງ, ຫ້ອງການປະກັນສຸຂະພາບ 5 ແຂວງ: ຈຳປາສັກ, ສາລະວັນ, ເຊກອງ, ອັດຕະປື ແລະ ແຂວງ ສະຫວັນນະເຂດ; ບັນດາທ່ານ ຕາງໜ້າຈາກອົງການສາກົນ ແລະ ຄູ່ຮ່ວມພັດທະນາເຂົ້າຮ່ວມ. ດຣ ບຸນແຟງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ກ່າວວ່າ: ການຈັດຕັ້ງປະຕິບັດ ກອງທຶນປະກັນສຸຂະພາບແຫ່ງຊາດ ແມ່ນການປະຕິບັດຕາມແຜນຍຸດທະສາດ ກໍ່ຄືເປົ້າໝາຍຂອງລັດຖະບານ ໃນການບັນລຸເປົ້າໝາຍສຸຂະພາບ ທົ່ວປວງຊົນ ຮອດປີ 2025 (UHC) ແລະ ເປົ້າໝາຍການພັດທະນາແບບຍືນຍົງ ຮອດປີ 2030 (SDG). ການປົກຄຸມການປະກັນສຸຂະພາບ ທົ່ວປວງຊົນແມ່ນ ເພື່ອຮັບປະກັນໃຫ້ທຸກຄົນ ເຂົ້າເຖິງການບໍລິການສາທາລະນະສຸກ ທີ່ຈຳເປັນ ຫຼຸດຜ່ອນພາລະດ້ານການເງິນ ໂດຍສະເພາະຜູ້ຕົກທຸກ ຍ້ອນການປິ່ນປົວ.

ປະຈຸບັນ ກອງທຶນປະກັນສຸຂະພາບແຫ່ງຊາດ ສາມາດຂະຫຍາຍອັດຕາການປົກຄຸມໄດ້ເຖິງ 94 ສ່ວນຮ້ອຍ ຂອງປະຊາກອນ ໃນຂອບເຂດທົ່ວປະເທດ, ການຈັດຕັ້ງປະຕິບັດກອງທຶນປະກັນສຸຂະພາບແຫ່ງຊາດ ໄດ້ມີແຫລ່ງລາຍຮັບຈາກງົບປະມານລັດຖະບານ 180 ຕື້ຕໍ່ປີ ແລະ ພາກປະກັນສັງຄົມ ຈຳນວນ 130 ຕື້ ແຕ່ໃນຂະນະດຽວກັນ ອີງໃສ່ສະພາບໄພເງິນເຟີ້, ມູນຄ່າປິ່ນປົວສູງຂຶ້ນ ໂດຍສະເພາະ ຄ່າຢາ ແລະ ອຸປະກອນການແພດ ເຮັດໃຫ້ມີໜີ້ສະສົມ ໃນແຕ່ລະປີ, ການເກັບເງິນສົມທົບຂອງປະຊາຊົນ ເວລາມາໃຊ້ບໍລິການ ຍັງຕໍ່າ ມີພຽງແຕ່ 6,4 ສ່ວນຮ້ອຍ (ຂໍ້ມູນ 2022) ຂອງມູນຄ່າທົດແທນ.

ກົດໝາຍ ວ່າດ້ວຍການປະກັນສຸຂະພາບ ໄດ້ມີມະຕິຮັບຮອງຈາກສະພາແຫ່ງຊາດ ສະບັບເລກທີ 114/ສພຊ, ລົງວັນທີ 13 ທັນວາ 2018 ແລະ ທ່ານ ປະທານປະເທດແຫ່ງ ສປປ ລາວ ກໍ່ໄດ້ອອກລັດຖະດຳລັດ ກ່ຽວກັບການປະກາດໃຊ້ກົດໝາຍວ່າດ້ວຍການປະກັນສຸຂະພາບ ສະບັບເລກທີ 149/ປປທ, ລົງ ວັນທີ 25 ມັງກອນ 2019.

ຜ່ານການຈັດຕັ້ງປະຕິບັດ ການນໍາໃຊ້ກົດໝາຍວ່າດ້ວຍການປະກັນສຸຂະພາບ ນັບແຕ່ທ້າຍປີ 2018 ເປັນຕົ້ນມາ ເຫັນໄດ້ວ່າ: ຍັງມີບາງມາດຕາທີ່ຍັງບໍ່ສອດຄ່ອງກັບຄວາມເປັນຈິງ ຂອງ ສະພາບເສດຖະກິດ-ສັງຄົມ ຂອງ ສປປ ລາວ ໃນແຕ່ລະໄລຍະ, ບາງມາດຕາ ຕ້ອງໄດ້ປັບເນື້ອໃນໃຫ້ມີລັກສະນະສະເພາະເຈາະຈົງຂຶ້ນຕື່ມ ເພື່ອບໍ່ໃຫ້ມີຊ່ອງວ່າງເວລານຳໄປຈັດຕັ້ງປະຕິບັດຕົວຈິງ.

ໂດຍອີງຕາມແຜນການສ້າງ ແລະ ປັບປຸງກົດໝາຍ ຂອງ ກະຊວງສາທາລະນະສຸກ ປີ 2021- 2025 ແມ່ນລະບຸໃຫ້ມີວາລະເຂົ້ານໍາສະເໜີ ການປັບປຸງກົດໝາຍ ວ່າດ້ວຍການປະກັນສຸຂະພາບ ຕໍ່ ກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງ ສະພາແຫ່ງຊາດ ຊຸດທີ IX ໃນຊ່ວງກາງປີ 2024.

ມາເຖິງໄລຍະນີ້ ຫ້ອງການປະກັນສຸຂະພາບແຫ່ງຊາດ ແມ່ນໄດ້ກະກຽມປັບປຸງເນື້ອໃນຂອງບາງມາດຕາໃນກົດໝາຍສະບັບດັ່ງກ່າວ ທີ່ເຫັນສົມຄວນຕ້ອງໄດ້ຮັບການດັດແກ້, ທັງນີ້ກໍ່ເພື່ອຮັບປະກັນໃຫ້ ເນື້ອໃນກົດໝາຍ ວ່າດ້ວຍການປະກັນສຸຂະພາບ ມີຄວາມສອດຄ່ອງກັບສະພາບເສດຖະກິດ-ສັງຄົມ ໃນປະຈຸບັນ ແລະ ມີຄວາມຄ່ອງຕົວໃນການຈັດຕັ້ງປະຕິບັດ.

ກອງປະຊຸມປະເມີນການຈັດຕັ້ງປະຕິບັດ ກົດໝາຍວ່າດ້ວຍການປະກັນສຸຂະພາບ. ໃນຄັ້ງນີ້ ໄດ້ດຳເນີນໄປ ເປັນເວລາ 01 ວັນເຄິ່ງ, ເຊິ່ງບັນທ່ານແຂກ ທີ່ເຂົ້າຮ່ວມທັງໝົດໄດ້ ພ້ອມກັນ ສຸມໃສ່ ຄົ້ນຄວ້າ ປຶກສາຫາລື, ແລກປ່ຽນບົດຮຽນ ແລະ ປະກອບຄວາມຄິດ ຄວາມເຫັນ ເພື່ອໃຫ້ກົດໝາຍສະບັບດັ່ງກ່າວນີ້ ໃຫ້ມີເນື້ອໃນສົມບູນ, ຄົບຖ້ວນ, ສອດຄ່ອງກັບສະພາບຕົວຈິງ ແລະ ເປັນເອກະພາບ ໃນການຈັດຕັ້ງປະຕິບັດໃນຕໍ່ໜ້າ ໃຫ້ໄດ້ຮັບຜົນດີ, ມີປະສິດທິພາບ ແລະ ປະສິດທິຜົນດີຍິ່ງຂຶ້ນເລື້ອຍໆ.

ກົດໝາຍວ່າດ້ວຍການປະກັນສຸຂະພາບ ທີ່ຜ່ານການຈັດຕັ້ງປະຕິບັດ ແຕ່ປີ 2018 -2023 ແມ່ນມີທັງໝົດ 8 ພາກ 79 ມາດຕາ.

ການຈັດກອງປະຊຸມປະເມີນການຈັດຕັ້ງປະຕິບັດ ກົດໝາຍວ່າດ້ວຍການປະກັນສຸຂະພາບ ກໍເພື່ອໃຫ້ໄດ້ຄຳຄິດຄຳເຫັນໃນການປັບປຸງກົດໝາຍ ໃຫ້ແທດເໝາະກັບສະພາບຄວາມເປັນຈິງໃນປະຈຸບັນ.

ເກດສະໜາ ແກ້ວສຸວັນນະແສງ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version