Home ຂ່າວພາຍໃນ ເຈົ້າໜ້າທີ່ເມືອງດາກຈຶງ ຢຶດສັດປ່າຫລາຍກວ່າ 300 ໂຕ ຈາກການລົງກວດ-ຄົ້ນ ຕາມຕະຫລາດ

ເຈົ້າໜ້າທີ່ເມືອງດາກຈຶງ ຢຶດສັດປ່າຫລາຍກວ່າ 300 ໂຕ ຈາກການລົງກວດ-ຄົ້ນ ຕາມຕະຫລາດ

0

ໜ່ວຍງານບັງຄັບໃຊ້ກົດໝາຍ ວ່າດ້ວຍສັດນໍ້າ ແລະ ສັດປ່າ ແຂວງເຊກອງ ພ້ອມດ້ວຍເຈົ້າໜ້າທີ່ຈາກຫ້ອງການກະສິກໍາ ແລະ ປ່າໄມ້ ເມືອງດາກຈຶງ ໄດ້ລົງເຄື່ອນໄຫວກວດກາ ການລັກລອບ ຄ້າ-ຂາຍ ສັດປ່າ ໂດຍສະເພາະສັດປ່າທີ່ນອນຢູ່ໃນ ບັນຊີ I (ປະເພດຫວງຫ້າມ) ແລະ ບັນຊີ II (ປະເພດຄຸ້ມຄອງ) ຕາມເສັ້ນທາງ ແລະ ຕະຫລາດ ເຂດເທສະບານ ເມືອງດາກຈຶງ ໃນວັນທີ 16-17 ສິງຫາ ຜ່ານມາ ແລະ ສາມາຢຶກສັດປ່າໄດ້ຫລາຍກວ່າ 300 ໂຕ.

ຈາກການລົງກວດກາ ເປັນເວລາ 2 ວັນ ສາມາຢຶດ ສັດປ່າທີ່ຕາຍແລ້ວ 36 ໂຕ ລວມມີ ກະຮອກແດງ, ບ່າງໃຫຍ່, ບ່າງລາຍ, ໄກ່ຂົວ, ນົກເຂົາ ແລະ ອື່ນໆ. ພ້ອມນີ້ຍັງມີສັດປ່າທີ່ຍັງມີຊີວິດ 302 ໂຕ ປະກອບມີ: ນົກປະຫລຽວ/ນົກຂວາກ, ນົກກະທົວ, ອົ້ນ ແລະ ອື່ນໆສ່ວນສັດປ່າທີ່ຍັງມີຊີວິດທັງໝົດ ແມ່ນໄດ້ປ່ອຍຄືນສູ່ທໍາມະຊາດ.

ສ່ວນຊາກສັດປ່າທີ່ຕາຍແລ້ວ ແມ່ນຖືກນໍາມາທໍາລາຍຖິ້ມ ໂດຍເຈົ້າໜ້າທີ່ ທີ່ເມືອງດັ່ງກ່າວ. ວຽກງານສະໜັບສະໜູນບັງຄັບໃຊ້ກົດໝາຍ ວ່າດ້ວຍສັດນໍ້າ-ສັດປ່າ ເປັນໜຶ່ງໃນວຽກງານ ທີ່ອົງການກອງທຶນອະນຸລັກທໍາມະຊາດໂລກ ປະຈຳ ສປປ ລາວ (WWF-Laos) ໄດ້ໃຫ້ການສະໜັບສະໜູນລັດຖະບານລາວ ຜ່ານກົມກວດກາປ່າໄມ້ ແລະ ພະແນກກະສິກໍາ ແລະ ປ່າໄມ້ ໃນຂອບເຂດທົ່ວປະເທດ, ຮ່ວມກັນອະນຸລັກສັດປ່າ ຢຸດລ່າ, ຢຸດກິນ ເພື່ອສຸຂະພາບຂອງພວກເຮົາທຸກຄົນ ແລະ ຄວາມອຸດົມສົມບູນ ຂອງທໍາມະຊາດ ແລະ ເພື່ອຫລີກລ່ຽງການກະທໍາທີ່ກ່ຽວກັບສັດປ່າ ທີ່ອາດຜິດຕໍ່ກົດໝາຍ.

ຂໍ້ມູນ: WWF Laos

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version