Home ຂ່າວພາຍໃນ ຊາວໜຸ່ມກະຊວງການເງິນ ແລະ ທະນາຄານແຫ່ງ ສປປ ລາວ ແລກປ່ຽນບົດຮຽນວຽກງານທັນສະໄໝ

ຊາວໜຸ່ມກະຊວງການເງິນ ແລະ ທະນາຄານແຫ່ງ ສປປ ລາວ ແລກປ່ຽນບົດຮຽນວຽກງານທັນສະໄໝ

0

ໃນທ້າຍອາທິດຜ່ານມານີ້, ຄະນະບໍລິຫານງານຊາວໜຸ່ມ ກະຊວງການເງິນ ແລະ ທະນະຄານ ແຫ່ງສປປ ລາວ(ທຫລ) ໄດ້ຮ່ວມກັນຈັດກອງປະຊຸມແລກປ່ຽນບົດຮຽນ ແລະ ປະສົບການ ກ່ຽວກັບວຽກລະບົບທັນສະໄໝ ເປັນຕົ້ນ: ລະບົບການຊໍາລະສະສາງ, ການຄຸ້ມຄອງລະບົບຊໍາລະຂອງ ທຫລ ແລະ ການຫັນເກັບລາຍຮັບງົບປະມານ ຂອງກະຊວງການເງິນ (ລະບົບ FINLINK) ແລະ ວຽກງານການປັບປຸງວິສາຫະກິດ. ໃຫ້ກຽດການເຂົ້າຮ່ວມເປັນປະທານຂອງສະຫາຍ ສົມຈິດ ຄໍາມຸງຄຸນ ເລຂາຄະນະບໍ ລິຫານງານຊາວໜຸ່ມ ກະຊວງການເງິນ ແລະ ສະຫາຍ ບຸນທະວີ ສຸກດາວົງ ເລຂາຄະນະບໍລິຫານງານຊາວໜຸ່ມ ທະນາຄານແຫ່ງ ສປປ ລາວ, ມີຄະນະບໍລິຫານງານຊາວໜຸ່ມ, ພ້ອມດ້ວຍສະມາຊິກຊາວໜຸ່ມຂອງທັງສອງພາກສ່ວນເຂົ້າຮ່ວມ.

ການແລກປ່ຽນບົດຮຽນກ່ຽວກັບ ວຽກລະບົບທັນສະໄໝ ຄັ້ງນີ້, ໄດ້ລົງເລິກໃຫ້ເຫັນໄດ້ລະບົບຄຸ້ມຄອງຈັດເກັບລາຍຮັບສ່ວຍສາອາກອນ, ປະກອບມີລະບົບຂໍ້ມູນຂ່າວສານ ຄຸ້ມຄອງລາຍຮັບສ່ວຍສາອາ ກອນ(TAXRIS), ລະບົບຈັດເກັບຄ່າທໍານຽມທາງ(RTMS), ລະບົບຄຸ້ມຄອງຈັດເກັບພາສີທີ່ດິນ(LTMS). ສ່ວນລະບົບຄຸ້ມຄອງຈັດເກັບລາຍຮັບພາສີ ປະກອບ: ມີລະບົບແຈ້ງພາສີເປັນລະອຽດ ແບບເອເລັກໂຕຣນິກ(ASYCUDA), ລະບົບການແຈ້ງພາສີປະຕູດຽວແຫ່ງຊາດ(LNSW), ລະບົບ NSWA+, ລະບົບຄຸ້ມຄອງເກັບຄ່າທໍານຽມ ແລະ ຄ່າບໍລິການຢູ່ດ່ານສາກົນ(Easy Pass), ທັງໃຫ້ຮູ້ກ່ຽວກັບລະບົບຄຸ້ມຄອງຊັບສິນແຫ່ງລັດ AMIS.

ນອກຈາກນັ້ນ, ຍັງມີການແນະນໍາໃຫ້ຮູ້ກ່ຽວກັບລະບົບ ຄຸ້ມຄອງຈັດເກັບລາຍຮັບ ວິສາຫະກິດລັດລົງທຶນ ແລະ ການປະກັນໄພ ເປັນຕົ້ນ: ຂໍ້ມູນທົ່ວໄປຂອງວິສາຫະກິດລັດລົງທຶນ, ນິຕິກຳຄຸ້ມຄອງ ແລະ ຜູ້ຄຸ້ມຄອງລັດວິສາຫະກິດ, ສະພາບການເຄື່ອນໄຫວຂອງລັດວິສາຫະກິດ, ການປະຕິຮູບລັດວິສາຫະກິດ,ຄວາມຄືບຫນ້າໃນການປະຕິຮູບລັດວິສາຫະກິດ ປີ 2021-2022, ຂັ້ນຕອນການດຳເນີນການປະຕິຮູບ ແລະ ບົດຮຽນທີ່ຖອດຖອນໄດ້ ໃນການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ. ທັງນີ້ ກໍເພື່ອໃຫ້ສະ ມາຊິກຊາວໜຸ່ມ ຂອງທັງສອງພາກສ່ວນ ໄດ້ຮັບຮູ້ເຂົ້າໃຈໃນການຫັນວຽກງານທັນສະໄໝ ຂອງຂະແໜງ ການເງິນ ແລະ ຂອງທະນາຄານແຫ່ງສປປ ລາວ ທີ່ໄດ້ນໍາໃຊ້ເຂົ້າໃນວຽກງານໃນປັດຈຸບັນ. ພ້ອມນີ້, ກອງປະຊຸມ ຍັງໄດ້ມີການແລກປ່ຽນບົດຮຽນ ເຊິ່ງກັນ ແລະ ກັນ ໃນແຕ່ລະລະບົບທີ່ໄດ້ມີການນໍາສະເໜີໃນກອງປະຊຸມຄັ້ງນີ້ ອີກດ້ວຍ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version