Home ຂ່າວພາຍໃນ ລາວ-ຫວຽດນາມ ແລກປ່ຽນວຽກງານສະກັດກັ້ນ ແລະ ຕ້ານອາຊະຍາກຳສັດປ່າຂ້າມຊາດ

ລາວ-ຫວຽດນາມ ແລກປ່ຽນວຽກງານສະກັດກັ້ນ ແລະ ຕ້ານອາຊະຍາກຳສັດປ່າຂ້າມຊາດ

0

ກອງປະຊຸມແລກປ່ຽນບົດຮຽນກ່ຽວກັບວຽກງານສະກັດກັ້ນ ແລະ ຕ້ານອາຊະຍາກຳສັດປ່າຂ້າມຊາດລະຫວ່າງອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສປປ ລາວ ແລະອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສສຫວຽດນາມ ຈັດຂຶ້ນວັນທີ 23-24 ສິງຫາ 2023 ທີ່ ນະຄອນ ຫຼວງພະບາງ ແຂວງຫຼວງພະບາງ ໂດຍການເຂົ້າຮ່ວມກ່າວເປີດກອງປະຊຸມ ຂອງ ທ່ານ ໄຊຊະນະ ໂຄດພູທອນ ກຳມະການສູນກາງພັກ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສປປ ລາວ, ມີ ທ່ານ ຄຳເພັດ ສົມວໍລະຈິດ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສປປ ລາວ, ທ່ານ ຫງວຽນ ກວາງຢຸງ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສສ ຫວຽດນາມ, ທ່ານ ນາງ ມະໂນລີ ສີສະຫວັນ ຮອງຜູ້ອຳນວຍການອົງການອະນຸລັກສັດປ່າປະຈຳລາວ, ມີບັນດາຫົວໜ້າຫ້ອງການ ຫົວໜ້າກົມ ຮອງຫົວໜ້າອົງການໄອຍະການປະຊາຊົນບັນດາແຂວງທີ່ມີຊາຍແດນຕິດຈອດກັນລະຫວ່າງລາວ ແລະຫວຽດນາມ ຜູ້ຕາງໜ້າຈາກອົງການໄອຍະການທະຫານຂັ້ນສູງ ແລະພະນັກງານທີ່ກ່ຽວຂ້ອງ.

ທ່ານ ໄຊຊະນະ ໂຄດພູທອນ ໄດ້ກ່າວວ່າ: ການຈັດກອງປະຊຸມຄັ້ງນີ້ເປັນການຈັດຕັ້ງປະຕິບັດຕາມບົດບັນທຶກຊ່ວຍຈໍາກໍຄືການຕົກລົງຂອງຄະນະນໍາອົງການໄອຍະການປະຊາຊົນສູງສຸດລາວ ແລະ ຫວຽດນາມ ທີ່ນະຄອນຫຼວງຮ່າໂນ້ຍທີ່ວ່າ: ອາຊະຍາກຳສັດປ່າເປັນໜຶ່ງໃນບັນດາອາຊະຍາກຳຂ້າມຊາດທີ່ມີການຈັດຕັ້ງ ມີເຄືອຂ່າຍພົວພັນກັບຫຼາຍປະເທດ ແລະ ກໍເປັນອາຊະຍາກຳທີ່ເກີດຂຶ້ນຢ່າງແຜ່ຫຼາຍໃນຫຼາຍປະເທດໃນໂລກ ເຊິ່ງໜຶ່ງໃນນັ້ນແມ່ນລາວ ແລະຫວຽດນາມ ແລະເປັນສິ່ງທີ່ຫຼີກລ່ຽງບໍ່ໄດ້ ແລະກໍກາຍເປັນເຫດຜົນ ແລະຄວາມຈຳເປັນທີ່ລາວ ແລະຫວຽດນາມທີ່ຕ້ອງໄດ້ພ້ອມກັນຮ່ວມມືຢ່າງໃກ້ຊິດ ມີປະສິດທິຜົນ ນໍາເອົາຜູ້ກະທໍາຜິດມາລົງໂທດ ແລະ ເປັນເຈົ້າການປົກປ້ອງສັດປ່າໃຫ້ຍືນຍົງໄປຮອດຄົນຮຸ່ນຫຼັງ ປະກອບສ່ວນໃຫ້ຊາຍແດນຂອງສອງປະເທດມີສັນຕິພາບ ມີຄວາມສະຫງົບ, ປອດໄພ ແລະ ມີການຮ່ວມມືກັນເພື່ອພັດທະນາ.

ໂດຍເຫັນໄດ້ຄວາມສຳຄັນດັ່ງກ່າວລັດຖະບານລາວ ແລະຫວຽດນາມ ຈຶ່ງໄດ້ເຂົ້າຮ່ວມເປັນພາຄີສົນທິສັນຍາສາກົນຂອງອົງການສະຫະປະຊາຊາດ ວ່າດ້ວຍການຕ້ານອາຊະຍາກຳຂ້າມຊາດທີ່ມີການຈັດຕັ້ງ ແລະສົນທິສັນຍາໃນຂົງເຂດການຮ່ວມມືທາງດ້ານກົດໝາຍໃນບັນຫາອາຍາ ການຂົນສົ່ງຜູ້ຮ້າຍຂ້າມແດນ ການຮັບຮອງກົດໝາຍວ່າດ້ວຍສັດປ່າ ປະມວນກົດໝາຍອາຍາ ແລະ ກົດໝາຍນິຕິກຳອື່ນໆທີ່ກ່ຽວຂ້ອງຢ່າງເປັນລະບົບຄົບຊຸດ ແລະ ຜ່ານການຈັດຕັ້ງປະຕິບັດຕົວຈິງອົງການໄລຍະການປະຊາຊົນສູງສຸດລາວ ແລະ ຫວຽດນາມ ໄດ້ມີຜົນສຳເລັດຫຼາຍດ້ານທີ່ເປັນຮູບປະທຳທັງມີດ້ານດີທີ່ຕັ້ງໜ້າ ແລະ ດ້ານອ່ອນຄົງຄ້າງທີ່ຈະຕ້ອງໄດ້ຖອດຖອນບົດຮຽນຮ່ວມກັນໃນການຈັດຕັ້ງປະຕິບັດຕໍ່ໜ້າ ແຕ່ເຖິງວ່າຈະມີຜົນສຳເລັດຫຼາຍດ້ານກໍຕາມ ແຕ່ຍັງເຫັນວ່າການດໍາເນີນຄະດີກ່ຽວກັບອາຊະຍາກຳສັດປ່າຈຳນວນໜຶ່ງ ຍັງບໍ່ຮອບດ້ານຄົບຖ້ວນ ພາວະວິໄສ ຜູ້ກະທຳຜິດຈຳນວນໜຶ່ງຍັງບໍ່ທັນຖືກດຳເນີນຄະດີຍ້ອນເອົາຕົວລົບໜີໄປຕ່າງປະເທດ ເຊິ່ງກອງປະຊຸມຄັ້ງນີ້ຜູ້ເຂົ້າຮ່ວມຈະໄດ້ແລກປ່ຽນດ້ວຍເຫດ ແລະຜົນ ພ້ອມກັນຊອກຫາວິທີແກ້ໄຂຮ່ວມກັນຢ່າງມີປະສິດທິພາບໃນຕໍ່ໜ້າ.

ການຈັດກອງປະຊຸມຄັ້ງນີ້ເພື່ອໃຫ້ສອງໄອຍະການປະຊາຊົນສອງຊາດ ໃຊ້ເວທີແຫ່ງນີ້ເປັນບ່ອນປຶກສາຫາລືແລກປ່ຽນບົດຮຽນ ແລະຊອກຫາວິທີແກ້ໄຂຮ່ວມກັນໃນການຕ້ານອາຊະຍາກຳຂ້າມຊາດຕາມຊາຍແດນລາວ-ຫວຽດນາມບົນພື້ນຖານທາງດ້ານກົດໝາຍ ການປະກອບຫຼັກຖານ ການດຳເນີນຄະດີ ການຮ່ວມມືທາງດ້ານອາຍາລວມທັງການປະສານສົມທົບເຊິ່ງກັນ ແລະກັນ ໂດຍຜ່ານສົນທິສັນຍາທີ່ສອງປະເທດລົງນາມຮ່ວມກັນໃນປີ 2020 ພິເສດແມ່ນການຮ່ວມມືຂອງສອງອົງການໄອຍະການປະຊົນຂອງສອງປະເທດລາວ-ຫວຽດນາມເພື່ອໃຫ້ຮັບປະກັນການດຳເນີນຄະດີ ການສັ່ງຟ້ອງຜູ້ຖືກຫາຂຶ້ນສານ ການຍຶດຊັບ ການອາຍັດຊັບທີ່ພົວພັນກັບຄະດີໃຫ້ມີຄວາມໂປ່ງໃສ ຍຸຕິທຳ ແລະ ຖືກຕ້ອງຕາມກົດໝາຍ ເຮັດໃຫ້ປະຊາຊົນບັນດາເຜົ່າສອງປະເທດມີຄວາມເຊື່ອໝັ້ນຕໍ່ການຈັດຕັ້ງປະຕິບັດໜ້າທີ່ໃນການດໍາເນີນຄະດີອາຍາກໍຄືອົງການໄອຍະການປະຊົນຂອງສອງຊາດໃຫ້ນັບມື້ມີຜົນສັກສິດ.

ກອງປະຊຸມຜູ້ເຂົ້າຮ່ວມຈະໄດ້ຮັບຟັງການນໍາສະເໜີສະພາບການຄ້າຂາຍສັດປ່າທົ່ວໄປ ແລະສະພາບອາຊະຍາກຳສັດປ່າທີ່ເກີດຂຶ້ນລະຫວ່າງລາວ ແລະ ຫວຽດນາມ ສະເໜີກົດໝາຍ ແລະລະບຽບການຂອງລາວທີ່ກ່ຽວຂ້ອງກັບການຕ້ານອາຊະຍາກໍາສັດປ່າ ແລະການລັກລອບຄ້າຂາຍສັດປ່າ, ຂັ້ນຕອນການບັງຄັບໃຊ້ກົດໝາຍ ແລະການດຳເນີນຄະດີຕໍ່ອາຊະຍາກຳສັດປ່າຢູ່ລາວ ສະເໜີກ່ຽວກັບບັນດາຫົວຂໍ້ກົດໝາຍຂອງຫວຽດນາມທີ່ພົວພັນເຖິງວຽກງານຕ້ານ ແລະສະກັດກັ້ນອາຊະຍາກຳການຄ້າຂາຍສັດປ່າ ຄວາມຫຍຸ້ງຍາກໃນການສືບສວນ-ສອບສວນສັ່ງຟ້ອງບັນດາຄະດີທີ່ພົວພັນເຖິງສັດປ່າແລກປ່ຽນປະສົບການກ່ຽວກັບການເກັບກຳຂໍ້ມູນຫຼັກຖານເປັນຕົ້ນຫຼັກຖານທາງດ້ານເອເລັກໂຕຣນິກ ການນໍາເອົາຫຼັກຖານທາງດ້ານເອເລັກໂຕຣນິກມາດຳເນີນຄະດີອາຍາ ແລະການວາງໂທດກ່ຽວກັບສັດປ່າຢູ່ສານ ແລກປ່ຽນບົດຮຽນກ່ຽວກັບການດຳເນີນຄະດີການຄ້າຂາຍງາຊ້າງທີ່ຜິດກົດໝາຍ ແລກປ່ຽນບົດຮຽນກ່ຽວກັບການດຳເນີນຄະດີ ແລະການຕິດຕາມກວດກາການດຳເນີນຄະດີອາຊະຍາກຳສັດປ່າຢູ່ບັນດາແຂວງທີ່ມີຊາຍແດນຈອດກັບຫວຽດນາມ, ແລກປ່ຽນບົດຮຽນກ່ຽວກັບການດຳເນີນຄະດີການຄ້າຂາຍເສືອໃນຫວຽດນາມ , ແລກປ່ຽນບັນດາກໍລະນີສຶກສາກ່ຽວກັບການດຳເນີນຄະດີສັດປ່າ ລວມທັງການຫັນປ່ຽນຫຼັກຖານທາງດ້ານເອເລັກໂຕຣນິກເພື່ອເອົາມາດຳເນີນຄະດີອາຢາ(ຖ້າມີ) ແລກປ່ຽນບົດຮຽນກ່ຽວກັບການປະເມີນຜົນສຳເລັດໃນການດຳເນີນຄະດີສັດປ່າ ໂດຍສະເພາະຄະດີທີ່ນໍາໃຊ້ຫຼັກຖານທາງດ້ານເອເລັກໂຕຣນິກເຂົ້າໃນການດຳເນີນຄະດີໃນບັນດາແຂວງຕ່າງໆຂອງຫວຽດນາມ ແລະ ອື່ນໆ.

ຂ່າວ: ເພັດສາຄອນ ສິມມະວົງ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version