Home ຂ່າວດ່ວນ ຊີໂນ-ອາກຣີ ໂປຕາສ ພ້ອມຄູ່ຮ່ວມກໍ່ສ້າງນິຄົມ ມອບເງິນ 4 ຕື້ກວ່າກີບ ຊ່ວຍເຫຼືອຜູ້ໄດ້ຮັບຜົນປະທົບຈາກໄພພິບັດ

ຊີໂນ-ອາກຣີ ໂປຕາສ ພ້ອມຄູ່ຮ່ວມກໍ່ສ້າງນິຄົມ ມອບເງິນ 4 ຕື້ກວ່າກີບ ຊ່ວຍເຫຼືອຜູ້ໄດ້ຮັບຜົນປະທົບຈາກໄພພິບັດ

0

ໃນຕອນຄໍ່າຂອງວັນທີ 11 ສິງຫາ 2023 ບໍລິສັດ ຊີໂນ ອາກຣີ ໂປຕາສ ແລະ ຜູ້ຕາງ ໜ້າບໍລິສັດຄູ່ຮ່ວມກໍ່ສ້າງ ໄດ້ເຂົ້າຮ່ວມພິທີມອບ-ຮັບເງິນຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມ ໂດຍມີ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ເຂົ້າ ຮ່ວມໃນພິທີ ເຊິ່ງບໍລິສັດໄດ້ມອບເງິນຊ່ວຍ ເຫຼືອໃຫ້ແກ່ລັດຖະບານຂັ້ນສູນກາງ ຈຳ ນວນ 1 ຕື້ກີບ ມອບໃຫ້ອຳນາດປົກຄອງແຂວງຄຳມ່ວນ ຈຳນວນເງີນ 1,5 ຕື້ກີບ ແລະ ລະດົມທຶນຈາກບໍລິສັດຄູ່ຮ່ວມກໍ່ສ້າງໄດ້ຈຳນວນ 1.896 ລ້ານກີບ ນີ້ກໍເພື່ອຊ່ວຍ ເຫຼືອພື້ນຟູເຂດພື້ນທີ່ ທີ່ໄດ້ຮັບໄພພິບັດເພື່ອໃຫ້ປະຊາຊົນໃນເຂດດັ່ງກ່າວ ສາມາດກັບມາມີຊີວິດການເປັນຢູ່ໃນສະພາບປົກກະຕິໄດ້ໄວ.

ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ກ່າວສະແດງເຖິງການຕີລາຄາສູງ ແລະ ຂອບໃຈຢ່າງຈິງໃຈມາຍັງບໍລິສັດທີ່ໄດ້ໃຫ້ “ຄວາມຮັກແພງທີ່ບໍ່ມີພົມແດນ ແລະ ການເສຍສະລະອຸທິດຕົນ” ໃນຈຸດເວລາອັນສຳຄັນນີ້ ຢືນຢັນບົດ ບາດທີ່ເປັນແບບຢ່າງຂອງບໍລິສັດ ຊີໂນ-ອາກຣີ ໂປຕາສ ໃນການຊ່ວຍເຫຼືອພັດທະນາເສດຖະກິດຂອງລາວ ແລະ ຊຸກຍູ້ການສ້າງສາຊີວິດການເປັນຢູ່ຂອງປະຊາຊົນລາວ ແລະ ຫວັງວ່າບໍລິສັດ ຊີໂນ-ອາກຣີ ໂປຕາສ ຈະມີບົດບາດໃນການສະແດງສັກກະຍາພາບ ແລະ ຕອບແທນລັດຖະບານ ແລະ ປະຊາຊົນ ສປປ ລາວ ເພີ່ມຂຶ້ນຕື່ມອີກ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version