Home ຂ່າວພາຍໃນ ສ້າງຄວາມຮັບຮູ້ ແລະ ເຂົ້າໃຈທີ່ຖືກຕ້ອງຕໍ່ກົດໝາຍວ່າດ້ວຍຊັບສິນຂອງລັດ

ສ້າງຄວາມຮັບຮູ້ ແລະ ເຂົ້າໃຈທີ່ຖືກຕ້ອງຕໍ່ກົດໝາຍວ່າດ້ວຍຊັບສິນຂອງລັດ

0

ກະຊວງການເງິນ ກົມຄຸ້ມຄອງຊັບສິນ ກະຊວງການເງິນ ຮ່ວມກັບກົມກົດໝາຍ ກະຊວງຍຸຕິທໍາໄດ້ຈັດກອງປະຊຸມເຜີຍແຜ່ກົດໝາຍວ່າດ້ວຍຊັບສິນຂອງລັດ ແລະ ທາບທາມປະກອບຄຳເຫັນໃສ່ຮ່າງຄໍາແນະນໍາກ່ຽວກັບການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍຊັບສິນຂອງລັດ ວັນທີ 24-25 ສິງຫາ 2023 ທີ່ ກົມສ່ວຍສາອາກອນ ເປັນປະທານຂອງທ່ານ ບຸນປອນ ວັນນະຈິດ ຮອງລັດຖະມົນຕີກະຊວງການເງິນ ແລະ ທ່ານ ກົງຈີ ຢ່າງຈື ຮອງລັດຖະມົນຕີກະຊວງຍຸຕິທຳ ມີຄະນະຮັບຜິດຊອບ ຕາງໜ້າຈາກບັນດາກະຊວງອົງການ ອົງການປົກຄອງນະຄອນຫຼວງວຽງຈັນ ເຈົ້າເມືອງ ແລະ ພະແນກການກ່ຽວຂ້ອງອ້ອມຂ້າງນະຄອນຫຼວງວຽງຈັນ ເຂົ້າຮ່ວມ.

ທ່ານ ບຸນປອນ ວັນນະຈິດ ໃຫ້ຮູ້ວ່າ: ເພື່ອເຮັດໃຫ້ບຸກຄົນນິຕິບຸກຄົນ ແລະ ການຈັດຕັ້ງທັງສູນກາງ ແລະ ທ້ອງຖິ່ນມີຄວາມຮັບຮູ້ ແລະ ເຂົ້າໃຈທີ່ຖືກຕ້ອງຕໍ່ກັບຄວາມໝາຍ ຄວາມສໍາຄັນຂອງກົດໝາຍວ່າດ້ວຍຊັບສິນຂອງລັດ ພ້ອມນັ້ນເພື່ອຮັບປະກັນການຈັດຕັ້ງປະຕິບັດກົດໝາຍສະບັບດັ່ງກ່າວໃຫ້ມີຄວາມເປັນເອກະພາບກັນ ເຊິ່ງການຈັດຕັ້ງປະຕິບັດວຽກງານຄຸ້ມຄອງຊັບສິນຂອງລັດໃນໄລຍະຜ່ານມາເຫັນວ່າຍັງພົບບາງຂໍ້ຫຍຸ້ງຍາກ ແລະ ການຄຸ້ມຄອງກໍຍັງບໍ່ທັນຄົບຖ້ວນຕາມທີ່ກົດໝາຍວ່າດ້ວຍຊັບສິນຂອງລັດໄດ້ກໍານົດໄວ້ ບໍ່ທັນສອດຄ່ອງກັບສະພາບການຕົວຈິງ ແລະ ທ່າອ່ຽງການພັດທະນາເສດຖະກິດ-ສັງຄົມໃນແຕ່ລະໄລຍະ.

ສະນັ້ນ ສະພາແຫ່ງຊາດກໍໄດ້ມີມະຕິໃຫ້ມີການປະເມີນການຈັດຕັ້ງປະຕິບັດກົດໝາຍຂົງເຂດເສດຖະກິດຈໍານວນ 4 ສະບັບ ແລະ ກົດໝາຍວ່າດ້ວຍຊັບສິນຂອງລັດກໍໄດ້ມີການປະເມີນ ແລະ ຊີ້ນໍາໃຫ້ມີການຄົ້ນຄວ້າປັບປຸງຢ່າງຮີບດ່ວນ ສະນັ້ນ ເພື່ອເປັນການຈັດຕັ້ງຜັນຂະຫຍາຍເນື້ອໃນທີ່ໄດ້ກໍານົດໄວ້ໃນກົດໝາຍວ່າດວ້ຍຊັບສິນຂອງລັດໄດ້ຖືກຈັດຕັ້ງປະຕິບັດໄປຕາມທີ່ກົດໝາຍໄດ້ກໍານົດໄວ້ໂດຍສະເພາະ ການຄຸ້ມຄອງ ປົກປັກຮັກສາ ແລະ ພັດທະນາຊັບສິນຂອງລັດ ລວມທັງການກໍານົດຄວາມຮັບຜິດຊອບຂອງບັນດາຂະແໜງງການທີ່ຕິດພັນໃຫ້ມີຄວາມຊັດເຈນ ສອດຄອ່ງຕົວຈິງກວ່າເກົ່າ ຈຶ່ງໄດ້ມີການຄົ້ນຄວ້າປັບປຸງກົດໝາຍວ່າດ້ວຍຊັບສິນຂອງລັດທີ່ຖືກຮັບຮອງຈາກກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX ສະບັບເລກທີ 18/ສພຊ ລົງວັນທີ 07 ກໍລະກົດ 2022 ປະກອບມີ 9 ພາກ 7 ໝວດ ແລະ 65 ມາດຕາ.

ສຳລັບກົດໝາຍດັ່ງກ່າວຈະມີຜົນບັງຄັບນໍາໃຊ້ຢ່າງເຕັມປະສິດທິພາບ ຮຽກຮອງໃຫ້ທຸກພາກສ່ວນທີ່ກ່ຽວ ຂ້ອງໃນສັງຄົມ ຕ້ອງເປັນເຈົ້າການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດກົດໝາຍດັ່ງກ່າວໃຫ້ເຂົ້າສູ່ລວງເລິກ ແລະ ເຂົ້າສູ່ວຽກງານຕົວຈິງ ບັນຫາທີ່ສໍາຄັນການເປັນເຈົ້າການໂຄສະນາ-ເຜີແຜ່ ແລະ ສ້າງຄວາມເຂົ້າໃຈໃນຂັ້ນຜູ້ຈັດຕັ້ງປະຕິບັດຕົວຈິງ ແລະ ບຸກຄົນທີ່ກ່ຽວຂ້ອງແມ່ນມີຄວາມສໍາຄັນຫຼາຍ ເພື່ອນໍາເອົາເນື້ອໃນຈິດໃຈຫຼັກຂອງກົດໝາຍສະບັບດັ່ງກ່າວໄປເຜີຍແຜ່ໃຫ້ການຈັດຕັ້ງທີ່ຕົນສັງກັດ ແລະ ສັງຄົມໄດ້ຮັບຮູ້ ເຂົ້າໃຈໄປໃນລວງດຽວກັນເພື່ອຮັບປະກັນການຈັດຕັ້ງປະຕິບັດກົດໝາຍສະບັບນີ້ຢ່າງມີປະສິດທິພາບ ແລະ ປະສິດທິຜົນ.

ພ້ອມດຽວກັນນີ້ ໃນກອງປະຊຸມໄດ້ພ້ອມກັນຄົ້ນຄວ້າປຶກສາຫາລືປະກອບຄໍາຄິດຄໍາເຫັນຮ່ວມກັນຕໍ່ຮ່າງຄໍາແນະນໍາວ່າດ້ວຍການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍຊັບສິນຂອງລັດ ຈະພ້ອມກັນລົງເລິກເຈາະຈີ້ມໃສ່ບັນດາມາດຕາ ແລະ ເນື້ອໃນເພື່ອເຮັດໃຫ້ເນື້ອໃນມີຄວາມສົມບູນ ສອດຄ່ອງກັບເນື້ອໃນຂອງກົດໝາຍທີ່ຈັດຕັ້ງປະຕິບັດຕົວຈິງກ່ຽວກັບວຽກງານການຄຸ້ມຄອງຊັບສິນຂອງລັດໃຫ້ມີປະສິດທິຜົນສູງສຸດ.

#VientianeMai

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version