Home ຂ່າວພາຍໃນ ນັກແຂ່ງລົດຈັກວິບາກ ຈາກໄຕ້ຫວັນ ທີ່ເກີດອຸບັດເຫດ ໄດ້ເຂົ້າຮ່ວມແຂ່ງຂັນຈົນຈົບລາຍການ

ນັກແຂ່ງລົດຈັກວິບາກ ຈາກໄຕ້ຫວັນ ທີ່ເກີດອຸບັດເຫດ ໄດ້ເຂົ້າຮ່ວມແຂ່ງຂັນຈົນຈົບລາຍການ

0

ຈາກກໍລະນີທີ່ສື່ສັງຄົມອອນລາຍບາງສື່ ນໍາສະເໜີຂ່າວກ່ຽວກັບສະພາບການເກີດອຸບັດເຫດ ຂອງທ່ານ ເສີນຢົງກວາງ ນັກເເຂ່ງລົດ ປະເພດລົດຈັກວິບາກ ທີ່ມາຈາກໄຕ້ຫວັນ ເຂົ້າຮ່ວມເເຂ່ງຂັນລົດ ໃນລາຍການ ASIA CROSS COUNTRY RALLY ທີ່ລາວໄດ້ຮັບກຽດເປັນເຈົ້າພາບຈັດຂຶ້ນຄັ້ງທໍາອິດ ຢູ່ເເຂວງຈໍາປາສັກ ເເລະ ເເຂວງອັດຕະປື ລະຫວ່າງວັນທີ 17-19 ສິງຫານີ້ ທີ່ລົງເເຂ່ງຂັນໃນມື້ທີ 2 ວັນທີ 18 ສິງຫາ 2023 ຢູ່ເສັ້ນທາງ ທີ 2 ຫລື SS5 ເລີ່ມຕົ້ນຈາກສາມແຍກບ້ານຫລັກ 48 ເມືອງປະທຸມພອນ ແຂວງຈໍາປາສັກ ຜ່ານເຂົ້າເຂດເມືອງສະໜາມໄຊ ແຂວງອັດຈະປື ແລະ ກັບເຂົ້າມາຄືນທີ່ເມືອງປາກຊ່ອງ ແຂວງຈຳປາສັກ ດ້ວຍໄລຍະທາງ 168 ກິໂລແມັດ ວ່າມີອາການບາດເຈັບສາຫັດ ເເລະ ບໍ່ໄດ້ຮັບການເບິ່ງເເຍງຈາກພາກສ່ວນກ່ຽວຂ້ອງນັ້ນ ເເມ່ນບໍ່ມີມູນຄວາມຈິງເເຕ່ຢ່າງໃດ ເປັນພຽງການນໍາສະເໜີຂ່າວເເບບບິດເບືອນຄວາມຈິງ ເເລະ ບໍ່ຮູ້ຂໍ້ມູນທີ່ລະອຽດຈະເເຈ້ງ. ໃນຂະນະທີ່ເຈົ້າຫນ້າທີ່ກ່ຽວຂ້ອງຂອງລາວ ກໍຄື ຄະນະຮັບຜິດຊອບຈັດງານໄດ້ໃຫ້ການຊ່ວຍເຫລືອຜູ້ກ່ຽວຢ່າງຮີບດ່ວນ. ສະນັ້ນ, ຮຽກຮ້ອງໃຫ້ທຸກຄົນໃນສັງຄົມມີສະຕິລະມັດລະວັງໃນການບໍລິໂພກຂໍ້ມູນຂ່າວສານຕ່າງໆ.

ໂອກາດນີ້, ທ່ານ ເສີນຢົງກວາງ ນັກແຂ່ງລົດ ປະເພດລົດຈັກວິບາກ ທີ່ມາຈາກໄຕ້ຫວັນ ຜູ້ທີ່ໄດ້ຮັບບາດເຈັບໄດ້ໃຫ້ສໍາພາດຕໍ່ນັກຂ່າວສໍານັກຂ່າວສານປະເທດລາວ, ວິທະຍຸກະຈາຍສຽງແຫ່ງຊາດລາວ ເເລະ ໜັງສືພິມວຽງຈັນທາມໃນຕອນເເລງວັນທີ 18 ສິງຫາ 2023 ນີ້ວ່າ: ການເຂົ້າຮ່ວມລາຍການເເຂ່ງຂັນຄັ້ງນີ້ ຕົນເອງໄດ້ເກີດອຸບັດເຫດແທ້ ເເຕ່ໄດ້ຮັບການຊ່ວຍເຫລືອຈາກພາກສ່ວນກ່ຽວຂ້ອງຂອງລາວ ເເລະ ທີມນັກເເຂ່ງລົດທີ່ເຂົ້າຮ່ວມເເຂ່ງຂັນດ້ວຍກັນຢ່າງທັນການ ເເລະ ຕົນເອງກໍບໍ່ໄດ້ເຈັບສາຫັດເເບບສື່ສັງຄົມອອນລາຍບາງສື່ນໍາສະເໜີເເຕ່ຢ່າງໃດ ພຽງເເຕ່ມີອາກາເເໜ້ນໜ້າເອີກ ເເລະ ເຈັບຕາມບໍລິເວນເເຂນ ເເລະ ມື ຈໍານວນໜຶ່ງເທົ່ານັ້ນ ແລະ ຕົນເອງກໍມີຄວາມພ້ອມຮ້ອຍສ່ວນຮ້ອຍທີ່ຈະເຂົ້າຮ່ວມເເຂ່ງຂັນໃນລາຍການຕໍ່ໄປ. ພ້ອມນີ້ ທ່ານຍັງສະເເດງຄວາມຊົມເຊີຍຕໍ່ຄະນະຈັດການເເຂ່ງຂັນ ລວມເຖິງເຈົ້າໜ້າທີ່ກ່ຽວຂ້ອງຂອງລາວທີ່ໃຫ້ການການຕ້ອນຮັບຢ່າງອົບອຸ່ນ ພ້ອມທັງສະເເດງທັດສະນະສ່ວນຕົວວ່າ: ການຈັດງານຄັ້ງນີ້ເຮັດໄດ້ດີຫລາຍ, ຄົນລາວເປັນຄົນທີ່ມີອັດທະຍາໃສດີ ມີໄມຕີຈິດມິດຕະພາບທີ່ດີ ເເລະ ປະເທດລາວ ກໍຄື ແຂວງຈໍາປາສັກ ມີຄວາມສວຍສົດງົດງາມຫລາຍ ເເລະ ອຸດົມສົມບູນໄປດ້ວຍທໍາມະຊາດ.

ໃນຂະນະດຽວກັນ, ທີມງານເເພດໝໍປະຈໍາພາກສະໜາມໄດ້ຮີບຮ້ອນນໍາສົ່ງຜູ້ກ່ຽວ ໄປໂຮງໝໍທີ່ໃກ້ຄຽງ ເພື່ອປະເມີນເບິ່ງອາການໃນເບື້ອງຕົ້ນ ເເລະ ນໍາສົ່ງຜູ້ກ່ຽວໄປປີ່ນປົວຢູ່ໂຮງໝໍເເຂວງ, ໃນເວລາຕໍ່ມາ ທາງໂຮງຫມໍເເຂວງຈໍາປາສັກ ຈຶ່ງໄດ້ເຊັນໃບຮັບຮອງ ອອກໂຮງໝໍໃຫ້ຜູ້ກ່ຽວ ເພາະເຫັນວ່າອາການຜູ້ກ່ຽວຢູ່ໃນຂັ້ນເບົາບາງ ບໍ່ຮ້າຍເເຮງຄືດັ່ງທີ່ສັງຄົມອອນລາຍເວົ້າມາກ່ອນໜ້ານັ້ນ.

ສໍາລັບການເເຂ່ງຂັນລົດວິບາກຂ້າມປະເທດໃນທະວີບອາຊີ ຫລື ASIA CROSS COUNTRY RALLY ທີ່ລາວໄດ້ຮັບກຽດເປັນເຈົ້າພາບຈັດຂຶ້ນຄັ້ງທໍາອິດ ຢູ່ເເຂວງຈໍາປາສັກ ເເລະ ເເຂວງອັດຕະປື ລະຫວ່າງວັນທີ 17-19 ສິງຫາ ໄດ້ອັດລົງດ້ວຍຜົນສໍາເລັດຢ່າງຈົບງາມ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version