Home ຂ່າວພາຍໃນ ຫົວໜ້າຫ້ອງການ ຜູ້ຕາງໜ້າກະຊວງປ້ອງກັນປະເທດ ແຫ່ງ ສ. ຣັດເຊຍ ປະຈໍາ ສປປ ລາວ ລົງຢ້ຽມຢາມ ແລະ ເຮັດວຽກຢູ່ໂຮງງານປະສານເຫຼົ່າພາກກາງ.

ຫົວໜ້າຫ້ອງການ ຜູ້ຕາງໜ້າກະຊວງປ້ອງກັນປະເທດ ແຫ່ງ ສ. ຣັດເຊຍ ປະຈໍາ ສປປ ລາວ ລົງຢ້ຽມຢາມ ແລະ ເຮັດວຽກຢູ່ໂຮງງານປະສານເຫຼົ່າພາກກາງ.

0

ວັນທີ 18 ສິງຫາ 2023 ນີ້, ສະຫາຍ ພົນຕີ ກຣາຍເຍັບ ເດີມິດຕຣີ ຫົວໜ້າຫ້ອງການຜູ້ຕາງໜ້າກະຊວງປ້ອງກັນປະເທດ ແຫ່ງ ສ. ຣັດເຊຍ ປະຈໍາ ສປປ ລາວ ແລະ ຊ່ຽວຊານ ໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ໂຮງງານປະສານເຫຼົ່າພາກກາງ, ໂດຍມີສະຫາຍ ພົນຈັດຕະວາ ຄໍາແປງ ບົວລະບັດ ຫົວໜ້າກົມຄຸ້ມຄອງລົດ – ເຮືອ, ກົມໃຫຍ່ເຕັກນິກກອງທັບ, ມີວິຊາການກົມພົວພັນຕ່າງປະເທດ, ໂດຍໃຫ້ກຽດຕ້ອນຮັບຢ່າງອົບອຸ່ນຂອງ ສະຫາຍ ພັນເອກ ສອນວິໄລ ປັນຍາສິດ ເລຂາຄະນະພັກຮາກຖານ ຫົວໜ້າອໍານວຍການໂຮງງານປະສານເຫຼົ່າພາກກາງ ພ້ອມຄະນະ.

ໂອກາດນີ້, ສະຫາຍ ພັນເອກ ສອນວິໄລ ປັນຍາສິດ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບພ້ອມທັງລາຍງານສະພາບຈຸດພິເສດຂອງກົມກອງ, ເຊິ່ງມີພາລະບົດບາດຮັບປະກັນວຽກງານເຕັກນິກໃນການສ້ອມແປງລົດ, ສ້ອມແປງອາວຸດ ຮັບປະກັນໃຫ້ເຂດພາກກາງ, ແຂວງບໍລິຄໍາໄຊ, ຄໍາມ່ວນ, ສະຫວັນນະເຂດ, ໄລຍະຜ່ານມາ ນອກຈາກເຮັດສໍາເລັດໜ້າທີ່ການເມືອງຂອງກົມກອງ ບົນພື້ນຖານເຮັດໃຫ້ເຂດຂອບຮັບຜິດຊອບມີຄວາມສະຫງົບປອດໄພແລ້ວ, ຄະນະພັກ – ຄະນະບັນຊາ ຍັງໄດ້ເອົາໃຈໃສ່ຊີ້ນໍາ – ນໍາພາ ຖືສໍາຄັນວຽກງານປັບປຸງກໍ່ສ້າງກົມກອງ, ປັບປຸງກໍ່ສ້າງກໍາລັງໃຫ້ມີຄວາມເຂັ້ມແຂງຮອບດ້ານ, ກໍ່ສ້າງພະນັກງານ – ນັກຮົບໃຫ້ມີຄຸນທາດການເມືອງໜັກແໜ້ນ, ມີຄວາມຮູ້ຄວາມສາມາດ, ມີຄຸນສົມບັດສິນທໍາປະຕິວັດ ໂດຍປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານ ຂອງກະຊວງປ້ອງກັນປະເທດວາງອອກຢ່າງເຂັ້ມງວດ. ໂອກາດດຽວກັນ, ສະຫາຍ ພົນຕີ ກຣາຍເຍັບ ເດີມິດຕຣີ, ຫົວໜ້າຫ້ອງການຜູ້ຕາງໜ້າກະຊວງປ້ອງກັນປະເທດ ແຫ່ງ ສ.ຣັດເຊຍ ປະຈໍາ ສປປ ລາວ ໄດ້ກ່າວສະແດງຄວາມຂອບໃຈມາຍັງຄະນະພັກ – ຄະນະບັນຊາໂຮງງານປະສານເຫຼົ່າພາກກາງ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ພ້ອມທັງຢັ້ງຢືນ ວ່າຈະສືບຕໍ່ເສີມຂະຫຍາຍສາຍພົວພັນຮ່ວມມືດ້ານຕ່າງໆລະຫວ່າງກະຊວງປ້ອງກັນປະເທດ ແຫ່ງ ສ.ຣັດເຊຍ ກັບ ກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ກໍ່ຄືໂຮງງານປະສານເຫຼົ່າພາກກາງ ໃຫ້ນັບມື້ກວ້າງຂວາງ ຈາກນັ້ນກໍ່ໄດ້ລົງຢ້ຽມຢາມເຂດເຕັກນິກຂອງໂຮງງານ.

ໂດຍ: ຄໍາສຸກ ວິໄລວົງ

#savannakhet#medialaos

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version