Home ຂ່າວກິລາ ອາເຊນອລ ຫວັງຂາຍນັກເຕະໄດ້ເງິນ 100 ລ້ານປອນ ກ່ອນປິດຕະຫຼາດ

ອາເຊນອລ ຫວັງຂາຍນັກເຕະໄດ້ເງິນ 100 ລ້ານປອນ ກ່ອນປິດຕະຫຼາດ

0

ອາເຊນອລ ຄາດຫວັງເຖິງການກອບໂກຍເງິນເຂົ້າສະໂມສອນລະດັບ 100 ລ້ານປອນຈາກການຂາຍນັກເຕະ ກ່ອນທີ່ຕະຫຼາດລະດູຮ້ອນຈະປິດລົງໃນວັນທີ 1 ກັນຍາ

ສື່ດັງຂອງອັງກິດ ລາຍງານວ່າ ອາເຊນອລ ຄາດຫວັງເຖິງການກອບໂກຍເງິນເຂົ້າສະໂມສອນໄດ້ຢ່າງມະຫາສານລະດັບ 100 ລ້ານປອນ ຈາກການຂາຍນັກເຕະອອກໃນໄລຍະທ້າຍ ກ່ອນທີ່ຕະຫຼາດລະດູຮ້ອນນີ້ຈະປິດລົງໃນວັນທີ 1 ກັນຍານີ້ ຫຼັງຈາກທຸ່ມເທທຶນເສີມທັບໃຫ້ ມິເກວ ອາເຕຕາ ໄປຫຼາຍກວ່າ 200 ລ້ານປອນໃນຕະຫຼາດຮອບນີ້.

ໃນໂຄ້ງສຸດທ້າຍທີ່ຍັງເຫຼືອຂອງຕະຫຼາດລະດູຮ້ອນ 2023 ນີ້ ອັນທີ່ຈິງ ອາເຊນອລ ຍັງຖືກເຊື່ອມໂຍງກັບນັກເຕະຄົນໃໝ່ບາງຄົນ ເຊັ່ນ ຄາໂອຣູ ມິໂຕມະ ປີກດາວເດັ່ນຂອງ ໄບຣຕັນ ຫຼື ໂມຮາເໝັດ ຊີມາກອງ ກອງຫຼັງຂອງ ແອເບ ໄລຊິກ.

ຢ່າງໃດກໍຕາມ, ຫຼັງຈາກໃຊ້ເງິນໄປກວ່າ 200 ລ້ານປອນແລ້ວ ໃນການຄວ້າ ດີແຄລນ ໄຣ, ໄຄ ຮາແວດ ແລະ ຢູຣຽນ ທີມເບີ ເຂົ້າມາເປັນທາງເລືອກໃໝ່ ບໍ່ນັບລວມ ດາວິດ ຣາຢ່າ ທີ່ຄວ້າມາໃນສັນຍາຢືມຕົວ ຄະນະກໍາມະການຂອງອາເຊນອລ ກໍຕ້ອງການໃຫ້ມີເງິນຈໍານວນໜຶ່ງກັບຄືນເຂົ້າໄປໃນຄັງຂອງສະໂມສອນ ເພື່ອໃຫ້ເຂົ້າເກນກົດລະບຽບການເງິນ FFP.

The Daily Mail ກ່າວວ່າ ອາເຊນອລ ຄາດຫວັງເຖິງເງິນລາຍໄດ້ຫຼັກ 100 ລ້ານປອນຈາກການຂາຍນັກເຕະສ່ວນເກີນ ຫຼືຜູ້ທີ່ຖືກປະເມີນວ່າບໍ່ສໍາຄັນໃນທີມຂອງ ອາເຕຕາ ອອກໄປຈາກທີມກ່ອນຕະຫຼາດປິດ.

ໂຟລາຣິນ ບາໂລກັນ ກອງໜ້າຊາວອາເມຣິກາ ທີ່ມີຄ່າຕົວ 50 ລ້ານປອນ ເຂົ້າຂ່າຍຖືກປ່ອຍອອກເຊັ່ນດຽວກັບ ນູໂນ່ ດາວາເຣສ, ເຄເຣັນ ເທຍນີ, ນິໂກລັສ ເປເປ ແລະ ຈໍຈີນໂຢ່ ກັບ ກາບຣີວ ມາການເຢສ ກໍຍັງວາງໃຈບໍ່ໄດ້ວ່າຈະໄດ້ໄປຕໍ່.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version