Home ຂ່າວພາຍໃນ ຂະແໜງການບໍລິການ-ການລົງທຶນ ເປັນ​ແຮງ​ຍູ້​ການ​ເຕີບ​ໂຕເສດ​ຖະ​ກິດ ສປປ ລາວ

ຂະແໜງການບໍລິການ-ການລົງທຶນ ເປັນ​ແຮງ​ຍູ້​ການ​ເຕີບ​ໂຕເສດ​ຖະ​ກິດ ສປປ ລາວ

0

ທະນາຄານພັດທະນາອາຊີ (ADB) ໄດ້​ອອກ​ບົດ​ລາຍ​ງານ ເມື່ອ​ວັນ​ທີ 4 ເມ​ສາ 2023 ໂດຍ​ລະ​ບຸ​ວ່າ: ເສດຖະກິດຂອງ ສປປ ລາວ ຄາດວ່າຈະຂະຫຍາຍຕົວໃນລະດັບປານກາງໃນປີນີ້ ແລະ ປີໜ້າ ໂດຍໄດ້ຮັບແຮງຍູ້ຈາກການຟື້ນຕົວຂອງຂະແໜງບໍລິການ ແລະ ການລົງທຶນຂອງພາກເອກະຊົນ ເນື່ອງຈາກມີການຜ່ອນຄາຍຫຼາຍໆມາດຕະການເພື່ອຄວບຄຸມພະຍາດລະບາດໃນທົ່ວພາກພື້ນ.

ບົດລາຍງານ ການຄາດຄະເນການພັດທະນາຂອງອາຊີ ສະບັບເດືອນເມສາ ປີ 2023 ຄາດຄະເນວ່າ ການເຕີບໂຕ ຂອງລວມຍອດຜະລິດຕະພັນລວມພາຍໃນປະເທດ (GDP) ຂອງ ສ​ປ​ປ ລາວ ຢູ່​ໃນ​ລະ​ດັບ 4% ສຳລັບປີນີ້ ແລະ ປີໜ້າ. ການລົງທຶນໃໝ່ໃນຂະແໜງພະລັງງານທົດແທນ ລວມທັງໂຄງການພະລັງງານລົມ ທີ່ມີຂະໜາດ 600 ເມກາວັດ ທີ່ໄດ້ຮັບການສະໜອງທຶນໃນວົງເງິນ 692,55 ລ້ານໂດລາ ແລະ ການເປີດຊາຍແດນຄືນໃໝ່ ຈະເປັນ​ແຮງຍູ້ໃຫ້ແກ່ການຟື້ນຕົວດ້ານ​ເສດ​ຖະ​ກິດ.

ບົດ​ລາຍ​ງານ​ຂອງ ADB ລະ​ບຸ​ວ່າ: ຍ້ອນການສຳເລັດ ການຍົກລະດັບພື້ນຖານໂຄງລ່າງ ຂອງການເຊື່ອມຕໍ່ ແລະ ການເປີດຊາຍແດນຄືນໃໝ່ ລວມທັງ ສາທາລະນະລັດ ປະຊາຊົນ ຈີນ, ຈໍານວນນັກ ທ່ອງທ່ຽວ ສາກົນຄາດວ່າ ຈະເພີ່ມຂຶ້ນສອງເທົ່າເມື່ອ​ທຽບ​ໃສ່​ປີ​ຜ່ານ​ມາ ຊຶ່ງ​ຄາດ​ວ່າ​ມີ​ປະ​ມານ 2,6 ລ້ານເທື່ອຄົນ. ການຂົນສົ່ງສິນຄ້າຜ່ານແດນ ຄາດວ່າຈະສືບຕໍ່ຂະຫຍາຍຕົວ ຢ່າງຕໍ່ເນື່ອງ ຊຶ່ງເມື່ອ​ປີ 2022 ຜ່ານ​ມາມີຜູ້ໂດຍສານ 1,3 ລ້ານ ຄົນ ແລະ ສິນຄ້າ 1,9 ລ້ານໂຕນ ໄດ້ຂົນສົ່ງຜ່ານເສັ້ນທາງລົດໄຟ ລາວ-ຈີນ.

ແນວ​ໃດກໍຕາມ ຍັງມີຫຼາຍສິ່ງທ້າທາຍຫຼາຍ​ຢ່າງ ໂດຍ​ສະ​ເພາະຄວາມກົດດັນຂອງອັດຕາເງິນເຟີ້ ຊຶ່ງຈະຍັງຢູ່ໃນລະດັບສູງໃນປີ 2023 ແລະ ຄາດວ່າຈະຢູ່ໃນລະ​ດັບ 16% ກ່ອນຈະຫຼຸດລົງມາຢູ່ໃນລະດັບ 5% ໃນປີ 2024. ລາຄາສິນຄ້າຄາດວ່າຈະເພີ່ມຂຶ້ນ ໂດຍ​ສະ​ເພາະ​ສິນ​ຄ້າ​ນຳ​ເຂົ້າ ແລະ ຄ່າແຮງງານທີ່ເພີ່ມສູງຂຶ້ນ. ການປັບປ່ຽນຍັງຢູ່ໃນແຜນການປັບຂຶ້ນຂອງຄ່າໄຟຟ້າ, ເມື່ອເປັນຄືແນວນັ້ນ, ການບໍລິໂພກພາຍໃນ ແລະ ຕະຫຼາດການຈ້າງງານ ຄາດວ່າຈະຍັງອ່ອນແອ.

ທ່ານ ນາງ ໂຊໂນມິ ທະນາກະ ຫົວໜ້າຫ້ອງການ ADB ປະຈຳ ສປປ ລາວ ໃຫ້ຮູ້ວ່າ: “ ການຟື້ນ​ຕົວທາງດ້ານເສດຖະກິດແມ່ນ ມີທ່າອ່ຽງດີຂຶ້ນ,” ທ່ານຍັງໄດ້ໃຫ້ຮູ້ຕື່ມອີກວ່າ: “ຄວາມກັງວົນຕໍ່ຄວາມກົດດັນຂອງອັດຕາເງິນເຟີ້ ແມ່ນຍັງສູງໃນປີ 2023. ບັນຫາດັ່ງ​ກ່າວ​ ນີ້ເຮັດໃຫ້ເກີດມີຄວາມສ່ຽງຕໍ່ການດຸ່ນດ່ຽງລະຫວ່າງລາຍຮັບ ກັບລາຍຈ່າຍຂອງຄົວເຮືອນ, ທຸລະກິດ ແລະ ລັດຖະບານ. ສຸມໃສ່ການປະສານສົມທົບດ້ານນະໂຍບາຍ​ໃນການຕອບໂຕ້ ແມ່ນມີຄວາມຈໍາເປັນ ເພື່ອຮັບປະກັນການຟື້​ນ​ຕົວຂອງເສດຖະກິດແບບທົ່ວເຖິງ ແລະ ກຽມພ້ອມຮັບ​ມືກັບການປ່ຽນແປງໃນອະນາຄົດ.”

ປັດຈຸບັນ, ປະຊາກອນເກືອບ 2 ສ່ວນ 3 ຂອງປະຊາກອນລາວທັງໝົດ ແມ່ນຢູ່ໃນໄວທີ່ເຮັດວຽກ ຊຶ່ງເປັນແຮງງານໄວໜຸ່ມທີ່ຈະປະກອບສ່ວນເຂົ້າໃນການຜະລິດ ແລະ ການຂະຫຍາຍ​ຕົວທາງເສດຖະກິດ, ແຕ່ຢ່າງໃດກໍຕາມ, ອັດຕາເງິນເຟີ້ສູງ ແລະ ຄ່າແຮງງານທີ່ຕໍ່າ ໝາຍຄວາມວ່າ ຜູ້ອອກແຮງງານຫຼາຍໆຄົນເລືອກທີ່ຈະໄປເຮັດວຽກຢູ່ປະເທດເພື່ອນບ້ານ ຊຶ່ງເຂົາເຈົ້າສາມາດມີລາຍຮັບຫຼາຍກວ່າ.

ລັດຖະບານຈຳເປັນຕ້ອງມີແຜນງານທີ່ຮັດກຸມ ເພື່ອແກ້ໄຂຄວາມສ່ຽງດ້ານເສດຖະກິດມະຫາພາກ ແລະ ສິ່ງທ້າທາຍໃນຕະຫຼາດແຮງງານ ຊຶ່ງມີຄວາມສໍາຄັນຕໍ່ລັດຖະບານ ທີ່ຈະໃຫ້ການສະໜັບສະໜູນໃນການພັດທະນາອຸດສາຫະກໍາພາຍໃນ ໂດຍຜ່ານການປະຕິຮູບລະບຽບການທີ່ປັບປຸງສະພາບແວດລ້ອມການດຳເນີນທຸລະກິດໃຫ້ດີຂຶ້ນກວ່າເກົ່າ.

ຂ່າວ: ຄ. ຄຳ​ປະ​ສິດ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version