Home ຂ່າວໜ້າໜຶ່ງ ກອງປະຊຸມ ລັດຖະມົນຕີ ສິ່ງແວດລ້ອມ ອາຊຽນ+3 ຄັ້ງທີ 18

ກອງປະຊຸມ ລັດຖະມົນຕີ ສິ່ງແວດລ້ອມ ອາຊຽນ+3 ຄັ້ງທີ 18

0

ກອງປະຊຸມ ລັດຖະມົນຕີ ສິ່ງແວດລ້ອມ ອາຊຽນ+3 (ສປ.ຈີນ ຍີ່ປຸ່ນ ສ.ເກົາຫຼີ) ຄັ້ງທີ 18 ((THE 18TH ASEAN PLUS THREE ENVIRONMENT MINISTERS MEETING (EMM)) ຈັດຂຶ້ນວັນທີ 24 ສິງຫາ 2023 ທີ່ຫໍປະຊຸມແຫ່ງຊາດ ເປັນປະທານຂອງທ່ານນາງ ບຸນຄຳ ວໍລະຈິດ ລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ພ້ອມມີບັນດາລັດຖະມົນຕີສິ່ງແວດລ້ອມປະເທດສະມາຊິກອາຊຽນ ສປ ຈີນ ຍີ່ປຸ່ນ ສ ເກົາຫຼີ ກອງເລຂາທິການໃຫຍ່ອາຊຽນ ແລະ ພາກາສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ນາງ ບຸນຄຳ ວໍລະຈິດ ລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ກ່າວບາງຕອນວ່າ: ກອງປະຊຸມລັດຖະມົນຕີສິ່ງແວດລ້ອມອາຊຽນ+3 ຄັ້ງນີ້ ເປັນເວທີສຳຄັນໃນການສົ່ງເສີມຄວາມສຳພັນ ແລະ ການຮ່ວມມືດ້ານສິ່ງແວດລ້ອມ ເຊິ່ງບໍ່ມີພຽງແຕ່ສະເພາະປະເທດອາຊຽນເທົ່ານັ້ນ ແຕ່ຍັງມີປະເທດເພື່ອນມິດອີກດ້ວຍເຊັ່ນ: ສປ ຈີນ ຍີ່ປຸ່ນ ແລະ ສ ເກົາຫຼີ ພ້ອມນັ້ນກອງປະຊຸມຍັງເປັນໂອກາດຫາລືກ່ຽວກັບຄວາມຄືບໜ້າຂອງກິດຈະກຳການ ຮ່ວມມືດ້ານສິ່ງແວດລ້ອມ ແລະ ຫາລືກ່ຽວກັບແຜນການຮ່ວມມືຢ່າງຕໍ່ເນື່ອງໃນປີ 2024.

ດັ່ງທີ່ຮູ້ນຳກັນແລ້ວວ່າ ບັນຫາສິ່ງແວດລ້ອມມີຜົນກະທົບຕໍ່ການພັດທະນາເສດຖະກິດ-ສັງຄົມ ແລະ ການດຳລົງຊີວິດຂອງມະນຸດໃນພາກພື້ນ ແລະ ສາກົນ ດັ່ງນັ້ນ ຄວາມພະຍາຍາມຮ່ວມກັນຈຶ່ງເປັນສິ່ງສຳຄັນໃນການແກ້ໄຂບັນຫາດັ່ງກ່າວ ການເຊື່ອມຕໍ່ ອາດຈະໃຊ້ໂອກາດນີ້ຢໍ້ໃນການຄຸ້ມຄອງ ແລະ ເນັ້ນໜັກວ່າພວກເຮົາມີຄວາມຮັບຜິດຊອບເຕັມທີ່ໃນການປະຕິບັດຕາມເປົ້າໝາຍຂອງກອງປະຊຸມສະຫະປະຊາຊາດ ວ່າດ້ວຍການພັດທະນາທີ່ຍືນຍົງ ທີ່ມີຄວາມກ່ຽວຂ້ອງກັບກິດຈະກຳພາຍໃຕ້ຂອບອາຊຽນ+3 ເປັນຕົ້ນ ການຄຸ້ມຄອງສິ່ງແວດລ້ອມເມືອງທີ່ຍືນຍົງ ສິ່ງແວດລ້ອມໄພພິບັດ ການປ່ຽນແປງສະພາບອາກາດ ແລະ ຄວາມຫຼາກຫຼາຍຊີວະນາໆພັນ.

ການຮ່ວມມືເປັນສິ່ງສໍາຄັນໃນການແກ້ໄຂບັນຫາ ດັ່ງນັ້ນການຮັດແໜ້ນຄວາມສໍາຄັນ ແລະ ຮ່ວມມືກັບພູມາພາກເຊັ່ນ: ສປ ຈີນ ຍີ່ປຸ່ນ ແລະ ສ ເກົາຫຼີ ໃນທຸກຂະແໜງການຈະນໍາມາເຊິ່ງຜົນປະໂຫຍດທີ່ສໍາຄັນຈະບໍ່ພຽງແຕ່ປະຊາຊົນໃນບັນດາປະເທດອາຊຽນ+3 ແຕ່ລວມເຖິງປະຊາຊົນໃນທົ່ວໂລກອີກດ້ວຍ ນອກນີ້ການຮ່ວມມືດ້ານນະວັດຕະກຳກັບປະເທດເພື່ອມິດຈຶ່ງຈຳເປັນຕ້ອງໄດ້ຮັບການປັບປຸງ ເນື່ອງຈາກເປັນແນວທາງສຳຄັນໃນການຊ່ວຍໃຫ້ພວກເຮົາເອົາຊະນະຄວາມທ້າທາຍລະດັບໂລກນີ້ໄດ້ ພ້ອມນັ້ນການຮ່ວມມືກັນຢ່າງຕໍ່ເນື່ອງກັບ ສປ ຈີນ ຍີ່ປຸ່ນ ແລະ ສ ເກົາຫຼີ ເປັນກະແຈສຳຄັນໃນການບັນລຸການພັດທະນາທີ່ຍືນຍົງສຳລັບປະເທດສະມາຊິກອາຊຽນທັງໝົດ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version