Home ຂ່າວພາຍໃນ ສມ​ປ​ຊ ສຳເລັດການກໍ່ສ້າງ-ບຳລຸງພະນັກງານນຳພາຄຸ້ມຄອງຂອງພັກ-ລັດ ຮຸ່ນທຳອິດ

ສມ​ປ​ຊ ສຳເລັດການກໍ່ສ້າງ-ບຳລຸງພະນັກງານນຳພາຄຸ້ມຄອງຂອງພັກ-ລັດ ຮຸ່ນທຳອິດ

0

ການຈັດຕັ້ງປະຕິບັດການຮຽນ-ການສອນ ລະບົບທິດສະດີການເມືອງຂັ້ນສູງ 9 ເດືອນ ຮຸ່ນທີ 1 ໃນສົກຮຽນ 2022-2023 ຢູ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມ​ປ​ຊ) ໄດ້ເລີ່ມຕົ້ນຂຶ້ນໃນໄລຍະກາງເດືອນກັນຍາປີ 2022 ຜ່ານມາ, ເປັນຮຸ່ນບຸກເບີກຂອງການຈັດຕັ້ງປະຕິບັດຫຼັກສູດ.

ເພື່ອເປັນການສະຫຼຸບຊຸດຮຽນດັ່ງກ່າວ, ສມປຊ ໄດ້ຈັດພິທີປິດ ແລະ ມອບໃບຢັ້ງຢືນທີດສະດີການເມືອງຂັ້ນສູງ 9 ເດືອນ ຮຸ່ນທີ 1 ຂຶ້ນໃນຕອນເຊົ້າຂອງວັນທີ 21 ສິງຫາ 2023 ຂຶ້ນທີ່ສະໂມສອນ ສມປຊ, ໂດຍການເປັນປະທານຂອງ ສະ​ຫາຍ ພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ຫົວໜ້າ ສມປຊ, ມີຕາງໜ້າຫ້ອງການ, ກົມ, ຄະນະຕ່າງໆ, ສູນຕ່າງໆ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ.

​ສະ​ຫາຍ ນາງ ໄກສອນ ຈັນສີນາ ຄະນະບໍລິຫານງານພັກ ຫົວໜ້າກົມຄຸ້ມຄອງການຮຽນ-ການສອນໄດ້ຜ່ານບົດສະຫຼຸບວ່າ: ການຈັດຕັ້ງການຮຽນ-ການສອນຂອງຊຸດບຳລຸງ-ກໍ່ສ້າງພະນັກງານນຳພາ-ຄຸ້ມຄອງ, ພະນັກງານຫຼັກແຫຼ່ງ ຂອງພັກ-ລັດ ແລະ ອົງການຈັດຕັ້ງພັກ ແລະ ມະຫາຊົນໃນຂອບເຂດທົ່ວປະເທດ ໃນຊຸດນີ້ ສະຖາບັນໄດ້​​ສຸມ​ໃສ່​ເຮັດຫຼ້ອນໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍໃນການ​ຂຶ້ນຫ້ອງສິດສອນ ແລະນັກສຶກສາໄດ້ຄົ້ນຄວ້າ​ຮ່ຳຮຽນ​ ຝຶກຝົນຫຼໍ່ຫຼອມຕົນເອງໃນດ້ານທິດ​ສະ​ດີ​ມາກ-​ເລ​ນິນ, ແນວຄິດ ໄກສອນ ພົມວິຫານ ແລະ ທິດ​ສະ​ດີ​ທີ່​ກ້າວໜ້າ​ຕ່າງໆ ດ້ວຍ​ຄວາມ​ມານະ​ອົດທົນ, ປະຕິບັດບັນດາຄໍາສັ່ງ, ຂໍ້ກໍານົດກ່ຽວກັບລະບຽບນັກສຶກສາຂອງສະຖາບັນແຫ່ງນີ້ໄດ້ດີ.

​ສະ​ຫາຍ ຍັງໄດ້ໃຫ້ຮູ້ວ່າ: ນັກສຶກສາຮຸ່ນດັ່ງກ່າວແມ່ນມາຈາກບັນດາກະຊວງ ແລະ ອົງການອ້ອມຂ້າງສູງກາງ 23 ສະຫາຍ ຍິງ 5 ສະຫາຍ, ມາຈາກທ້ອງຖິ່ນ 37 ສະຫາຍ ຍິງ 7 ສະຫາຍ, ມາຈາກກຳລັງປ້ອງກັນຊາດ 1 ສະຫາຍ ແລະ ປ້ອງກັນຄວາມສະຫງົບ 1 ສະຫາຍ. ລະດັບວິຊາສະເພາະ ນັບແຕ່ຊັ້ນສູງ ເຖິງ ປະລິນຍາເອກ; ໃນລະບົບຮຽນດັ່ງ​ກ່າວນີ້ໄດ້ມີການຈັດຕັ້ງການຮຽນທັງໝົດ 23 ວິຊາ ຫຼື 1.113 ຊມ, ລວມທັງປ້ອງກັນບົດຈົບຂັ້ນ ແລະ ຫ້ອງຮຽນດັ່ງກ່າວໄດ້ຈັດ​ເປັນ 3 ຂົງ​ເຂດ​ວຽກ​ງານ​ຂຽນ​ບົດ​ປ້ອງ​ກັນ​ຈົບ​ຊັ້ນ​ຄື: ຂົງ​ເຂດ​ວຽກ​ງານ​ການ​ເມືອງ ມີ 34 ສະ​ຫາຍ ຍິງ 8 ​ສະ​ຫາຍ; ຂົງ​ເຂດ​ວຽກ​ງານ​ການ​ປົກ​ຄອງມີ 12 ​ສະ​ຫາຍ ຍິງ 3 ສະ​ຫາຍ; ຂົງ​ເຂດ​ວຽກ​ງານ​ຄຸ້ມ​ຄອງ​ເສດຖະກິດ ມີ 14 ​ສະ​ຫາຍ ຍິງ 1 ​ສະ​ຫາຍ.

ຜົນງານ​​ການ​ຮ່ຳຮຽນ​ຂອງນັກສຶກສາຕະຫຼອດໄລຍະ 9 ເດືອນ ​ສາມາດຕີລາຄາຜົນສຳເລັດມີ​ດັ່ງ​ນີ້:

ນັກສຶກສາລະບົບຂັ້ນ​ສູງ 9 ​ເດືອນ ຮຸ່ນ​ທີ I: ຈຳນວນ 60 ສະ​ຫາຍ ຍິງ 12 ​ສະ​ຫາຍ ໄດ້​ຮັບ​ຄະ​ແນນ​ສະ​ສົມ​ ​ເກຣດ A ຫຼື ດີເລີດ ມີ 34 ​ສະ​ຫາຍ, ກວມ 56,67% ຂອງຈໍານວນນັກສຶກສາໃນຫ້ອງຮຽນ; ໄດ້​ຮັບ​ຄະ​ແນນ​ສະ​ສົມ​ ​ເກຣດ B+ ​ມີ 26 ​ສະ​ຫາຍ ຫຼື 43,33% ຂອງຈໍານວນນັກສຶກສາໃນຫ້ອງຮຽນ.

ໃນພິທີ​ດັ່ງ​ກ່າວ​ນີ້ ຍັງໄດ້ຖືວາລະໂອກາດສຳຄັນ ກ່າວເປີດຊຸດຮຽນທິດສະດີການເມືອງຂັ້ນກາງ ຮຸ່ນທີ 1 ຊຶ່ງມີຜູ້ເຂົ້າຮຽນທັງໝົດ 60 ​ສະ​ຫາຍ ຍິງ 25 ຊຶ່ງໃນຫຼັກສູດນີ້ ຈະໄດ້ຮຽນ 7 ກຸ່ມວິຊາຮຽນ ແລະ ຂຽນບົດຈົບຂັ້ນ ລວມຮຽນທັງໝົດ 720 ຊມ ຫຼື 94 ບົດ. ໃນນັ້ນ ຈະປະກອບມີ ຟັງລາຍງານເພີ່ມ, ຄົ້ນຄວ້າ, ສໍາມະນາ, ແກ້ຂໍ້ຂ້ອງໃຈ ແລະ ຂຽນບົດລາຍງານແຕ່ລະວິຊາ.

ທ່ານ ນາງ ພອນໄຊ ລາດຊະວົງ ຫົວໜ້າກົມຈັດຕັ້ງ-ພະນັກງານ ໄດ້ຜ່ານຂໍ້ຕົກລົງວ່າ ດ້ວຍການມອບໃບຍ້ອງຍໍຕໍ່ຜູ້ທີ່ຮຽນເກັ່ງ-ມີວິໄນດີ ມີຄະ​ແນນ​ສະ​ເລ່ຍ 3,90 ຂຶ້ນ​ໄປ ຖືກຈັດ​ເປັນປະ​ເພດ​ທີ I ມີ 30 ສະ​ຫາຍ ຍິງ 13 ​​ສະ​ຫາຍ ຫຼື ກວມເອົາ 50% ຂອງນັກສຶກສາໃນຫ້ອງຮຽນ;

– ​ນັກຮຽນເກັ່ງ ມີວິໄນດີ ຄະ​ແນນ​ສະ​ເລ່ຍ 3,78 ຂຶ້ນ​ໄປ ຖືກຈັດ​ເປັນປະ​ເພດ​ທີ II ມີ 30 ​ສະ​ຫາຍຍິງ 1 ​ສະ​ຫາຍ ຫຼື ກວມເອົາ 50% ຂອງນັກສຶກສາໃນຫ້ອງຮຽນ.

ໃນຕອນທ້າຍ, ປະທານກອງປະຊຸມ ໄດ້ຍ້ອງຍໍຊົມເຊີຍຕໍ່ກັບພາກສ່ວນທີ່ກ່ຽວຂ້ອງໃນການເຮັດໜ້າທີ່ການເມືອງທີ່ມີຜົນສຳເລັດຕາມການມອບໝາຍ ບົນຈິດໃຈມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ກໍຄືມະຕິກອງປະຊຸມໃຫຍ່ອົງຄະນະພັກຂັ້ນ ຂອງຕົນມາໄດ້ຮອດກາງສະໄໝແລ້ວ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ 9 ແລະ 2 ວາລະແຫ່ງຊາດ ທີ່ມີລັກສະນະພິເສດ ກໍຄືການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ແກ້ໄຂບັນຫາຢາເສບຕິດ ເຂົ້າສູ່ຊີວິດຕົວຈິງ. ທິດສະດີ, ແນວທາງທີ່ພວກສະຫາຍຮຽນມາ ຕ້ອງໄດ້ຮັບການທົດສອບ, ກວດສອບ ແລະ ຢືນຢັນຈາກພຶດຕິກຳຕົວຈິງ. ຍ້ອນແນວນັ້ນ, ບັນດາສະຫາຍ ຈົ່ງນຳເອົາບົດຮຽນທີໄດ້ຮຽນມາ ໄປທົດສອບ ຢູ່ໃນພຶດຕິກໍາແຫ່ງການສ້າງສາພັດທະນາປະເທດຊາດ ຕາມພາລະບົດບາດ ແລະໜ້າທີ່ຂອງຕົນ ອັນນີ້ຈະຊ່ວຍໃຫ້ພວກເຮົາເຫັນແຈ້ງວ່າ ອັນໃດຖືກ, ອັນໃດຜິດ, ອັນໃດສອດຄ່ອງເໝາະສົມ ຫຼື ບໍ່ສອດຄ່ອງ ບົນພື້ນຖານເດັດດ່ຽວປົກປ້ອງສິ່ງທີ່ຖືກຕ້ອງ ພ້ອມກັນນັ້ນ ກໍຕັດສິນໃຈ ດັດແປງແກ້ໄຂອັນທີ່ບໍ່ຖືກຕ້ອງຢ່າງທັນການ ແລະ ຈາກພຶດຕິກຳຕົວຈິງນັ້ນ ບັນດາສະຫາຍຍັງມີໜ້າທີ່ຄົ້ນຄວ້າວິໄຈ ແລະ ສະຫຼຸບສັງລວມຢ່າງມີວິທະຍາສາດ ແລ້ວສະເໜີຄຳຄິດຄຳເຫັນ, ສະເໜີທິດທາງ, ວິທີການ ແລະ ມາດຕະການ ທີ່ເປັນໄປໄດ້ ແລະ ມີປະສິດທິພາບສູງ ເພື່ອປັບປຸງວຽກງານໃນກົມກອງໃຫ້ດີຂຶ້ນ.

ປະທານກອງປະຊຸມໄດ້ເນັ້ນໜັກຕື່ມວ່າ: ພວກສະຫາຍ ແມ່ນຜະລິດຕະພັນຮຸ່ນທີໜຶ່ງ ຂອງລະບົບ 9 ເດືອນ ທີ່ມີຄຸນນະພາບ ຂອງສະຖາບັນ. ຂ້າພະເຈົ້າເຊື່ອໝັ້ນຢ່າງໜັກແໜ້ນວ່າ: ບັນດາສະຫາຍນັກສຶກສາ ທີ່ຈົບອອກໄປໃນເທື່ອນີ້ ຈະຮັກສາໄວ້ຊຶ່ງຊື່ສຽງ, ກຽດສັກສີ ຂອງຕົນ ກໍຄືຂອງສະຖາບັນ, ການເຄື່ອນໄຫວ, ການປະພຶດທຸກຢ່າງຕ້ອງໄດ້ຮັບຄວາມໄວ້ເນື້ອເຊື່ອໃຈຈາກພັກ-ລັດ ແລະ ປະຊາຊົນ ເຂົາເຈົ້າຝາກຄວາມຫວັງໄວ້ນຳບັນດາສະຫາຍໝົດທຸກຄົນ.

ຂ່າວ-ພາບ: ສມ​ປ​ຊ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version