Home ສຶກສາ ກົມສ້າງຄູ ສສກ ສ້າງຂີດຄວາມສາມາດການນໍາໃຊ້ ICT ເຂົ້າໃນການຮຽນການສອນໃຫ້ຄູສອນໃນສະຖາບັນການສ້າງຄູ

ກົມສ້າງຄູ ສສກ ສ້າງຂີດຄວາມສາມາດການນໍາໃຊ້ ICT ເຂົ້າໃນການຮຽນການສອນໃຫ້ຄູສອນໃນສະຖາບັນການສ້າງຄູ

0

ກົມສ້າງຄູ ກະຊວງສຶກສາທິການ ແລະ ກິລາ (ສສກ) ຈັດກອງປະຊຸມຝຶກອົບຮົມການນໍາໃຊ້ ICT (Google Classroom ແລະ Google Form) ເຂົ້າໃນການຮຽນການສອນໃຫ້ແກ່ຫົວໜ້າພະແນກຄົ້ນຄວ້າວິທະຍາສາດ ແລະ ພັດທະນາວິຊາຊີບຄູ ແລະ ຄູສອນ ໃນວິທະຍາໄລຄູ 8 ແຫ່ງ ເພື່ອສ້າງຂີດຄວາມສາມາດການນໍາໃຊ້ວຽກງານ ICT ເຂົ້າໃນການຮຽນການສອນໃຫ້ແກ່ຄູສອນໃນສະຖາບັນການສ້າງຄູໃຫ້ນັບມື້ເຂັ້ມແຂງຂຶ້ນເລື້ອຍໆ.

ກອງປະຊຸມດັ່ງກ່າວ, ໄດ້ຈັດຂຶ້ນ ລະຫວ່າງ ວັນທີ 16-18 ສິງຫາ 2023 ທີ່ວິທະຍາໄລສ້າງຄູ ບ້ານເກີນ ເມືອງທຸລະຄົມ ແຂວງວຽງຈັນ ໂດຍການເປັນປະທານເປີດກອງປະຊຸມຂອງທ່ານ ເກດ ພັນລັກ ຫົວໜ້າກົມສ້າງຄູ ກະຊວງ ສສກ, ມີ ທ່ານ ປອ ໄຊຍະເພັດ ຊາພິຈິດ ຮອງຫົວໜ້າກົມສ້າງຄູ ແລະ ທ່ານ ນາງ ຈັນທະມາລາ ສຸທໍາມະວົງ ຜູ້ອໍານວຍການວິທະຍາໄລຄູ ບ້ານເກີນ, ພ້ອມດ້ວຍຜູ້ຕາງໜ້າຈາກກົມສ້າງຄູ, ຄູຝຶກວິທະຍາໄລຄູ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໂອກາດນີ້, ທ່ານ ປອ ໄຊຍະເພັດ ຊາພິຈິດ ໄດ້ກ່າວເນັ້ນໃຫ້ຜູ້ເຂົ້າຮ່ວມເອົາໃຈໃສ່ພັດທະນາຕົນເອງທາງດ້ານທັກສະ ICT ໃຫ້ຕໍ່ເນື່ອງ ດ້ວຍຫຼາຍຮູບແບບຫຼາຍວິທີທາງອອນລາຍ ແລະ ອັອບລາຍ ເພື່ອເສີມສ້າງທັກສະດ້ານ ICT ໃຫ້ຕອບສະໝອງການນໍາໃຊ້ທັກສະດ້ານ ICT ເຂົ້າໃນການສິດສອນ ແລະ ວຽກງານຕົວຈິງໃນສະຖາບັນການສ້າງຄູ; ສືບຕໍ່ຝຶກອົບຮົມພາຍໃນສະຖາບັນການສ້າງຄູ ເພື່ອພັດທະນາວິຊາຊີບຄູດ້ານ ICT ໃຫ້ເປັນລະບົບຕໍ່ເນື່ອງ; ໝູນໃຊ້ທັກສະດ້ານ ICT ເຂົ້າໃນວຽກງານຕົວຈິງຂອງພະແນກຄົ້ນຄວ້າວິທະຍາສາດ ແລະ ພັດທະນາວິຊາຊີບຄູ, ເກັບກໍາສະຖິຕິ ແລະ ນໍາໃຊ້ສະຖິຕິ ໂດຍການພັດທະນາລະບົບ ICT ເປັນຖານເກັບກໍາຂໍ້ມູນ ແລະ ອັບເດດຂໍ້ມູນໃຫ້ທັນກັບສະພາບການຕົວຈິງ; ສ້າງແຜນພັດທະນາລະບົບຄົ້ນຄວ້າວິທະຍາສາດ ແລະ ພັດທະນາວິຊາຊີບຄູໃຫ້ເຂັ້ມແຂງ ແລະ ນໍາສະເໜີແຜນພັດທະນາໃຫ້ຂັ້ນເທິງຮັບຊາບ ເພື່ອນໍາເຂົ້າແຜນຈັດຕັ້ງປະຕິບັດຂອງຂະແໜງການຍ່ອຍ. ພ້ອມດຽວກັນນັ້ນ, ທ່ານຮອງຫົວໜ້າກົມສ້າງຄູ ຍັງໄດ້ສະແດງຄວາມຍ້ອງຍໍຊົມເຊີຍມາຍັງຄະນະຈັດຕັ້ງກອງປະຊຸມ ໂດຍສະເພາະສູນພັດທະນາຄູ, ວິທະຍາໄລສ້າງຄູບ້ານເກີນ, ວິທະຍາກອນ ແລະ ສໍາມະນາກອນ ທີ່ໄດ້ປະກອບສ່ວນຢ່າງຕັ້ງໜ້າໃນການຈັດຕັ້ງປະຕິບັດໜ້າທີ່ຂອງຕົນດ້ວຍຄວາມຮັບຜິດຊອບສູງ ແລະ ເຮັດໃຫ້ການຝຶກອົບຮົມໄດ້ຮັບຜົນສຳເລັດເປັນຢ່າງດີ.

ການຈັດຝຶກອົບຮົມຄັ້ງນີ້, ເພື່ອສ້າງຂີດຄວາມສາມາດການນໍາໃຊ້ ICT ເຂົ້າໃນການຮຽນການສອນໃຫ້ແກ່ຄູສອນໃນສະຖາບັນການສ້າງຄູ ຊຶ່ງສໍາມະນາກອນໄດ້ລົງເລິກຮຽນຮູ້ກ່ຽວກັບວິທີການວັດ ແລະ ປະເມີນຜົນ ເພື່ອປັບປຸງການຮຽນ ແລະ ການປະເມີນ, ສະຫຼຸບຜົນການຮຽນ ແລະ ສ້າງຂໍ້ສອບ ໂດຍສະເພາະແມ່ນ ການສ້າງຄໍາຖາມຕາມລະບົບທິດສະດີບຣູມ (Bloom Taxonomy Revised), ການອອກແບບຄໍາຖາມປາລະໄນ, ວິທີການຂຽນຄໍາຖາມ, ການອອກແບບຄຳຖາມ, ການອອກຂໍ້ສອບອັດຕະໄນທີ່ມີຄຸນນະພາບ, ການກວດຂໍ້ສອບອັດຕະໄນ. ພ້ອມກັນນັ້ນ, ຍັງໄດ້ລົງເລິກການນໍາໃຊ້ Google Classroom ໃນຖານະຄູ ຄື: ການສ້າງຫ້ອງຮຽນ, ການເຊີນນັກສຶກສາຄູເຂົ້າຫ້ອງຮຽນ, ການເຊີນຄູເຂົ້າຮ່ວມສອນ, ນຳນັກສຶກສາຄູອອກຈາກຫ້ອງຮຽນ, ການນຳຄູອອກຈາກຫ້ອງຮຽນ, ການຈັດການເນື້ອໃນໃນຫ້ອງຮຽນ, ການປະກາດ ຫຼື ປະຊາສໍາພັນໃນໜ້າຫຼັກ (Stream), ການສົ່ງຄະແນນອອກເປັນໄຟ CSV ຫຼື ສົ່ງອອກເປັນ Google Sheets ແລະ ສໍາມະນາກອນໄດ້ຝຶກປະຕິບັດການສ້າງແບບສອບຖາມດ້ວຍ Google Form. ຜ່ານການຮຽນທິດສະດີຕົວຈິງແລ້ວ ສໍາມະນາກອນຍັງໄດ້ປະຕິບັດກິດຈະກໍາບຸກຄົນ, ຄູ່ ແລະ ກຸ່ມ ພ້ອມທັງໄດ້ນໍາສະເໜີຜົນຂອງການຄົ້ນຄວ້າເປັນກຸ່ມ ແຕ່ລະກຸ່ມໄດ້ວາງແຜນ/ສະເໜີແຜນຝຶກອົບຮົມພາຍໃນວິທະຍາໄລຄູຂອງຕົນເອງ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version